ສາເຫດທີ່ເຮັດໃຫ້ເລືອດຈາງ

39

” ເລືອດຈາງ ” ເກີດຈາກຮ່າງກາຍມີປະລິມານຈຸລັງເມັດເລືອດແດງໜ້ອຍກວ່າປົກກະຕິ ສາເຫດຫຼັກຢ່າງໜຶ່ງ ຄືການຂາດສານອາຫານ ດັ່ງນັ້ນ ການປັບປ່ຽນພຶດຕິກຳການກິນ ແລະ ເລືອກກິນອາຫານທີ່ມີຄຸນຄ່າທາງໂພຊະນາການ ຈະຊ່ວຍໃຫ້ຮ່າງກາຍໄດ້ຮັບສານອາຫານທີ່ຈຳເປັນຕໍ່ການສ້າງຈຸລັງເມັດເລືອດແດງ ແລະ ຊ່ວຍຮັກສາພາວະເລືອດຈາງໄດ້ອີກດ້ວຍ.

อาจเป็นรูปภาพของ 2 คน

ເລືອດຈາງ ທີ່ມີສາເຫດມາຈາກການຂາດສານອາຫານນັ້ນ ມັກພົບໄດ້ 3 ຊະນິດ ຄື ເລືອດຈາງຈາກການຂາດທາດເຫຼັດ, ຂາດກົດໂຟລີກ ແລະ ຂາດວິຕາມິນບີ 12 ເຊິ່ງແຕ່ລະຊະນິດມີແນວທາງການຮັບປະທານອາຫານທີ່ແຕກຕ່າງກັນອອກໄປ ມື້ນີ້ທາງເພຈ ສຸຂະພາບມາກ່ອນ ໄດ້ນຳເອົາ ຄວາມຮູ້ກ່ຽວກັບອາຫານທີ່ຊ່ວຍບຳລຸງເລືອດ ປ້ອງກັນພາວະເລືອດຈາງມາຝາກທຸກໆທ່ານໄດ້ຮູ້ອີກດ້ວຍ.

อาจเป็นรูปภาพของ 1 คน และ โรงพยาบาล

ເລືອດຈາງຈາກການຂາດທາດເຫຼັກ: ທາດເຫຼັກເປັນສ່ວນປະກອບສຳຄັນຂອງ ເຮໂມໂກລ ບິນໃນຈຸລັງເມັດເລືອດແດງ ຖ້າໄດ້ຮັບທາດເຫຼັກບໍ່ພຽງພໍ ຈະເຮັດໃຫ້ຮ່າງກາຍຜະລິດເຮໂມໂກລບິນໄດ້ໜ້ອຍ ແລະ ສົ່ງຜົນຕໍ່ການຂົນສົ່ງອົກຊີຈາກປອດໄປລ້ຽງສ່ວນຕ່າງໆຂອງຮ່າງກາຍ.

ແຄລຊ່ຽມ ພົບໄດ້ໃນນົມ ຊີດ ລວມເຖິງຜະລິດຕະພັນອື່ນໆທີ່ເຮັດມາຈາກນົມ ດັ່ງນັ້ນ ບໍ່ຄວນດື່ມນົມພ້ອມກັບການກິນອາຫານ ຫຼື ຢາເສີມທາດເຫຼັກ ເພາະຈະໄປຂັດຂວາງການດູດຊຶມທາດເຫຼັກ.

ຂໍ້ມູນຈາກ:ສຸຂະພາບມາກ່ອນ