ວິທີເບິ່ງແຍງຕົນເອງ ເມື່ອເປັນຫວັດລົງຄໍ

89

ຫວັດລົງຄໍ ຄື ອາການທີ່ເກີດຈາກຂະບວນການເຮັດວຽກຂອງຮ່າງກາຍ ປົກກະຕິກະເພາະອາຫານ ແລະ ລຳໄສ້ຈະຜະລິດສານຄັດຫຼັ່ງຂຶ້ນມາໃນທາງເດີນຫາຍໃຈ ແລະ ຮູຄໍ ເພື່ອເພີ່ມຄວາມຊຸ່ມຊື່ນໃນທາງເດີນຫາຍໃຈ ແລະ ເພື່ອຊ່ວຍດັກຈັບເຊື້ອແບັກທີເຣຍ-ເຊື້ອໄວຣັສ ຫາກທາງເດີນຫາຍໃນເກີດການລະຄາຍເຄືອງເນື່ອງຈາກການຕິດເຊື້ອ ໄຂ້ຫວັດ, ສານກໍ່ພູມແພ້ ແລະ ສານລະຄາຍເຄືອງ ກໍ່ອາດສົ່ງຜົນໃຫ້ຮ່າງກາຍຜະລິດນ້ຳມູກຫຼາຍຂຶ້ນ ເຊິ່ງຖ້າມີປະລິມານຫຼາຍເກີນໄປ ນ້ຳມູກອາດໄຫຼກັບເຂົ້າສູ່ຮູຄໍ ກາຍເປັນອາການຫວັດລົງຄໍໄດ້.

อาจเป็นรูปภาพของ 1 คน และ ยา

ຫວັດລົງຄໍ ບໍ່ໄດ້ມີສາເຫດຂອງອາການທີ່ຊັດເຈນ ຈຶ່ງເຮັດໃຫ້ຄົນມັກເຂົ້າໃຈຜິດ ບາງຄົນເຂົ້າໃຈວ່າເປັນອາການຈາກພະຍາດພູມແພ້ ບາງຄົນກໍ່ເຂົ້າໃຈວ່າເປັນອາການຈາກພະຍາດໄຂ້ຫວັດທີ່ເກີດຈາກການຕິດເຊື້ອ

1. ຫວັດລົງຄໍພະຍາດຫວັດຈາກພູມແພ້ ( ພະຍາດດັງອັກເສບຈາກພູມແພ້ ) ເກີດຈາກເຍື່ອເມືອກຮູດັງສຳຜັດສານກໍ່ພູມແພ້ເປັນໄລຍະເວລາດົນ ຈົນເກີດການອັກເສບ ແລະ ເຮັດໃຫ້ເກີດອາການຂອງພະຍາດ.

2. ຫວັດລົງຄໍຈາກພະຍາດໄຂ້ຫວັດ ໃນທາງການແພດແລ້ວອາການຫວັດລົງຄໍ ມັກໝາຍເຖິງ ອາການຄໍອັກເສບ ຫຼື ຄໍຫອຍອັກເສບ ( Pharyngitis ) ທີ່ເກີດຈາກການຕິດເຊື້ອເດີມທີ່ພະຍາດໄຂ້ຫວັດນັ້ນເປັນການຕິດເຊື້ອໄວຣັສບໍລິເວນລະບົບທາງເດີນຫາຍໃຈພາກສ່ວນເທິງ ມັກເຮັດໃຫ້ເກີດອາການຄໍອັກເສບ ແລະ ເຈັບຄໍໄດ້ ຄວາມແຕກຕ່າງຂອງອາການຫວັດລົງຄໍທີ່ເກີດຈາກພູມແພ້ ແລະ ທີ່ເກີດຈາກເຊື້ອຫວັດ ຄື ເຊື້ອຫວັດມັກຈະເຮັດໃຫ້ເປັນໄຂ້ ແລະ ສົ່ງຜົນໃຫ້ນ້ຳມູກໜຽວມີສີເຫຼືອງ ຫຼື ສີຂຽວທີ່ເປັນສັນຍານຂອງການຕິດເຊື້ອ ເຊິ່ງພົບໄດ້ທັງການຕິດເຊື້ອໄວຣັສ ແລະ ແບັກທີເຣຍ ດັ່ງນັ້ນ ເມື່ອໄປຫາໝໍຈຶ່ງຄວນແຈ້ງອາການໃຫ້ໝໍຟັງຢ່າງລະອຽດ.

ຈະເກີດຈາກສາເຫດໃດກໍຕາມເຮົາ ຄວນດູແລຕົນເອງແນວໃດດີ ເມື່ອມີອາການຫວັດລົງຄໍ ດັ່ງນີ້:

• ງົດໃຊ້ສຽງ ແລະ ໃສ່ຜ້າອັດປາກ

• ດື່ມນ້ຳສະອາດໃນປະລິມານທີ່ເໝາະສົມ

• ນອນພັກຜ່ອນໃຫ້ພຽງພໍ

• ຫຼີກລ່ຽງການຢູ່ໃນຊຸມຊົນ ຫຼື ສະຖານທີ່ແອອັດ

• ປັບອຸນຫະພູມຫ້ອງໃຫ້ເໝາະສົມ

• ຫຼຸດການສຳຜັດກັບໂຕໄຮຝຸ່ນ ໝັ່ນທຳຄວາມສະອາດບ່ອນນອນຢູ່ສະເໝີ

• ທຳຄວາມສະອາດທີ່ຢູ່ອາໄສຢູ່ສະເໝີ ທຳຄວາມສະອາດພື້ນດ້ວຍແພຈຸບນ້ຳບິດໃຫ້ໝາດໆ ແທນການປັດແຫ້ງຫຼືປັດຝຸ່ນ ເພື່ອຫຼຸດການປິວກະຈາຍຂອງຂີ້ຝຸ່ນ

• ລ້າງມືທັນທີຫຼັງສຳຜັດ ຫຼື ຫຼິ້ນກັບສັດລ້ຽງ

ເຈັບຄໍດົນບໍ່ດີຈັກເທື່ອ ອາດບໍ່ແມ່ນແຕ່ເປັນຫວັດ!! ຖ້າມີອາການຫວັດລົງຄໍ ດົນກາຍ 2 ອາທິດແລ້ວອາການຍັງບໍ່ດີຂຶ້ນ ຄວນໄປພົບແພດ

ຂໍ້ມູນຈາກ: sikarinhatyaihospital