ວິທີຫຼີກລ່ຽງ ພະຍາດກົດໄຫຼຢ້ອນ

2527

ພະຍາດກົດໄຫຼຢ້ອນເປັນພະຍາດທີ່ເກີດຈາກ ການໄຫຼຢ້ອນຂອງກົດໃນກະເພາະອາຫານກັບຂຶ້ນໄປຫາຫຼອດອາຫານ.

ອາການສຳຄັນທີ່ພົບຫຼາຍ ມີ: ອາການແສບຮ້ອນກາງເອິກເຊິ່ງມັກເກີດຫຼັງກິນອາຫານ, ເອື້ອມສົ້ມ ຫຼື ມີລົດຂົມໃນປາກ ແລະ ຄັນ ມີທັງອາການອື່ນໆທີ່ພົບໄດ້ ເຊັ່ນ: ເຈັບໜ້າເອິກທີ່ບໍ່ແມ່ນເກີດຈາກພະຍາດຫົວໃຈ, ສຽງແຫບຊໍ້າເຮື້ອສຽງປ່ຽນ, ໄອຊໍ້າເຮື້ອ, ຈຸກໃນຄໍ, ແຂ້ວແມງມີກິ່ນປາກ, ຫອບຫືດທີ່ບໍ່ຕອບສະໜອງຕໍ່ການປິ່ນປົວດ້ວຍຢາປົກກະຕິ.

อาจเป็นรูปภาพของ 1 คน

ເພື່ອຫຼີກລ່ຽງພະຍາດດັ່ງກ່າວ ໃຫ້ ປັບປ່ຽນພຶດຕິກຳເພື່ອບັນເທົາອາການ ດັ່ງນີ້:

1. ຫຼີກຫຼ່ຽງອາຫານບາງປະເພດ ເຊັ່ນ ຊາ, ກາເຟ, ນ້ຳອັດລົມ, ອາຫານໄຂມັນສູງ, ອາຫານລົດຈັດ, ລົດເຜັດ, ລົດສົ້ມ, ໝາກນາວ, ໝາກກ້ຽງ, ໝາກເລັ່ນ, ຫົວຜັກບົ່ວໃຫຍ່

2. ງົດສູບຢາ ແລະ ງົດເຫຼົ້າເບຍ

3. ງົດການໃສ່ເຄື່ອງ ແລະ ສາຍແອວທີ່ຮັດແໜ້ນບໍລິເວນຊ່ວງທ້ອງ

4. ຫຼຸດນ້ຳໜັກຖ້ານ້ຳໜັກໂຕຫຼາຍກວ່າເກນມາດຕະຖານ

5. ງົດກິນອາຫານກ່ອນເຂົ້ານອນເປັນເວລາ 3 ຊົ່ວໂມງ

ຖ້າມີອາການກືນຍາກ, ນ້ຳໜັກຫຼຸດ ຫຼື ຖ້າກິນຢາ 2 ອາທິດແລ້ວຍັງບໍ່ດີຂຶ້ນໃຫ້ຮີບໄປຫາໝໍ.

[ ຂໍ້ມູນຈາກ: โรงพยาบาลกลาง ]