ຮັກຕົນເອງດ້ວຍການເຊົານອນເດິກ

125

ຍິ່ງນອນເດິກຫຼາຍເທົ່າໃດ ຍິ່ງເຮັດໃຫ້ຮ່າງກາຍຂອງເຮົາຊຸດໂຊມລົງຫຼາຍເທົ່ານັ້ນ ຫຼາຍຄົນບໍ່ຮູ້ວ່າການນອນເດິກນອກຈາກຈະສົ່ງຜົນໃຫ້ຮ່າງກາຍອ່ອນແອ ແລະ ຍັງສົ່ງຜົນເສຍຕໍ່ສຸຂະພາບຈິດໃຈອີກດ້ວຍ ອາດສ່ຽງຕໍ່ການເປັນພະຍາດຕ່າງໆເປັນຕົ້ນແມ່ນໂລກອ້ວນ, ເບົາຫວານ ວມທັງພະຍາດຫົວໃຈອີກດ້ວຍ.

อาจเป็นรูปภาพของ 2 คน และ โทรศัพท์

ສະນັ້ນເຮົາຕ້ອງຮັກຕົນເອງດ້ວຍການບໍ່ນອນເດິກ ແລະ ຄວນປັບການນອນໃຫ້ເໝາະສົມ. ວິທີແກ້ໄຂບັນຫາສໍາລັບຄົນນອນເດິກມີດັ່ງນີ້:

1. ບໍ່ຫຼິ້ນໂທລະສັບ:

ໃຜທີ່ມັກຫຼິ້ນໂທລະສັບກ່ອນນອນ ໃຫ້ປ່ຽນພຶດຕິກໍາໂດຍດ່ວນ ຖ້າຢາກຫຼັບງ່າຍຄວນງົດຫຼິ້ນໂທລະສັບຢ່າງໜ້ອຍ 1 ຊົ່ວໂມງກ່ອນນອນ ເພື່ອໃຫ້ຮ່າງກາຍໄດ້ປັບການເຮັດວຽກຂອງດວງຕາເພື່ອເຂົ້າສູ່ການພັກຜ່ອນ ເນື່ອງຈາກໜ້າຈໍມືຖືຈະມີແສງ light blue ເຊິ່ງຈະໄປກະຕຸ້ນການຜະລິດສານເມລາໂທນິນ ເຊິ່ງເປັນສານຄວບຄຸມການຫຼັບ ແລະ ການຕື່ນທີ່ຈະສົ່ງຜົນໃຫ້ເກີດການນອນບໍ່ຫຼັບໄດ້.

อาจเป็นรูปภาพของ 1 คน และ โทรศัพท์

2.ດື່ມນໍ້າ ຫຼື ນົມອຸ່ນໆ:

ການດື່ມນໍ້າ ຫຼື ນົມອຸ່ນຈະຊ່ວຍໃຫ້ເຮົາສາມາດຫຼັບງ່າຍຂຶ້ນ ເພາະໃນນົມນັ້ນມີວິຕາມິນ ແລະ ເອັນໄຊມ໌ ເຊິ່ງຈະຊ່ວຍເຮັດໃຫ້ຮ່າງກາຍຂອງເຮົາມີຄວາມຜ່ອນຄາຍລົງໄດ້.

3.ໄປອອກກໍາລັງກາຍ:

ເຮົາຈະສັງເກດເຫັນວ່າ ມື້ໃດທີ່ເຮົາເຮັດວຽກໜັກ ຫຼື ອອກແຮງງານຫຼາຍຈະຮູ້ສຶກເພຍເມື່ອຍກວ່າປົກກະຕິ ສະນັ້ນ ໃຜທີ່ນອນຫຼັບຍາກ ຫຼື ຮອດເວລານອນແລ້ວແຕ່ນອນບໍ່ຫຼັບແນະນໍາໃຫ້ອອກກໍາລັງກາຍ ຈະເຮັດໃຫ້ເຮົານນອນຫຼັບດີ:

ຂໍ້ມູນຈາກ: Sanook