ວິທີເບິ່ງແຍງບັນຫາຜິວແຫ້ງ ( ຜິວຂາດນໍ້າ )

65

ບັນຫາຜິວແຫ້ງ ຫຼື ຜິວຂາດນໍ້າ ເປັນບັນຫາທີ່ພົບຫຼາຍໃນປັດຈຸບັນ ເນື່ອງຈາກຜິວໜັງຂາດຄວາມຊຸ່ມຊື່ນ ສາເຫດມາຈາກການໃຊ້ຊີວິດປະຈໍາວັນຂອງແຕ່ລະຄົນເຊັ່ນ: ການຮັບປະທານອາຫານ, ອາຍຸທີ່ເພີ່ມຂຶ້ນ, ສະພາບອາກາດ, ມົນລະພາວະໃນແຕ່ລະມື້… ສາເຫດເຫຼົ່ານີ້ຈະສົ່ງຜົນໃຫ້ຊັ້ນຜິວຖືກທໍາລາຍພາໃຫ້ເກີດບັນຫາຜິວແຫ້ງ ແລະ ຂາດນໍ້າ. ເພື່ອຄືນ ຄວາມຊຸ່ມຊື່ນໃຫ້ແກ່ຜິວໃຫ້ປະຕິບັດດັ່ງນີ້:

อาจเป็นรูปภาพของ 1 คน

1.ດື່ມນໍ້າໃຫ້ພຽງພໍ: ເມື່ອອາຍຸເພີ່ມຂຶ້ນ ປະລິມານນໍ້າໃນຮ່າງກາຍກໍຈະຫຼຸດລົງ ຜິວຈະຊຸ່ມຊື່ນສຸຂະພາບດີຕ້ອງເລີ່ມຕົ້ນຈາກການດື່ມນໍ້າ ເພາະນໍ້າເປັນສ່ວນປະກອບທີ່ສໍາຄັນຂອງຮ່າງກາຍ ຄວນດື່ມນໍ້າໃຫ້ພຽງພໍຕາມຄວາມຕ້ອງການຂອງຮ່າງກາຍຄື 8ຈອກ/ວັນ.

2.ເລືອກຜະລິດຕະພັນທໍາຄວາມສະອາດຜິວ: ຄວນເລືອກຜະລິດຕະພັນບໍາລຸງຜິວໜ້າທີ່ມີສ່ວນປະສົມຂອງມອຍເຈີໄລເຊີເພື່ອເພີ່ມ ແລະ ກັກເກັບຄວາມຊຸ່ມຊື່ນໃຫ້ກັບຜິວໜ້າຊະນິດທີ່ອ່ອນໂຍນ ບໍ່ມີສານແຮງຈົນເກີນໄປ.

อาจเป็นรูปภาพของ 1 คน

3. ຢຸດການໃຊ້ຄວາມຮຸນແຮງກັບໜ້າ: ການໃຊ້ຄວາມຮຸນແຮງກັບໜ້າ ບໍ່ວ່າຈະເປັນການຂັດຖູ, ການສະຄັບໜ້າ, ການລອກໜ້າ ຫຼື ການໃຊ້ແປງນວດໜ້າແບບຮຸນແຮງຈະຍິ່ງເຮັດໃຫ້ສູນເສຍ ຄວາມຊຸ່ມຊື່ນໄດ້ງ່າຍຂຶ້ນ ແລະ ເຮັດໃຫ້ເກີດການລະຄາຍເຄືອງຕໍ່ຜິວອີກດ້ວຍ.

 

4.ໃຊ້ໂທນເນີຊະນິດອ່ອນໂຍນ: ສໍາລັບຜິວແຫ້ງການໃຊ້ໂທນເນີເປັນສິ່ງທີ່ເໝາະສົມທີ່ສຸດເພາະມີຄຸນສົມບັດຊ່ວຍຕື່ມນໍ້າໃຫ້ຜິວທັນທີຫຼັງຈາກລ້າງໜ້າ ແລະ ຍັງຊ່ວຍປັບສະພາບຜິວກ່ອນທາຄີມບໍາລຸງຕ່າງໆໃຫ້ຊຶມເລິກສູ່ຜິວໜ້າໄດ້ດີຂຶ້ນ ແຕ່ໂທນເນີ້ທີ່ເລືອກໃຊ້ສໍາລັບຄົນຜິວແຫ້ງຕ້ອງປາສະຈາກແອວກໍຮໍເນື່ອງຈາກແອວກໍຮໍເປັນສາເຫດໜຶ່ງທີ່ເຮັດໃຫ້ຜິວແຫ້ງ.

5. ບໍາລຸງຜິວດ້ວຍຜະລິດຕະພັນທີ່ໃຫ້ຄວາມຊຸ່ມຊື່ນແກ່ຜິວ: ປ້ອງກັນຜິວແຫ້ງຜິວຂາດນໍ້າດ້ວຍການເສີມສ້າງຜິວໃຫ້ແຂງແຮງເພື່ອຫຼຸດການສູນເສຍນໍ້າອອກຈາກຜິວ ການເລືອກໃຊ້ຜະລິດຕະພັນທີ່ໃຫ້ຄວາມຊຸ່ມຊື່ນກັບຜິວເປັນສິ່ງສໍາຄັນ ລວມທັງເປັນເທັກນິກບໍາລຸງຜິວໃຫ້ນຽນລຽບ ແລະ ມີຄວາມສະໝໍ່າສະເໝີ.

ຂໍ້ມູນຈາກ: Sanook