2023 ແຂວງວຽງຈັນ ສາມາດດຶງນັກທ່ອງໄດ້ເກືອບ 1 ລ້ານຄົນ

52

ແຂວງວຽງຈັນເປົ້າໝາຍປາຍທາງຂອງການທ່ອງທ່ຽວຢູ່ປະເທດເຮົາ ໂດຍມີເມືອງວັງວຽງເປັນແມ່ເຫຼັກສຳຄັນໃນການເຊີນຊວນໃຫ້ແຂກຄົນຈາກທຸກມຸມໂລກໃຫ້ມາທີ່ນີ້ຕ້ອງນອນຄ້າງຄືນ.

ຕາມຂໍ້ມູນລາຍງານວ່າ ໃນປີ 2023 ຜ່ານມາ ແຂວງວຽງຈັນ ສາມາດດືງນັກທ່ອງທ່ຽວເຂົ້າໄປທ່ຽວພາຍໃນແຂວງ ໄດ້ທັງໝົດ 817.369 ຄົນ ( ໃນນັ້ນເປັນນັກທ່ອງທ່ຽວຕ່າງປະເທດ 211.336 ຄົນ ) ແນ່ນອນປີ 2024 ເປັນປີທ່ອງທ່ຽວລາວ ດັ່ງນັ້ນ ແຂວວຽງຈັນ ຕັ້ງເປົ້າດຶງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ໄດ້ທັງໝົດ 1 ລ້ານຄົນ.

ທ່ານ ພູວົງ ບຸນຊູ, ຮອງເຈົ້າແຂວງວຽງຈັນ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມຂອງແຂວງ ໃຫ້ຮູ້ວ່າ: ໃນປີ 2023 ຜ່ານມາ, ມີນັກທ່ອງທ່ຽວເຂົ້າໄປທ່ຽວແຂວງວຽງຈັນ ທັງໝົດ 817.369 ຄົນ ໃນນັ້ນ, ມີນັກທ່ອງທ່ຽວຕ່າງປະເທດ 211.336 ຄົນ, ທຽບໃສ່ປີ 2022 ເພີ່ມຂຶ້ນເກືອບ 5 ແສນຄົນ. ສະຖິຕິດັ່ງກ່າວຊີ້ໃຫ້ເຫັນວ່າການທ່ອງທ່ຽວເລີ່ມມີການຟື້ນຕົວຢ່າງຈະແຈ້ງ ແລະ ປີນີ້ແມ່ນນັກທ່ອງທ່ຽວເຂົ້າມາທ່ຽວແຂວງວຽງຈັນຫຼາຍທີ່ສຸດຖ້າທຽບໃສ່ໃນຊຸມປີຜ່ານມາ ຊື່ງສາມາດສ້າງລາຍຮັບໄດ້ 553.666 ຕື້ກວ່າກີບ.

ສໍາລັບປີ 2024 ຊຶ່ງເປັນປີທ່ອງທ່ຽວລາວ ແຂວງວຽງຈັນ ວາງຄາດໝາຍດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ໄດ້ທັງໝົດ 1 ລ້ານຄົນ ໃນນີ້, ເມືອງວັງວຽງ, ເມືອງເຟືອງ ແລະ ເມືອງແກ້ວອຸດົມ ແມ່ນ 3 ເມືອງສໍາຄັນທີ່ຈະດຶງດູດນັກທ່ອງທ່ຽວໄດ້ຫລາຍກວ່າໝູ່.

ປັດຈຸບັນ, ແຂວງວຽງຈັນ ມີແຫລ່ງທ່ອງທ່ຽວທີ່ໄດ້ຂຶ້ນທະ ບຽນແລ້ວທັງໝົດ 238 ແຫ່ງ. ໃນນີ້, ແຫລ່ງທ່ອງທ່ຽວທຳມະ ຊາດ 207 ແຫ່ງ, ວັດທະນະທຳ 22 ແຫ່ງ ແລະ ປະຫວັດສາດ 9 ແຫ່ງ, ມີໂຮງແຮມ 47 ແຫ່ງ, ຣີສອດ 37 ແຫ່ງ, ເຮືອນພັກ 359 ແຫ່ງ, ວິນລ່າ 8 ແຫ່ງ, ບັງກະໂລ 15 ແຫ່ງ, ຮ້ານອາຫານ-ກີນດື່ມ 368 ແຫ່ງ, ໜ່ວຍບໍລິການທ່ອງທ່ຽວ 49 ໜ່ວຍ, ສະຖານທີ່ບັນເທີງ 9 ແຫ່ງ, ບໍລິສັດທ່ອງທ່ຽວ 37 ບໍລິສັດ.

Cr: ຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ)
ຮູບຈາກ: Larh Creators