ມອບລາງວັນໃຫ້ຜູ້ເຂົ້າປະກວດ ນັກຮ້ອງສຽງດີນະຄອນຫຼວງວຽງຈັນ ເຊິ່ງລາງວັນທີ 1 ຕົກເປັນຂອງ VTE15 ມະນີທິບ ກຽງຄຳຊົນນີ

91

27 ພະຈິກ 2023 ຄໍ່າຄືນຮອບຕັດຕັດສິນ ການປະກວດນັກຮ້ອງສຽງດີ ນະຄອນຫລວງວຽງຈັນ ປະຈຳປີ 2023 ຫລື Vientiane Singing Contest 2023 ທີ່ເວທີກາງບຸນທາດຫຼວງ ເຊິ່ງ VTE15 ມະນີທິບ ກຽງຄຳຊົນນີ ອາຍຸ28ປີ ຈາກນະຄອນຫຼວງວຽງຈັນ ຜູ້ຊະນະເລີດ

ສຳລັບພິທີມອບລາງວັນການປະກວດນັກຮ້ອງສຽງດີຂອງນະຄອນຫຼວງວຽງຈັນປະຈໍາປີ 2023 ໄດ້ຈັດຂຶ້ນໃນຄໍ່າຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ວັນທີ 31 ທັນວາ 2023 ທີ່ສວນປະຕູໄຊ ໃຫ້ກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ.


ກິດຈະກຳແຂ່ງຂັນນັກຮ້ອງສຽງດີ ແລະ ການປະກວດແຕ່ງບົດເພງ ນະຄອນຫຼວງວຽງຈັນ ປະຈໍາປີ 2023 ໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ເດືອນຕຸລາເປັນຕົ້ນມາ ກິດຈະກໍາດັ່ງກ່າວຈັດຂຶ້ນໂດຍ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ສົມທົບກັບ ບໍລິສັດ ແອັກຊັນໂປຣ ຈຳກັດ.


ໃນເບື້ອງຕົ້ນກິດຈະກຳປະກວດຮ້ອງເພງແມ່ນຈະແບ່ງເປັນ 03 ລຸ້ນ ຄືລຸ້ນອາຍຸ 8-15 ປີ, ອາຍຸ 16-35 ປີ ແລະ ລຸ້ນອາຍຸ 36 ປີຂື້ນໄປ ແຕ່ເນື່ອງຈາກເວລາໜ້ອຍ ແລະ ຜູ້ສະໝັກເຂົ້າຮ່ວມປະກວດ ເຫັນວ່າມີແຕ່ລຸ້ນອາຍຸ 16-35 ປີ ເປັນສ່ວນຫຼາຍເຂົ້າຮ່ວມສະໝັກ ຊຶ່ງລຸ້ນອາຍຸ 8-15 ປີ ອາຍຸ 36 ປີຂື້ນໄປ ແມ່ນມີໜ້ອຍ ແລະ ບໍ່ໄດ້ຕາມຈຳນວນທີ່ກຳນົດໄວ້ ຄະນະກຳມະການຮັບຜິດຊອບຈຶ່ງໄດ້ປຶກສາ ແລະ ເປັນເອກະພາບກັນຈັດເຂົ້າຮ່ວມກັນ. ຊຶ່ງມີຜູ້ເຂົ້າຮ່ວມປະກວດເບື້ອງຕົ້ນ 100 ກວ່າຄົນ ແລະ ໄດ້ຄັດເລືອກທາງອອນໄລເຫຼືອ 65 ຄົນ. ໃນວັນທີ 12 ພະຈິກ 2023 ໄດ້ຄັດເລືອກ 65 ຄົນ ເຫຼືອ 20 ຄົນ.
ວັນທີ 25 ພະຈິກ 2023 ແມ່ນຮອບເກັບຄະແນນ, ວັນທີ 27 ພະຈິກ 2023 ແມ່ນຮອບຕັດສິນຊິງຊະນະເລີດ ທີ່ເວທີກາງບຸນທາດຫຼວງ.

ລາງວັນນັກຮ້ອງສຽງດີນະຄອນຫຼວງວຽງຈັນປະຈໍາປີ 2023 ໄດ້ຮັບທຶນຊຸກຍູ້ຈາກທະນາຄານອິນໂດຈີນ ເຊິ່ງມອບໃຫ້ຕັ້ງແຕ່ລາງວັນຊົມເຊີຍເຖິງລາງວັນຊະນະເລີດຄື:


-ລາງວັນຊົມເຊີຍຜູ້ທີ່ໄດ້ເຂົ້າຮອບ 20 ຄົນສຸດທ້າຍ ໄດ້ຮັບເງິນສົດຜູ້ລະ 1 ລ້ານກີບ ໃຫ້ກຽດມອບໂດຍທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ


-ລາງວັນທີ 4 ມີ 2 ທ່ານ ຄື VTE01 ທ້າວ ສຸກໄກຮັກ ຂຸນເດດ(ອ້າຍ) ແລະ VTE04 ທ້າວອານຸຊົນ ສຸພະມີໄຊ(ບູ່) ໄດ້ຮັບເງິນສົດ 5 ລ້ານກີບ ໃຫ້ກຽດມອບໂດຍ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ
-ລາງວັນທີ 3 ໄດ້ແກ່ ນາງກຸຫຼາບ ສີສະຫວັນ(ກຸຫຼາບ) ໄດ້ຮັບເງິນສົດ 10 ລ້ານກີບ ໃຫ້ກຽດມອບໂດຍ ດຣ ບຸນແຝງ ຟູມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ


-ລາງວັນທີ 2 ໄດ້ແກ່ VTE03 ທ້າວກຸນ ຈິດຕະສອນ(ກຸນ) ໄດ້ຮັບເງິນສົດ 15 ລ້ານ ໃຫ້ກຽດມອບໂດຍ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ


-ລາງວັນຊະນະເລີດ ໄດ້ແກ່ VTE15 ນາງ ມະນີທິບ ກຽງຄໍາຊົນນີ (ໜ໋ອຍ) ໄດ້ຮັບເງິນສົດ 30 ລ້ານກີບ ໃຫ້ກຽດມອບໂດຍ ທ່ານ ນາງສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ.

.

.