ວິທີປ້ອງກັນຕົນເອງ ຈາກພະຍາດໄຂ້ຫວັດໃຫຍ່

66

ເມື່ອສະພາບອາກາດປ່ຽນແປງ ສຸຂະພາບເຮົາກໍປ່ຽນຕາມ ໂດຍຈະເລີ່ມມີພະຍາດລະບາດແຊກຊ້ອນຕາມມາ ໃຜທີ່ສຸຂະພາບຮ່າງກາຍປັບຕົວບໍ່ທັນ ຫຼື ບໍ່ແຂງແຮງພໍກໍຈະຕິດເຊື້ອໄຂ້ຫວັດໄດ້ງ່າຍ. ໄຂ້ຫວັດໃຫຍ່ເປັນອາການທີ່ຮ່າງກາຍຕິດເຊື້ອໄວຣັສ influenza ສູ່ລະບົບທາງເດີນຫາຍໃຈ ໂດຍຈະມີອາການໄຂ້ສູງທັນທີ 38-41 ອົງສາ, ປວດຫົວ, ຮ້ອນໆໜາວໆ, ປວດເມື່ອຍຕາມຕົວ, ອ່ອນເພຍ, ເຈັບຄໍ, ຄັນດັງ, ນໍ້າມູກໄຫຼ, ໄອແຫ້ງ, ປວດຮາກ…

อาจเป็นรูปภาพของ 1 คน และ ยา

ພະຍາດໄຂ້ຫວັດໃຫຍ່ສາມາດຕິດຕໍ່ຜ່ານການໄອ,ຈາມ,ສົນທະນາ,ລວມທັງນໍ້າລາຍຈາກການໃຊ້ຈອກ, ບ່ວງຮ່ວມກັນ ຫຼື ຈາກການສໍາຜັດເຄື່ອງໃຊ້ທີ່ຜູ້ປ່ວຍສໍາຜັດຫຼັງຈາກໃຊ້ມືປິດປາກເວລາໄອຫຼືຈາມ.

■ ວິທີປ້ອງກັນໄຂ້ຫວັດ ໃຫຍ່ໃຫ້ປະຕິບັດດັ່ງນີ້:

1. ສັກວັກຊິນປ້ອງກັນໄຂ້ຫວັດໃຫຍ່

2. ຮັກສາສຸຂະພາບຮ່າງກາຍໃຫ້ແຂງແຮງຢູ່ສະເໝີ

3. ຮັບປະທານອາຫານທີ່ມີປະໂຫຍດ, ອອກກໍາລັງກາຍຢ່າງສະໝໍ່າສະເໜີ ແລະ ພັກຜ່ອນໃຫ້ພຽງພໍ

4. ຫຼີກລ່ຽງການເຂົ້າໃກ້ຜູ້ທີ່ເປັນໄຂ້ຫວັດໃຫຍ່ ເພື່ອປ້ອງກັນການລະບາດ ແລະ ແຜ່ກະຈາຍຂອງເຊື້ອໄວຣັສຈາກຄົນໜຶ່ງໄປຫາອີກຄົນໜຶ່ງ
5. ລ້າງມືໃຫ້ສະອາດກ່ອນຮັບປະທານອາຫານ

6. ຜູ້ທີ່ເປັນໄຂ້ຫວັດໃຫຍ່ ຄວນສວມໃສ່ຜ້າປິດປາກ ຫຼື ເວລາໄອຈາມຄວນໃຊ້ທິດຊູ່ ຫຼື ແພປິດປາກກ່ອນ ແລະ ບໍ່ຄວນອອກໄປທາງນອກຫຼາຍ ເພື່ອຮັກສາຕົນເອງໃຫ້ຫາຍໄວ ແລະ ຫຼຸດການແຜ່ເຊື້ອໄວຣັສໃຫ້ຄົນອື່ນ.

ຂໍ້ມູນຈາກ: Sanook