5 ວິທີຈັດການເວລາທີ່ຄົນເຮັດວຽກໜັກຫ້າມພາດ

72

ການເຮັດວຽກຢ່າງໜັກໜ່ວງ ແລະ ເຮັດວຽກດົນເກີນໄປ ອາດຈະເພີ່ມຄວາມສ່ຽງຕໍ່ຄວາມຕຶງຄຽດ, ສົ່ງຜົນຕໍ່ການນອນ, ສ່ຽງພະຍາດຫຼອດເລືອດຫົວໃຈ, ປະສົມປະສານກັບພຶດຕິກໍາທີ່ບໍ່ດີຕໍ່ສຸຂະພາບເຊັ່ນ: ການດື່ມແອວກໍຮໍ, ການສູບຢາ ຈະຍິ່ງທໍາລາຍສຸຂະພາບ. ດັ່ງນັ້ນ ການຈັດລໍາດັບຄວາມສໍາຄັນຂອງວຽກ ແລະ ການບໍລິຫານເວລາ ຈິ່ງເປັນປັດໄຈສໍາຄັນທີ່ຊ່ວຍສ້າງຄວາມສົມດູນລະຫວ່າງຊີວິດ ແລະ ການເຮັດວຽກໄດ້ດີຂຶ້ນ ແນະນໍາໃຫ້ປະຕິບັດດັ່ງຕໍ່ໄປນີ້:

อาจเป็นรูปภาพของ 1 คน และ กำลังอ่านหนังสือ

1. ຈັດລໍາດັບວຽກ ໂດຍການບັນທຶກລາຍການສິ່ງທີ່ຕ້ອງເຮັດໃນແຕ່ລະມື້ລົງໃນປື້ມບັນທຶກຊັດເຈນ ແລະ ເບິ່ງເຫັນໄດ້ເຊັ່ນ: ເຈ້ຍຈົດບັນທຶກ ຫຼື ໂທລະສັບມືຖື ຈັດລຽງລໍາດັບວຽກຕາມຄວາມສໍາຄັນ ເຊິ່ງວຽກທີ່ຮີບດ່ວນ ແລະ ສໍາຄັນຕ້ອງເຮັດໃຫ້ແລ້ວກ່ອນ.

2.ແບ່ງເວລາການໃຊ້ຊີວິດ ເພື່ອໃຫ້ເກີດຄວາມຊັດເຈນ ທັງວຽກ ແລະ ເລື່ອງສ່ວນຕົວ: ໃຫ້ກໍານົດຂອບເຂດຊັດເຈນ ບໍ່ຄວນໃຊ້ເວລາເຮັດວຽກໄປເຮັດສິ່ງອື່ນໆ ແລະ ບໍ່ຄວນເຮັດວຽກໃນໂມງພັກຜ່ອນ(ຖ້າບໍ່ຈໍາເປັນ). ການແບ່ງເວລາຊີວິດບໍ່ພຽງແຕ່ຊ່ວຍໃຫ້ຫຼຸດຄວາມຄຽດກ່ຽວກັບວຽກ ແຕ່ຍັງຊ່ວຍເຮັດໃຫ້ເຮົາໃຊ້ເວລາວ່າງ ແລະ ຜ່ອນຄາຍເຕັມທີ່ອີກດ້ວຍ.

3.ກໍານົດໄລຍະເວລາໄດ້ພັກໃນລະຫວ່າງເຮັດວຽກ: ການຈັດສັນເວລາພັກລະຫວ່າງເຮັດວຽກເປັນສິ່ງສໍາຄັນ ການຢຸດພັກເພື່ອຢືນຂຶ້ນ, ຍ່າງໄປຮອບໆ ເພື່ອຢືດຢຽດເສັ້ນສາຍ ລວມທັງການອອກໄປຮັບປະທານອາຫານ ສາມາດຊ່ວຍໃຫ້ສະພາບແວດລ້ອມການເຮັດວຽກມີປະສິດທິພາບຫຼາຍຂຶ້ນ.

4. ດູແລຕົນເອງຄວບຄູ່ໄປ: ດູແລຕົນເອງສະໝໍ່າສະເໝີດ້ວຍການບໍລິໂພກອາຫານທີ່ມີປະໂຫຍດ, ອອກກໍາລັງກາຍເປັນປະຈໍາ ແລະ ຫາເວລາພັກຜ່ອນໃນທ້າຍອາທິດ, ໃຊ້ເວລາກັບຄອບຄົວ ແລະ ພົບປະກັບໝູ່ເພື່ອນ ຫຼື ຫາກິດຈະກໍາເພື່ອຜ່ອນຄາຍຄວາມຕຶງຄຽດ. ແຕ່ໃຫ້ຫຼີກລ່ຽງການສູບຢາ ແລະ ເຄື່ອງດື່ມແອວກໍຮໍ, ຄາເຟອິນ ໂດຍສະເພາະກ່ອນນອນ ເພາະອາດຈະລົບກວນການນອນຫຼັບຂອງເຮົາໄດ້.

5.ຮັບງານທີ່ເໝາະສົມກັບ ຄວາມສາມາດ: ສິ່ງສໍາຄັນຕ້ອງສື່ສານຢ່າງຊັດເຈນກັບຫົວໜ້າງານທີ່ເຮົາຮັບ ເມື່ອປະສົບບັນຫາເຊັ່ນ:ວຽກລົ້ນມື ຫຼື ວຽກເກີນຄວາມສາມາດ ຈະເຮັດໃຫ້ການເຮັດວຽກບໍ່ສໍາເລັດວຽກຕາມເວລາ ອາດຈະສົ່ງຜົນຕໍ່ເພື່ອນຮ່ວມງານ ແລະ ອົງກອນ ສະນັ້ນຄວນຈັດການເວລາໃຫ້ທັນການ.

ຂໍ້ມູນຈາກ: Sanook