ຕວັກກີ ປັບຂຶ້ນຄ່າແຮງງານຂັ້ນຕ່ຳ 49% ຊ່ວຍຄວາມເດືອດຮ້ອນຂອງປະຊາຊົນ

25

ສຳນັກຂ່າວຕ່າງປະເທດລາຍງານວ່າ ລັດຖະມົນຕີກະຊວງແຮງງານຂອງຕວັກກີເປີດເຜີຍວ່າ ລັດຖະບານຈະປັບຂຶ້ນຄ່າແຮງງານຂັ້ນຕ່ຳ 49% ເຊິ່ງຈະຢູ່ທີ່ລະດັບ 17.002 ລີຣາ ຕວັກກີ (TRY) ຫຼື ປະມານ 578,31 ໂດລາສະຫະລັດຕໍ່ເດືອນ ໂດຍເລີ່ມໃນຕົ້ນປີຫນ້າ.

ອັດຕາເງິນເຟີ້ຂອງຕວັກກີເພີ່ມຂຶ້ນສູລະດັບ 61,98% ໃນເດືອນພະຈິກ ເຊິ່ງເປັນລະດັບສູງສຸດຂອງປີນີ້. ທັງນີ້ ອັດຕາເງິນເຟີ້ຂອງຕວັກກີ ເພີ່ມຂຶ້ນ, ຫຼັງວິກິດຄ່າເງິນລີຣາ ໃນທ້າຍປີ 2021, ກ່ອນຈະເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບ 24 ປີ ທີ່ລະດັບ 85,51% ໃນເດືອນຕຸລາ 2022, ສ່ວນຄ່າເງິນລີຣາຂອງຕວັກກີອ່ອນຄ່າລົງປະມານ 35% ໃນປີນີ້ ສ້າງຄວາມເດືອດຮ້ອນແກ່ປະຊາຊົນຢ່າງໜັກໜ່ວງ.