ນັກໂທດ 18 ຄົນຢູ່ອັດຕະປືໄດ້ຮັບການປ່ອຍໂຕ ໃນໂອກາດວັນຊາດທີ 2 ທັນວາ

22

ເປັນປະຈຳທຸກປີເມື່ອວັນຮອດຊາດ ພັກ-ລັດກໍ່ຈະມີນະໂຍບາຍ ຫຼຸດປ່ອນໂທດ ແລະປ່ອຍຕົວນັກໂທດທີ່ປະພຶດປະຕິບັດຕົວດີ ກໍ່ຄືສຳນຶກໄດ້ສິ່ງທີ່ກະທຳຜິດພາດໄປ, ສຳລັບປີນີ້ຢູ່ແຂວງອັດຕະປືແມ່ນໄດ້ປະກາດອະໄພຍະໂທດຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດທີ່ມີການປະພຶດດີ, ມີຄວາມກ້າວໜ້າລວມ 40 ຄົນ.

May be an image of 10 people

ເຊິ່ງພິທີໄດ້ຈັດຂຶ້ນໃນວັນທີ 27 ທັນວາ 2023 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງອັດຕະປື ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ປະທານຄະນະກໍາມະການອະໄພຍະໂທດລະດັບແຂວງ, ມີບັນດາທ່ານໃນຄະນະກຳມະການອະໄພຍະໂທດລະດັບແຂວງ ພ້ອມດ້ວຍຄະນະຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ຕະຫຼອດຮອດ ຍາດພີ່ນ້ອງ ແລະ ນັກໂທດເຂົ້າຮ່ວມ.

May be an image of 12 people

ສໍາລັບປີ 2023 ຢູ່ແຂວງ ອັດຕະປື ມີບັນດາຜູ້ທີ່ໄດ້ຮັບອະໄພຍະໂທດ-ຫຼຸດຜ່ອນໂທດ ແລະ ປ່ອຍຕົວຈໍານວນທັງໝົດ 40 ຄົນ, ຍິງ 3 ຄົນ, ຕ່າງປະເທດ 1 ຄົນ. ໃນນັ້ນໄດ້ຮັບອະໄພຍະໂທດປ່ອຍຕົວ 18 ຄົນ, ຍິງ 1 ຄົນ ແລະ ອະໄພຍະໂທດ ຫຼຸດຜ່ອນໂທດ 22 ຄົນ, ຍິງ 2 ຄົນ ເຊິ່ງຈໍານວນດັ່ງກ່າວແມ່ນບຸກຄົນທີ່ມີຄວາມຕື່ນຕົວເຄົາລົບ, ປະຕິບັດລະບຽບກົດໝາຍ, ວິໄນຂອງຄ້າຍໄດ້ດີ, ເປັນຜູ້ທີມີຄວາມບຸກບືນຫ້າວຫັນໃນການປະຕິບັດໜ້າທີ່ວຽກງານຂອງຄ້າຍ, ມີແນວຄິດພຶດຕິກໍາປ່ຽນແປງ ແລະ ກິນແໜງແຄງໃຈຕໍ່ການກະທໍາຜິດຂອງຕົນໃນໄລຍະຜ່ານມາ ໂດຍໄດ້ຜ່ານຂັ້ນຕອນໃນການດຳເນີນການຄັດເລືອກນັກໂທດຜູ້ທີ່ມີເງື່ອນໄຂ, ມີການເຂົ້າຮ່ວມຕິດຕາມຂອງເຈົ້າໜ້າທີ່ຄ້າຍຄຸມຂັງ, ຂະແໜງການກວດກາຄ້າຍຄຸມຂັງ ອົງການໄອຍະການປະຊາຊົນຢ່າງເຂັ້ມງວດ.

May be an image of 17 people and text
ໂອກາດກັນນີ້ ກໍ່ໄດ້ມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ໄດ້ຮັບການອະໄພຍະໂທດ ແລະ ປ່ອຍຕົວໂທດຕາມລະບຽບການໃນທຸກຂັ້ນຕອນ, ໃນພິທີ ທ່ານ ນາງ ມີນາພອນ ໄຊສົມພູ ກໍ່ໄດ້ມີຄໍາເຫັນໂອ້ລົມ ເຊິ່ງໄດ້ເນັ້ນໃຫ້ຜູ້ທີ່ຖືກຕັດອິດສະຫຼະພາບຮັບອະໄພຍະໂທດຫຼຸດຜ່ອນໂທດ ແລະ ປ່ອຍຕົວ ທີ່ໄດ້ຜ່ານການເຝຶກຝົນຫຼໍ່ຫຼອມຕົນເອງ, ມີຜົນງານດີເດັ່ນຮູ້ຈັກກີນແໜງ ແຄງໃຈຕໍ່ການກະທໍາຂອງຕົນ, ທຸກຄົນໃຫ້ເອົາໃຈໃສ່ເຄົາລົບ, ປະຕິບັດລະບຽບ, ກົດໝາຍ, ວິໄນຂອງຄ້າຍ ຄຸມຂັງໃຫ້ໄດ້ດີ, ເປັນບຸກຄົນທີ່ມີຄວາມຕື່ນຕົວບຸກບືນຫ້າວຫັນປະຕິບັດລະບຽບກົດໝາຍ, ປັບປຸງປ່ຽນແປງ ແລະ ພັດທະນາຕົນເອງ.

May be an image of 4 people, dais and text

ສ່ວນຜູ້ປົກຄອງ ຫຼືຍາດພີ່ນ້ອງນັກໂທດ ຕ້ອງສ້າງເງື່ອນໄຂອໍານວຍຄວາມສະດວກໃນຫຼາຍດ້ານ ຕໍ່ກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນການພົວພັນ, ປະສານງານ, ການຕອບສະໜອງຂໍ້ມູນຕ່າງໆ ໃຫ້ທັນຕາມກໍານົດເວລາ, ຂໍຮຽກຮ້ອງໃຫ້ນັກໂທດທີ່ໄດ້ຮັບອະໄພຍະໂທດຫຼຸດຜ່ອນໂທດ ແລະ ປ່ອຍຕົວຈົ່ງເອົາໃຈໃສ່ປັບປຸງຕົນເອງປະຕິບັດກົດລະບຽບວາງອອກຢ່າງເຂັ້ມງວດ ນັກໂທດທີ່ໄດ້ຮັບອະໄຟຍະໂທດປ່ອຍຕົວເມື່ອກັບຄືນຫາຄອບຄົວແລ້ວ ຕ້ອງປະຕິບັດກົດລະບຽບບ້ານ, ເມືອງ ເປັນພົນລະເມືອງດີຂອງສັງຄົມ.

ຂ່າວຈາກຂ່າວສານກອງບັນຊາການ ປກສ ແຂວງອັດຕະປື