ວິທີນັ່ງເຮັດວຽກໃຫ້ສະບາຍ ບໍ່ປວດເມື່ອຍຕົວ

28

ມະນຸດເງິນເດືອນມີວິຖີຊີວິດສ່ວນໃຫຍ່ຢູ່ກັບການນັ່ງເຮັດວຽກຢູ່ໂຕະຕະຫຼອດໝົດມື້ ເພາະວ່າການນັ່ງເຮັດວຽກບໍ່ໄດ້ເປີດໂອກາດໃຫ້ໜຸ່ມໆສາວໆໄດ້ເຄື່ອນໄຫວຮ່າງກາຍຫຼາຍພໍປານໃດດົນໆໄປກໍຈະເປັນໂລກອອຟຟິດຊິນໂຄຣມໄດ້ຄືກັນ.

ນອກຈາກນີ້, ຄວາມເຄັ່ງຄຽດຈາກການນັ່ງຈົດຈໍ່ຢູ່ໜ້າຈໍຄອມ ພິວເຕີເປັນເວລາດົນໆຍັງສົ່ງຜົນຕໍ່ການເຈັບປ່ວຍໄດ້ ເຊັ່ນ: ປວດຫຼັງ ຫຼື ປວດຕາໄດ້ອີກ ເຊິ່ງພະນັກງານຫ້ອງການສ່ວນໃຫຍ່ບໍ່ຄ່ອຍມີເວລາອອກໄປຢືດເສັ້ນຢືດສາຍພໍປານໃດ. ໃນມື້ນີ້ເຮົາມີວິທີທີ່ຈະຊ່ວຍໃຫ້ທ່ານນັ່ງເຮັດວຽກຢ່າງມີ ຄວາມສຸກ ແລະ ບໍ່ປວດເມື່ອຍ ດັ່ງນີ້:

  1. ເລືອກຕັ່ງນັ່ງທີ່ຮອງຮັບຫຼັງໄດ້ດີ:

ບ່ອນອີງຕ້ອງກັບຕົວທີ່ສຸດ ເພາະຖ້ານັ່ງຕັ່ງທີ່ມີອັນອີງທີ່ສາມາດຮອງຮັບກັບຫຼັງໄດ້ຢ່າງເຕັມທີ່ ພ້ອມກັບມີອົງສາການອີງທີ່ເໝາະສົມ ແລະ ການຈັດທ່ານັ່ງທີ່ຖືກວິທີຕໍ່ໄປນີ້ທ່ານກໍຈະໄດ້ນັ່ງແບບສະບາຍໆບໍ່ປວດຫຼັງໄດ້ຕະຫຼອດວັນ ໂດຍບໍ່ຕ້ອງສ່ຽງກັບອາການປວດຫຼັງອີກເລີຍ.

อาจเป็นรูปภาพของ 1 คน

  1. ການວາງຂາກໍສຳຄັນ:

ແມ່ນຢູ່ວ່າເຖິງການນັ່ງຢ່ອນຂາຈະເບິ່ງຄືສະບາຍ ແຕ່ຄວນເກັບກິລິຍານີ້ໄວ້ພັກຜ່ອນຈະດີກວ່າ ແລະ ຄວນປັບລະດັບໃຫ້ນັ່ງເຮັດວຽກນັ້ນສູງພໍດີກັບໂຕະເຮັດວຽກ ໂດຍສາມາດວາງຕີນລົງພື້ນໄດ້ ເພາະຖ້ານັ່ງຕັ່ງສູງຈົນຂາຂອງເຮົານັ້ນລອຍຢູ່ເທິງ ( ຈະນັ່ງຂາໄຂ່ວຫ້າງກໍເຊັ່ນດຽວກັນ ) ຈະເຮັດໃຫ້ລະບົບການໝູນວຽນຂອງເລືອດບໍ່ປົກກະຕິ ເຊິ່ງຈະສົ່ງຜົນເສຍຕໍ່ຮ່າງກາຍຕາມມານັ້ນເອງ ລວມທັງອາການປວດຫຼັງນໍາ.

  1. ຈັດຕຳແໜ່ງໜ້າຈໍຄອມພິວເຕີໃຫ້ເໝາະສົມ:

ຖ້າວ່າໜ້າຈໍຄອມພິວເຕີຢູ່ໃນຕຳແໜ່ງບໍ່ເໝາະສົມ ເຊັ່ນ: ສູງ ຫຼື ຕໍ່າກໍສາມາດສົ່ງຜົນເສຍຕໍ່ຫຼັງຂອງທ່ານໄດ້ ເຊິ່ງອາດຈະຮ້າຍແຮງຈົນເຮັດໃຫ້ຫຼັງກົ່ງໄດ້, ດັ່ງນັ້ນຄວນຈັດຕຳແໜ່ງຂອງໜ້າຈໍຄອມພິວເຕີໃຫ້ເໝາະສົມ ເລີ່ມຈາກໄລຍະຂອງຈໍຄວນຢູ່ທາງປະມານວາແຂນຂອງເຮົາ ແລະ ປະມານຄວາມສູງໃຫ້ຢູ່ໃນລະດັບສາຍຕາ ເພາະຈະຊ່ວຍຫຼຸດຄວາມເມື່ອຍລ້າຂອງຄໍ ພ້ອມທັງອາການປວດຫຼັງໄດ້ດີ.

  1. อาจเป็นรูปภาพของ 1 คน และ กำลังอ่านหนังสือ
  1. ພັກຜ່ອນແດ່:

ດັ່ງທີ່ກ່າວໄປວ່າ ການນັ່ງເຮັດວຽກຢູ່ໂຕະເປັນເວລາດົນໆນັ້ນເຮັດໃຫ້ການຊີ້ນຫຼັງ ແລະ ຄໍອ່ອນເພຍໄດ້ເປັນທໍາມະດາ, ດັ່ງນັ້ນ ຄວນປ່ຽນກິລິຍາເລັກໆນ້ອຍໆຈັກຊົ່ວໂມງລະ 2 ຄັ້ງ ໃນລະຫວ່າງນັ່ງເຮັດວຽກອາດຈະລຸກຂຶ້ນຢືນບິດແອວ, ນັ່ງປິດບ່າ, ບິດຄໍ ຫຼື ຍ່າງໄປແຕ່ງກາເຟກິນ ພັກຜ່ອນຈັກໜ່ອຍເພື່ອໃຫ້ເລືອດໄຫຼວຽນດີຂຶ້ນເປັນການຫຼຸດອາການປວດຫຼັງໃນໄລຍະຍາວໄດ້ເລີຍ.

  1. ຕັ່ງຮູບຊົງແປກໆບໍ່ໄດ້ຊ່ວຍໃຫ້ສະບາຍຕົວສະເໝີໄປ:

ຫຼາຍຄົນອາດພົບເຫັນຕັ່ງນັ່ງທີ່ມີຮູບຮ່າງປະຫຼາດຕາ ແຖມລາຄາແພງໆ… ທີ່ບອກວ່າມີຄຸນສົມບັດສາມາດນັ່ງໄດ້ດົນ ໂດຍບໍ່ເຮັດໃຫ້ເມື່ອຍ ເຊິ່ງຄວາມຈິງແລ້ວມັນບໍ່ໄດ້ດີປານນັ້ນເລີຍ ເພາະຕັ່ງດັ່ງກ່າວອາດຈະງາມກໍແມ່ນ ແຕ່ມັນກໍບໍ່ໄດ້ອອກແບບມາໄວ້ສຳລັບນັ່ງເຮັດວຽກດົນໆຜົນທີ່ຕາມມາຄື: ອາການປວດຫຼັງ ແລະ ຜົນເສຍອື່ນໆອີກຫຼາຍຢ່າງ ທາງທີ່ດີໃຫ້ເລືອກຕັ່ງທີ່ໃຊ້ໃນສຳນັກງານທົ່ວໄປ ທີ່ເຮັດອອກມາໂດຍສະເພາະໃນເວລາເຮັດວຽກຈະດີກວ່າປ່ອຍໃຫ້ຕັ່ງງາມໆເຫຼົ່ານັ້ນເອົາໄວ້ໃຊ້ໃນໂອກາດອື່ນດີກວ່າ ເພາະມັນບໍ່ເໝາະກັບການນັ່ງເຮັດວຽກ.

ວິທີເຫຼົ່ານີ້ອາດຈະຊ່ວຍເຮັດໃຫ້ທ່ານສາມາດນັ່ງເຮັດວຽກໄດ້ຢ່າງສະບາຍໃຈໄດ້ຫຼາຍຂຶ້ນເຖິງຢ່າງໃດກໍຕາມໜຸ່ມໆສາວໆກໍຄວນເບິ່ງແຍງສຸຂະພາບຮ່າງກາຍດ້ວຍການອອກກຳລັງກາຍ ພ້ອມທັງພັກຜ່ອນໃຫ້ພຽງພໍຮັບຮອງວ່າຈະສາມາດສູ້ກັບວຽກໜັກໄດ້ຢ່າງສະບາຍບໍ່ຫວັ່ນແນ່ນອນ.