ອິນເທວ ໄດ້ຮັບເງິນສະໜັບສະໜູນ 3,2 ພັນລ້ານໂດລາ ຂະຫຍາຍໂຮງງານຜະລິດຊິບ

16

ເວບໄຊ https://www.infoquest.co.th/ ລາຍງານວ່າ: ບໍລິສັດ ອິນເທວ (Intel) ໄດ້ບັນລຸຂໍ້ຕົກລົງກັບລັດຖະບານອິດສະຣາແອນ ໂດຍໄດ້ຮັບເງິນອຸດໜູນ 3,2 ພັນລ້ານໂດລາ ສຳລັບການສ້າງໂຮງງານ ຜະລິດເຊມີຄອນດັກເຕີ (ຊິບ) ແຫ່ງໃໝ່ ໃນມູນຄ່າ 2,5 ໝື່ນລ້ານໂດລາ ເຊິ່ງແມ່ນການຂະຫຍາຍໂຮງງານທີ່ຢູ່ທາງພາກໃຕ້ຂອງອິດສະຣາແອນ.

ການປະກາດຄັ້ງນີ້ ເກີດຂຶ້ນໃນຂະນະທີ່ອິດສະຣາແອນ ຍັງເຮັດສົງຄາມກັບກຸ່ມຕິດອາວຸດຮາມາສ ຂອງປາເລສຕິນ ຫຼັງຈາກທີ່ຮາມາສ ບຸກໂຈມຕີອິດສະຣາແອນ ເມື່ອວັນທີ 7 ຕຸລາຜ່ານມາ.

ອິນເທວປະກາດວ່າ: ແຜນຂະຫຍາຍໂຮງງານແຫ່ງໃໝ່ຂອງ ອິນເທວ ໃນເມືອງຄີຍັດກັດ (Kiryat Gat) ຖືເປັນສ່ວນສຳຄັນຂອງຄວາມພະຍາຍາມຂອງອິນເທວ ໃນການເສີມສ້າງຕ່ອງໂສ້ການສະໜອງຊິບໃນທົ່ວໂລກ ໃຫ້ເຂັ້ມແຂງຫຼາຍຂຶ້ນ ຄ່ຽງຄູ່ກັບການລົງທຶນດ້ານການຜະລິດທີ່ດຳເນີນຢູ່ ແລະ ວາງແຜນໄວ້ໃນເອີຣົບ ແລະ ອາເມຣິກາ.

ນອກຈາກເງິນອຸດໜູນທີ່ຄິດເປັນ 12,8% ຂອງຍອດເງິນລົງທຶນທັງໝົດແລ້ວນັ້ນ, ອິນເທວ ຍັງມຸ່ງເນັ້ນທີ່ຈະຊື້ສິນຄ້າ ແລະ ບໍລິການມູນຄ່າ 6 ໝື່ນລ້ານເຊເກລ (1,66 ໝື່ນລ້ານໂດລາ) ຈາກຜູ້ຈັດຫາຊາວອິດສະຣາແອນ ໃນຕະຫຼອດທົດສະວັດໜ້າອີກດ້ວຍ. ຂະນະດຽວກັນ, ໂຮງງານແຫ່ງໃໝ່ນີ້ ຄາດວ່າຈະສ້າງງານໄດ້ຫຼາຍພັນຕໍາແໜ່ງ.

ທັງນີ້, ອິນເທວ ດຳເນີນງານສູນພັດທະນາ ແລະ ຜະລິດ 4 ແຫ່ງໃນອິດສະຣາແອນ ລວມເຖິງໂຮງງານຜະລິດໃນເມືອງຄີຍັດກັດ ທີ່ມີພະນັງານ ທີ່ເປັນແຮງງານໃນປະເທດ ເກືອບ 12.000 ຄົນ.

ເມື່ອເດືອນມິຖຸນາຜ່ານມາ, ນາຍົກລັດຖະມັນຕີ ເບນຈາມິນ ເນທັນຍາຮູ ຂອງອິດສະຣາແອນ ກ່າວວ່າ: ອິນເທວ ຈະສ້າງໂຮງງານ ຊິບ ແຫ່ງໃໝ່ ມູນຄ່າ 2,5 ໝື່ນລ້ານໂດລາ ໃນອິດສະຣາແອນ ແຕ່ອິນເທວ ປະຕິເສດຂ່າວດັ່ງກ່າວໃນໄລຍະກ່ອນໜ້ານີ້.

ຢ່າງໃດກໍດີ, ອິນເທວກ່າວວ່າ: ວຽກກໍ່ສ້າງໂຮງງານສໍາລັບພາກຂະຫຍາຍໂຮງງານໄດ້ເລີ່ມຂຶ້ນແລ້ວ ເຊິ່ງຄາດວ່າຈະເປີດນໍາໃຊ້ໃນປີ 2027 ແລະ ຈະດຳເນີນງານໄປຈົນເຖິງປີ 2035.