ຍອດຂາຍລົດ NEV ຂອງຈີນ ກວມເອົາກວ່າ 64% ຂອງຍອດຂາຍທົ່ວໂລກ

26

ເວບໄຊ http://en.people.cn/ ລາຍງານວ່າ: ສະເພາະໃນໄຕມາດ 3 ປີ 2023, ຍອດຂາຍລົດພະລັງງານໃໝ່ (NEV) ທົ່ວໂລກສູງເຖິງ 9,75 ລ້ານຄັນ ໂດຍຈີນມີຍອດຈໍາໜ່າຍ 6,28 ລ້ານຄັນ ຫຼື ຫຼາຍກວ່າ 64%.

ຂໍ້ມູນດັ່ງກ່າວຖືກເປີດເຜີຍທີ່ ກອງປະຊຸມຍານຍົນພະລັງງານໃໝ່ ໂລກ ປະຈໍາປີ 2023 (The 2023 World New Energy Vehicle Congress) ທີ່ຈັດຂຶ້ນຢູ່ເມືອງໄຫໂຈ ເມື່ອງເອກຂອງມົນທົນໄຫໜານ ເຊິ່ງເປັນເກາະທາງຕອນໃຕ້ຂອງຈີນ ໃນລະຫວ່າງວັນທີ 7-9 ທັນວານີ້.

ຍອດຂາຍລົດຍົນ NEV ໃນຈີນ ຄິດເປັນ 29,8% ຂອງຍອດຂາຍລົດຍົນໃໝ່ທັງໝົດຂອງປະເທດ. ໃນໄຕມາດທີ 3 ຂອງປີ 2023 ຍອດຂາຍ NEV ທົ່ວໂລກ ສະສົມທັງໝົດ ຢູ່ທີ່ 37,7 ລ້ານຄັນ ໂດຍຈີນມີສັດສ່ວນປະມານ 60%.

ທ່ານ Xin Guobin ຮອງລັດຖະມັນຕີກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານຂອງຈີນ ກ່າວວ່າ: “ຈີນໄດ້ເປັນຜູ້ເບິ່ງແຍງຜູ້ບໍລິໂພກລົດຍົນ NEV ທີ່ໃຫຍ່ທີ່ສຸດໃນໂລກ ເຊິ່ງສ້າງລະບົບອຸດສາຫະກຳທີ່ມີປະສິດທິພາບ ແລະ ການຮ່ວມມື, ໄດ້ຍູ້ແຮງການປ່ຽນແປງທາງດ້ານອຸດສາຫະກຳລົດຍົນທົ່ວໂລກ”.

ຂະນະທີ່, ໃນສ່ວນຂອງສັກກະຍະພາບຂອງອຸດສາຫະກຳລົດຍົນຂອງຈີນ, ມີນັກວິຊາການຈາກ ສະຖາບັນວິສາວະກຳສາດ ຂອງຈີນ ຄື ທ່ານ Li Jun ໄດ້ສະແດງຄວາມເຊື່ອໝັ້ນວ່າ: ຕະຫຼາດລົດຍົນຂອງຈີນ ຍັງມີພື້ນທີ່ການເຕີບໂຕປະມານ 200 ລ້ານຄັນ ເຊິ່ງຄາດວ່າພາຍໃນປີ 2055 ຕະຫຼາດລົດຍົນຈີນຈະເຖິງຈຸດອີ່ມຕົວ ດ້ວຍຈໍານວນຫຼາຍກວ່າ 500 ລ້ານຄັນ.