ຈີດີພີອົດສະຕຣາລີ ຕໍ່າກວ່າຄາດການໄວ້ ເນື່ອງຈາກການສົ່ງອອກຫຼຸດລົງ

42

ເວບໄຊ vn.investing.com ລາຍງານວ່າ: ເສດຖະກິດຂອງອົດສະຕຣາລີຂະຫຍາຍຕົວຕໍ່າກວ່າການຄາດການໄວ້ໃນໄຕມາດ 3 ເນື່ອງຈາກການສົ່ງອອກທີ່ອ່ອນແອ ທ່າມກາງອັດຕາດອກເບ້ຍ ແລະ ອັດຕາເງິນເຟີ້ທີ່ສູງ.

ສຳນັກງານສະຖິຕິແຫ່ງຊາດ ອົດສະຕາລີ ເປີດເຜີຍວ່າ ລວມຍອດຜະລິດຕະພັນພາຍໃນເພີ່ມຂຶ້ນ 0,2% ເມື່ອທຽບເປັນລາຍໄຕມາດ. ດັດຊະນີດັ່ງກ່າວ ບໍ່ເປັນໄປຕາມທີ່ການຄາດການໄວ້ທີ່ 0,3% ແລະ ຊະລໍຕົວຈາກການເຕີບໂຕລາຍໄຕມາດ 0,4% ທີ່ໄດ້ບັນທຶກໄວ້ໃນໄຕມາດ 2 ທີ່ຜ່ານມາ.

ການສົ່ງອອກໃນໄຕມາດ 3 ຫຼຸດລົງເປັນຄັ້ງທໍາອິດ ນັບຕັ້ງແຕ່ເດືອນມີນາ 2022 ເນື່ອງຈາກສະພາບອາກາດທີ່ອຸ່ນຂຶ້ນທົ່ວໂລກ ສົ່ງຜົນໃຫ້ການສົ່ງອອກຖ່ານຫີນ ແລະ ແກັສທໍາມະຊາດແປຮູບໃຫ້ຢູ່ໃນສະພາບແຫຼວ (LNG) ຫຼຸດລົງ. ສ່ວນການໃຊ້ຈ່າຍໃນພາກຄົວເຮືອນ ກໍຍັງສືບຕໍ່ອ່ອນແອໃນໄຕມາດ 3.

ອັດຕາສ່ວນການອອມເງິນຕໍ່ລາຍໄດ້ຂອງຄົວເຮືອນ ຫຼຸດລົງຈາກ 2,8 ເຫຼືອ 1,1 ເຖິງລະດັບຕໍ່າສຸດນັບແຕ່ເດືອນທັນວາ ປີ 2007. ອັດຕາດອກເບ້ຍ, ລາຄາສິນຄ້າທີ່ສູງ ແລະ ອັດຕາເງິນເຟີ້ ເປັນປັດໄຈຫຼັກທີ່ສົ່ງຜົນຕໍ່ການອອມໃນປີນີ້ ເນື່ອງຈາກການເຕີບໂຕຂອງຄ່າຈ້າງ ທີ່ຕ້ອງດິ້ນຮົນໃຫ້ທັນກັບອັດຕາເງິນເຟີ້.

ລາຍງານຍັງລະບຸວ່າ: ເຖິງວ່າເສດຖະກິດອົດສະຕຣາລີ ຈະເຕີບໂຕຊ້າລົງຕາມທີ່ທະນາຄານກາງຄາດການ ແຕ່ກໍຍັງມີຈຸດແຂງບາງປະການ ທີ່ອາດເຮັດໃຫ້ອັດຕາເງິນເຟີ້ຄົງທີ່ ອີກບໍ່ເທົ່າໃດເດືອນຂ້າງໜ້າດີຂຶ້ນ.

ທະນາຄານກາງອົດສະຕຣາລີ ຍັງສືບຕໍ່ຮັກສາອັດຕາດອກເບ້ຍ ໄວ້ບໍ່ປ່ຽນແປງ ທີ່ 4,35% ແຕ່ກໍຍໍ້າເຕືອນຄວາມສ່ຽງດ້ານເງິນເຟີ້ທີ່ຍັງຢູ່ລະດັບ 5,4% ທີ່ຍັງສືບຕໍ່ມີຢູ່ ຕໍ່ກັບເສດຖະກິດ.