ຈີດີພີ ບຣູໄນ ຕິດລົບ 3,1% ແຕ່ຂະແໜງທີ່ບໍ່ແມ່ນນໍ້າມັນ ແລະ ແກັສ ເພີ່ມຂຶ້ນ 4,3%

34

ເວບໄຊສຳນັກຂ່າວ thebruneian.news ຂອງບູຣູໄນ ລາຍງານເມື່ອວັນທີ 8 ທັນວາ 2023 ວ່າ: ເສດຖະກິດບຣູໄນ ດາຣູຊາລາມ ທີ່ບໍ່ແມ່ນນໍ້າມັນ ແລະ ແກັສ ໄດ້ບັນທຶກການເພີ່ມຂຶ້ນ 4,3% ໃນຂະນະທີ່ຂະແໜງນໍ້າມັນ ແລະ ແກັສ ຫົດຕົວລົງ 10,7% ໃນໄຕມາດ 2 ຂອງປີ 2023 ເຮັດໃຫ້ ລວມຍອດຜະລິດຕະພັນພາຍໃນ (GDP) ຂອງປະເທດ ຕິດລົບ 3,1%.

ການເຕີບໂຕຂອງທຸລະກິດ ທີ່ບໍ່ແມ່ນນໍ້າມັນ ແລະ ແກ໊ສ ເປັນຜົນມາຈາກການເພີ່ມຂຶ້ນຂອງພາກສ່ວນຍ່ອຍ ເຊັ່ນ: ການຂົນສົ່ງທາງອາກາດ 131,9% ແລະ ການເງິນ 79,9%, ຕາມມາດ້ວຍການຜະລິດອື່ນໆ 34,2%. ແຕ່ໃນທາງກັບກັນ, ການຫຼຸດລົງຂອງຂະແຫນງນໍ້າມັນ ແລະ ແກັສ ມີສາເຫດມາຈາກການຜະລິດນໍ້າມັນດິບ, ແກັສ ແລະ ແກ໊ສທໍາມະຊາດ LNG ທີ່ຫຼຸດລົງ.

ການເພີ່ມຂຶ້ນຂອງກຸ່ມຍ່ອຍການຂົນສົ່ງທາງອາກາດ ສອດຄ່ອງກັບການເພີ່ມຂຶ້ນຂອງຜູ້ໂດຍສານຂາເຂົ້າ ແລະ ຂາອອກທາງອາກາດ, ໃນຂະນະດຽວກັນ ຜົນການດຳເນີນງານໃນເຊີງບວກຂອງກຸ່ມຍ່ອຍທາງການເງິນສອດຄ່ອງກັບການເພີ່ມຂຶ້ນຂອງລາຍໄດ້ຈາກກິດຈະກຳການທະນາຄານ. ສ່ວນພາກການຜະລິດ ທີ່ເພີ່ມຂຶ້ນ ມີສາເຫດມາຈາກການຜະລິດຊີມັງ ທີ່ເພີ່ມຂຶ້ນ ເນື່ອງຈາກກິດຈະກໍາການກໍ່ສ້າງທີ່ເພີ່ມຂຶ້ນ.

ການຜະລິດ ຜະລິດຕະພັນປີໂຕຣລ້ຽມ ແລະ ເຄມີ ໃນກຸ່ມຜະລິດຕະພັນ ທີ່ບໍ່ແມ່ນນໍ້າມັນ ແລະ ແກັສ ຫຼຸດລົງ ເນື່ອງຈາກການຜະລິດ ຜະລິດຕະພັນປິໂຕຣເຄມີ ແລະ ປຸ໋ຍ ຢູເຣຍ (urea) ຫຼຸດລົງຈາກກິດຈະກຳການບໍາລຸງຮັກສາ.

ຂະນະທີ່ ການມີສ່ວນຮ່ວມຂອງ GDP ຕາມກິດຈະກໍາທາງເສດຖະກິດມີ: ພາກອຸດສາຫະກໍາ ມີ 62,7%, ຮອງລົງມາແມ່ນຂະແຫນງບໍລິການ 35,9% ແລະ ຂະແຫນງກະສິກຳ, ປ່າໄມ້ ແລະ ການປະມົງ 1,4%.

GDP ຂອງບຣູໄນ ໃນໄຕມາດ 2 ທີ່ຫາກໍ່ເປີດເຜີຍນີ້ ມີມູນຄ່າຢູ່ທີ່ 4,8 ຕື້ ໂດລາບຣູໄນ (BND) ທຽບກັບ 6,4 ຕື້ BND ໃນໄຕມາດ 2 ປີ 2022. ການເຕີບໂຕຂອງ GDP ຫຼຸດລົງໃນໄຕມາດ 2 ປີ 2023 ເປັນຜົນມາຈາກການສົ່ງອອກສິນຄ້າ ແລະ ບໍລິການທີ່ຫຼຸດລົງ 2,1% ໂດຍສະເພາະການສົ່ງອອກເຊື້ອເພີງ, ແຮ່ ຕາມມາດ້ວຍການໃຊ້ຈ່າຍ ເພື່ອອຸປະໂພກບໍລິໂພກຂັ້ນສຸດທ້າຍ ຂອງລັດຖະບານ ທີ່ຫຼຸດລົງ 4,4%.

ຢ່າງໃດກໍຕາມ, ການໃຊ້ຈ່າຍເພື່ອອຸປະໂພກບໍລິໂພກຂອງຄົວເຮືອນ ແລະ ການສະສົມທຶນລວມ ເພີ່ມຂຶ້ນ 16,3% ແລະ 19% ຕາມລຳດັບ.