OPEC+ ປະກາດຈະຫຼຸດກຳລັງການຜະລິດນ້ຳມັນລົງອີກໃນປີໜ້າ

53

ກຸ່ມຜູ້ຜະລິດ ແລະ ສົ່ງອອກນ້ຳມັນ ແລະ ພັນທະມິດ ຫຼື ໂອເປັກ ພລັສ (OPEC+) ໂດຍສະເພາະ ຊາອຸດິດ ອາຣັບບີ, ຣັດເຊຍ ແລະ ປະເທດຜູ້ຜະລິດນ້ຳມັນອື່ນໆຂອງໂລກ ປະກາດ ໃນກອງປະຊຸມລັດຖະມົນຕີພະລັງງານກຸ່ມ OPEC+ ຈັດຂຶ້ນໃນວັນທີ 30 ພະຈິກ ວ່າ ຈະປັບຫຼຸດກຳລັງການຜະລິດນ້ຳມັນລົງຕື່ມອີກໃນປີໜ້າ ເພື່ອປະຄອງລາຄານ້ຳມັນທີ່ກຳລັງຜັນຜວນໃນຂະນະນີ້.

ຫຼັງປິດກອງປະຊຸມ ຊາອຸດິດ ອາຣັບບີ ອອກມາປະກາດວ່າ ຈະຂະຫຍາຍເວລາການປັບຫຼຸດກຳລັງການຜະລິດລົງ 1 ລ້ານບາເຣວຕໍ່ວັນ ໄປຈົນຮອດເດືອນມີນາປີໜ້າ, ສ່ວນຣັດເຊຍປະກາດວ່າ ຈະຫຼຸດປະລິມານການສົ່ງອອກນ້ຳມັນລົງເພີ່ມເປັນ 5 ແສນບາເຣວຕໍ່ວັນ ຈາກ 3 ແສນບາເຣວຕໍ່ວັນໄປຈົນຮອດເດືອນມີນາປີໜ້າ.

ໃນຂະນະທີ່ຖະແຫຼງການຂອງກຸ່ມໂອເປັກ ລະບຸວ່າ: ອິຣັກ, ສະຫະລັດອາຣັບເອເມເຣດ, ກູເວດ, ກາຊັກສະຖານ, ແອວຈີເຣຍ ແລະ ໂອມານ ກໍພ້ອມຈະປັບຫລຸດການຜະລິດລົງເລັກນ້ອຍ, ໃນຖະແຫຼງການຍັງລະບຸວ່າ ບຣາຊິນ ເຊິ່ງເປັນຫນຶ່ງໃນປະເທດຜູ້ຜະລິດນ້ຳມັນລາຍໃຫຍ່ຂອງໂລກ ປະກາດວ່າ ຈະເຂົ້າເປັນສະມາຊິກຂອງກຸ່ມໂອເປັກພລັສໃນປີໜ້າ.