ແນະນໍາສາວງາມຈາກດິນແດນວິລະຊົນ ມຸກດາ ເສັງວິໄຊ ML20

30

ເວທີແຫ່ງກຽດຕິຍົດ ແລະ ຄວາມພາກພູມໃຈເປັນທີ່ໜ້າຕິດຕາມອີກຄັ້ງໃນປີນີ້ ສໍາລັບການປະກວດນາງສາວລາວ Miss Laos 2023 ເຊິ່ງຜ່ານການເປີດຕົວ 30 ນ້ອງທີ່ຜ່ານເຂົ້າຮອບ ປີນີ້ບໍລິບົດຂອງເວທີມີຄວາມແປກໃໝ່ ແລະ ໜ້າຕິດຕາມສຸດໆ.

อาจเป็นรูปภาพของ 2 คน และ ข้อความ

ສະນັ້ນ, ຂ່າວບັນເທີງຈະພາທຸກຄົນມາທໍາຄວາມຮູ້ຈັກກັບໜຶ່ງສາວງາມຈາກແດນໜາວສາວຊຽງຂວາງ ທີ່ຄວາມສາມາດຫຼາກຫຼາຍ ໂດດເດັ່ນ ແລະ ໜ້າຕິດຕາມທີ່ສຸດໃນເວທີດັ່ງກ່າວ ນັ້ນກໍຄືນ້ອງ ອົດສາ ເສັງວິໄຊ ຊື່ຫຼີ້ນ ມຸກດາ ໝາຍເລກ ML20 ປັດຈຸບັນອາຍຸ 24 ປີ ມາຈາກແຂວງຊຽງ ຂວາງ ຈົບການສຶກສາຈາກມະຫາວິທະຍາໄລແຫ່ງສາດ ພາກວິຊາສື່ສານມວນຊົນ ແລະ ຈົບພາສາອັງກິດ ຈາກວິທະຍາໄລ ສິຣິມຸງຄຸນອີກດ້ວຍ.

อาจเป็นรูปภาพของ 5 คน

ສໍາລັບສາວງາມຄົນນີ້ໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ເຄີຍປະກວດເວທີ Miss Universe Laos2021 ແລະ Miss Laos 2021 ມາກ່ອນ ເຊິ່ງນ້ອງມີ ຄວາມໃຝ່ຝັນຢາກປະກວດເວທີນາງສາວລາວມາແຕ່ນ້ອຍເລີຍຢາກເຮັດຕາມຄວາມຝັນຂອງຕົວເອງໃຫ້ສໍາເລັດ ໂດຍສະເພາະແມ່ນເປັນແຮງບັນດານໃຈໃຫ້ກັບສາວລາວທຸກຄົນທີ່ຢູ່ຫ່າງໄກສອກຫຼີກໃຫ້ເຊື່ອໝັ້ນໃນຕົວເອງ ແລະ ກ້າທີ່ຈະສະແດງສັກກະຍະພາບຂອງຕົນເອງອອກມາ ຄືດັ່ງກັບນ້ອງທີ່ມາຈາກເຂດຫ່າງໄກສອກຫຼີກຄືກັນ, ພ້ອມດຽວກັນນ້ອງກໍຢາກເຮັດວຽກໃນວົງການບັນເທີງໃນຫຼາຍໆດ້ານ ເພື່ອຮຽນຮູ້ ແລະ ພັດທະນາຕົນເອງເປັນແບບຢ່າງທີ່ດີໃຫ້ກັບສັງຄົມ.
ຄະຕິປະຈໍາໃຈຂອງນ້ອງແມ່ນ “ ຈົ່ງເຊື່ອໝັ້ນຕົນເອງ ໃນມື້ທີ່ບໍ່ມີໃຜເຊື່ອໝັ້ນເຈົ້າ ຈົ່ງໃຫ້ໂອກາດຕົນເອງໃນມື້ທີ່ບໍ່ມີໃຜໃຫ້ໂອກາດເຈົ້າ ”.

อาจเป็นรูปภาพของ 1 คน และ ข้อความ

ສ່ວນເຫດຜົນທີ່ເຮັດໃຫ້ນ້ອງເລືອກລົງປະກວດໃນເວທີນາງສາວລາວ ຍ້ອນເວທີນີ້ເປັນເວທີອັນຊົງກຽດທີ່ສົ່ງເສີມວັດທະນະທໍາຮີດຄອງປະເພນີຂອງລາວເຮົາ ແລະ ເປັນເວທີທີ່ສາມາດສະແດງສັກກະຍະພາບຂອງແມ່ຍິງລາວໄດ້ຢ່າງເຕັມທີ່ນັ້ນເອງ.
ຖ້າຜ່ານເຂົ້າຮອບເລິກໆນ້ອງຈະສະແດງຄວາມສາມາດ ໂດຍສະເພາະແມ່ນທັດສະນະຄະຕິ ແລະ ຄວາມກະຕື້ລືລົ້ນ ວິໄສທັດໃນຕົວນ້ອງໃຫ້ຄະນະກຳມະການເຫັນ ແລະ ເລືອກນ້ອງເປັນນາງສາວລາວ 2023 ສໍາລັບຈຸດເດັ່ນຂອງນ້ອງຄິດວ່າຕົວເອງເປັນຄົນທີ່ມີຄວາມພ້ອມທັ່ງບຸກຄະລິກກະພາບ ແລະ ຄວາມຮູ້ ຄວາມສາມາດ ໂດຍສະເພາະແມ່ນການສະແດງສະປີດ ການຕອບຄໍາຖາມ ວິໄສທັດ, ທັດສະນະຄະຕິ, ມາຍເຊັດທີ່ພ້ອມຈະເປັນແຮງບັນດານໃຈໃຫ້ທຸກຄົນ ຄິດວ່າຕ້ອງໄດ້ເຂົ້າ Top5 ໃນເວທີນາງສາວລາວ 2023 ແນ່ນອນ.

อาจเป็นรูปภาพของ 4 คน และ ข้อความ

ໃນການກຽມຕົວນ້ອງໄດ້ກຽມດ້ານທັດສະນະຄະຕິການຕອບຄໍາຖາມ ແລະ ຄວາມຮູ້, ຄວາມສາມາດດ້ານວັດທະນະທໍາຂອງລາວເຮົາ ແລະ ກຽມຕົວທາງບຸກຄະລິກກະພາບການຍ່າງ ຖ້າຫາກນ້ອງໄປເຖິງຝັນ ແລະ ໄດ້ຕໍາແໜ່ງຢາກປະກອບສວນສົ່ງເສີມແມ່ຍິງລາວໃນເຂດຫ່າງໄກສອກຫຼີກໄດ້ເຂົ້າເຖິງການສຶກສາ ແລະ ຈະສ້າງສັງຄົມຮ່ວມສຸກ ໂດຍການສ້າງ community ດ້ານການໃຫ້ຄໍາແນະນໍາສຸຂະພາບຈິດໃຫ້ສັງຄົມໄດ້ມີບ່ອນລະບາຍ ຄວາມຄຽດດ້ານຈິດໃຈ.

อาจเป็นรูปภาพของ 3 คน และ ข้อความ

ຜ່ານມານ້ອງເອງເຄີຍມີຜົນງານການເປັນພິທີກອນ, ເປັນນັກສະແດງ, ຖ່າຍໂຄສະນາ ສຸດທ້າຍນີ້ ຝາກທຸກຄົນເຊຍ ML20 ໃຫ້ທຸກຄົນເປັນກຳລັງໃຈໃຫ້ສາວຊຽງຂວາງ ດິນແດນວິລະຊົນຄົນນີ້ແດ່ເດີ ຈະເຮັດໃຫ້ເຕັມທີ່ທີ່ສຸດ.
ຊ່ອງທາງການຕິດຕາມເຟສ ບຸ໊ກ Moukda Sengvixay.