12 ວິທີຊ່ວຍເສີມພັດທະນາການລູກນ້ອຍແຕ່ 1 ເດືອນຫາ 1 ປີ

39

ອາຍຸ 1 ເດືອນ : ໃຊ້ເວລາຢູ່ໃກ້ໆລູກ ເປັນຫຍັງຕ້ອງໃກ້ ເພາະວ່າເດັກຫາກໍ່ເກີດສາຍຕາສັ້ນ ເບິ່ງເຫັນພາບເເຈ້ງໄລຍະບໍ່ເກີນ 12ນິ້ວ ໄວນີ້ລູກມັກເບິ່ງໃບໜ້າຄົນ ດັ່ງນັ້ນຖ້າລູກບໍ່ຫຼັບ ໃຫ້ເອົາໜ້າພໍ່ແມ່ໄປໃກ້ໆລູກ ແລະ ໃຫ້ເວົ້າຢອກກັບລູກ.

อาจเป็นรูปภาพของ 8 คน, ผู้คนกำลังฝึกโยคะ และ ข้อความ

ອາຍຸ 2 ເດືອນ: ຊ່ວຍເສີມພັດທະນາການກ້າມເນື້ອມັດນ້ອຍຢູ່ມື ແລະ ສາຍຕາ ໂດຍຈັບມືລູບຕົບແປະ ແລະ ຮ້ອງເພງ ອີກບໍ່ເກີນ 2-3 ເດືອນ ລູກຈະເຮັດເອງໄດ້ ລວມເຖິງການເຮັດສີໜ້າຮຽນແບບໄດ້ພ້ອມ ເຊັ່ນ: ແລບລີ້ນ ອ້າປາກກວ້າງ ຍິ້ມຫຍິ່ງແຂ້ວ.
ອາຍຸ 3 ເດືອນ: ລູກເລີ່ມສົນໃຈມືໂຕເອງຫຼາຍຂຶ້ນ ແລະ ໃຊ້ມືປັດປ່າຍສິ່ງຂອງທີ່ຢູ່ທາງໜ້າ ໃຫ້ເອົາເຄື່ອງຫຼິ້ນສີສັນສົດໃສໃຫ້ລູກຝຶກຈັບ ຄໍລູກເລີ່ມແຂງພະຍາຍາມຍົກຫົວຈາກພື້ນ ຈັບລູກນອນຫຼິ້ນທ່າຄວ່ຳຢູ່ໜ້າແວ່ນໃນຂະນະທີ່ລູກຕື່ນຢູ່ ລູກຈະພະຍາຍາມຍົກຫົວຂຶ້ນມາເບິ່ງໂຕເອງໃນແວ່ນ.

ອາຍຸ 4 ເດືອນ: ໄວນີ້ລູກຈະເຮັດຫຍັງໄດ້ຫຼາຍຂຶ້ນ ບໍ່ວ່າຈະເປັນການມີປະຕິສຳພັນກັບຜູ້ຄົນ ດ້ານການເຄື່ອນໄຫວ ຫຼື ດ້ານການສື່ສານຄວາມໝາຍ ເຊັ່ນ: ເດັກຈະສົ່ງສຽງອອກມາຢ່າງມີ ຄວາມສຸກເມື່ອເຫັນເຄື່ອງຫຼິ້ນສີສັນສົດໃສ ຫຼື ຮ້ອງໄຫ້ຫຼາຍເວລາທີ່ເຈົ້າຍ່າງໜີໄປ ແລະ ຕອນນີ້ເດັກເລີ່ມມ່ວນກັບການດິກໜຽມເປັນແລ້ວ.

อาจเป็นรูปภาพของ 1 คน และ ทารก

ອາຍຸ 5 ເດືອນ: ປະສາດສຳພັດການເບິ່ງເຫັນ ແລະ ການໄດ້ຍິນເລີ່ມເຮັດວຽກໄດ້ດີຂຶ້ນຄ້າຍຄືຜູ້ໃຫຍ່ ລູກເລີ່ມເປັ່ງສຽງຮຽນແບບການເວົ້າແຕ່ຍັງບໍ່ເປັນຄຳ ໃຫ້ພໍ່ແມ່ເວົ້າໂຕ້ຕອບໄປມາເວລາທີ່ລູກພະຍາຍາມສົ່ງສຽງ ອ່ານໜັງສືນິທານ ຊີ້ໃຫ້ເບິ່ງຮູບພາບພ້ອມບອກວ່ານັ້ນແມ່ນຫຍັງ.

ອາຍຸ 6 ເດືອນ: ລູກເລີ່ມຮຽນນັ່ງ ແລະ ເຄື່ອນທີ່ໄດ້ເອງ ຈັບໃຫ້ລູກນອນຄວ່ຳຫຼິ້ນ ແລ້ວເອົາເຄື່ອງຫຼິ້ນມາວາງລໍ່ໄວ້ດ້ານໜ້າ ຈະໄດ້ພະຍາຍາມເຄື່ອນທີ່ໄປຫາເຄື່ອງຫຼິ້ນ ໃຫ້ເລືອກຊະນິດທີ່ປອດໄພເຂົ້າປາກໄດ້ບໍ່ອັນຕະລາຍເປັນພິດ ຫຼື ຕິດຫຼອກລົມ ຈັດເຮືອນໃຫ້ປອດໄພ ເຊັ່ນ ອັດຮູປັກສຽບ ລະວັງພັດລົມຕັ້ງພື້ນ ຕູ້ລີ້ນຊັກ ຂັ້ນໄດເຮືອນທີ່ລູກອາດໄປຫຼິ້ນ.

ອາຍຸ 7 ເດືອນ: ລູກເລີ່ມໃຊ້ມືຈັບກຳສິ່ງຂອງໄດ້ດີ ອີກ 2-3 ເດືອນຈະໃຊ້ນິ້ວຊີ້ນິ້ວໂປ້ຈັບເຄື່ອງຫຼິ້ນນ້ອຍໆໄດ້ ຫາສິ່ງຂອງທີ່ປອດໄພໃຫ້ລູກຝືກຫຍິບຈັບ ເຊັ່ນ ກ້ວຍສຸກທີ່ຕັດເປັນຕ່ອນນ້ອຍ ແອັບເປິ່ນຕ່ອນນ້ອຍໆໜຶ່ງໃຫ້ອ່ອນໆ ໃສ່ຖ້ວຍຢາງ ຫຼື ໃຫ້ລູກຈັບບ່ວງຮຽນຕັກ.

อาจเป็นรูปภาพของ 1 คน, ทารก, กำลังยิ้ม, ผ้าอ้อม และ เตียงทารก

ອາຍຸ 8 ເດືອນ: ກະຕຸ້ນການຮຽນຮູ້ເລື່ອງພາສາ ຝຶກປ່ອນສິ່ງຂອງໃສ່ກ່ອງ ສອນເອີ້ນອະໄວຍະວະຂອງຮ່າງກາຍ.

ອາຍຸ 9 ເດືອນ: ໄວນີ້ມັກຫຼິ້ນແນວທີ່ເປີດປິດຄືບານພັບປະຕູໄດ້ ເຊັ່ນ ໜັງສືປົກແຂງ, ຝາຕູ້ເກັບເຄື່ອງ, ກ່ອງເຈ້ຍທີ່ມີຝາປິດ ລູກມັກນັ່ງຫຼິ້ນໄດ້ເປັນຮ້ອຍເທື່ອ ເປັນການຝຶກກ້າມຊີ້ນຕາ ແລະ ກ້າມຊີ້ນມືເຮັດວຽກປະສານກັນ.

ອາຍຸ 10 ເດືອນ: ລູກມັກຫຼິ້ນຊອກຫາເຄື່ອງທີ່ເຊື່ອງໄວ້ ເປັນການຝຶກກ້າມຊີ້ນການເຄື່ອນເໜັງ ແລະ ຮຽນຮູ້ວ່າວັດຖຸບໍ່ສູນຫາຍໄປໃສ ເຖິງວ່າຈະບໍ່ເຫັນກໍ່ຕາມ ເຊັ່ນ ເຊື່ອງເຄື່ອງຫຼິ້ນໄວ້ກ້ອງຜ້າຫົ່ມ ແລ້ວເອົາມືລູກໄປປືດຜ້າເພື່ອໃຫ້ເຫັນເຄື່ອງຫຼິ້ນ ລູກກໍ່ຈະຮຽນແບບໄດ້.

ອາຍຸ 11 ເດືອນ: ກະຕຸ້ນພັດທະນາການດ້ານພາສາ ໂດຍການເວົ້າໂຕ້ຕອບກັບລູກຫຼາຍໆ ບອກລູກວ່າເຈົ້າກຳລັງເຮັດຫຍັງຢູ່ ຖາມລູກເລື້ອຍໆ ເຮັດທ່າທາງປະກອບນຳ ຈະຊ່ວຍໃຫ້ລູກເຂົ້າໃຈຫຼາຍຂຶ້ນ ບໍ່ໃຊ້ໂທລະທັດ ຫຼື ໂທລະສັບ.

ອາຍຸ 12 ເດືອນ ເດັກນ້ອຍບາງຄົນເວົ້າເປັນໄວ ຄານໄວ ກວ່າເດັກຄົນອື່ນໃນໄວດຽວກັນ ບາງຄົນເຮັດໄດ້ຊ້າກວ່າຄົນອື່ນ ແຕ່ສ່ວນຫຼາຍຈະເຮັດໄດ້ໃນທີ່ສຸດ ແຕ່ຖ້າສົງໄສວ່າລູກອາດມີບັນຫາພັດທະນາການຊ້າຜິດປົກກະຕິ ຄວນໃຫ້ແພດກວດເບິ່ງ ດີກວ່າເກັບຄວາມວິຕົກກັງວົນໄວ້ດົນເກີນໄປ.

ຂໍ້ມູນຈາກ: สุธีรา เอื้อไพโรจน์กิจ