ພະຍາດໄຂ້ຫວັດລະດູໜາວ

54

ລະດູໜາວເປັນລະດູຂອງພະຍາດໄຂ້ຫວັດ ທີ່ທຸກຄົນຄວນໃສ່ໃຈ ແລະ ດູແລ ໂດຍສະເພາະ ຜູ້ທີ່ມີລູກນ້ອຍຕໍ່າກວ່າ5ປີເເລະຜູ້ໃຫຍ່ສູງກວ່າ65ປີ ເອົາໃຈໃສ່ທີ່ສຸດເເມ່ນລູກນ້ອຍຕໍ່າກວ່າ 6 ເດືອນ.

อาจเป็นรูปภาพของ 1 คน, ยา และ เครื่องดื่ม

ພະຍາດໄຂ້ຫວັດເເມ່ນພະຍາດຕິດຕໍ່ຈາກຄົນສູ່ຄົນເເລະຈາກສັດສູ່ຄົນ ເປັນພະຍາດທີ່ຕິດຕໍ່ຜ່ານທາງລະບົບຫາຍໃຈ ເຊິ່ງຕິດຕໍ່ກັນໃດ້ໄວທີ່ສຸດ, ເປັນພະຍາດທີ່ເຊົາເອງໃດ້ໃນໄລຍະ5-7ວັນ.

ໄຂ້ຫວັດມີຢູ່3ປະເພດA B C ໃນນີ້ປະເພດ A ເເມ່ນພົບຫຼາຍທີ່ສຸດໃນປັດຈຸບັນ ເປັນປະເພດທີ່ຕິດຕໍ່ໄດ້ງ່າຍ ແລະ ໄວທີ່ສຸດ
ເຮົາສາມາດຕິດເຊື້ອຜ່ານຫຼາຍທາງເຊັ່ນ:

อาจเป็นรูปภาพของ 1 คน, เด็ก และ ยา

-ຜ່ານການໃກ້ຊິດຜູ້ທີ່ເປັນ ແລ້ວເຊັ່ນວ່າ:ໄອ,ຈາມ…

– ຜ່ານການຈັບຕ້ອງວັດຖຸຫຼືສິ່ງຂອງທີ່ມີເຊື້ອຕິດເເປະຢູ່ ແລ້ວເຊັ່ນ: ເຄື່ອງຫຼີ້ນ,ກະແຈ,ປະຕູ,ເສື້ອຜ້າ…

ອາການຂອງໄຂ້ຫວັດມີ ໄຂ້,ໄອ,ເຈັບຫົວ,ມີນໍ້າມູກ ເຊິ່ງອາການໄອຈະຍາວນານ1-2ອາທິດ. ນອກຈາກນັ້ນ ພະຍາດທີ່ສາມາດເກີດຂຶ້ນໃດ້ເພີ່ມກໍຄື: ຫູອັກເສບ,ອັກເສບຫຼອດລົມ,ຫຼອດປອດ…

ວິທີປິ່່ນປົວ ຕ້ອງ ປິ່່ນປົວຕາມອາການ ແລະ ປິ່່ນປົວດ້ວຍຢາຕ້ານ virus (ເປັນໜ້າທີ່ຂອງເເພດໝໍ)

ວິທີປ້ອງກັນພະຍາດໄຂ້ຫວັດລະດູໜາວປະຕິບັດດັ່ງນີ້:

อาจเป็นรูปภาพของ 1 คน, เด็ก และ ยา

– ໃສ່ຜ້າອັດປາກ

– ລ້າງມືທຸກຄັ້ງກ່ອນສຳຜັດ ຕາ,ດັງ,ປາກ

– ຫຼີກເວັ້ນຈາກຜູ້ທີ່ເປັນພະຍາດນີ້

– ວິທີທີ່ດີທີ່ສຸດ ເເມ່ນສັກ Vaccin ປ້ອງກັນໄຂ້ຫວັດ

ຂໍ້ມູນຈາກ: Dr Anousak