ເປີດຮັບສະໝັກແລ້ວ ນາງສາວເຜົ່າມົ້ງ ແລະ ນັກຮ້ອງສຽງດີ ນະຄອນຫຼວງ2024

59

ງານນີ້ສາວງາມຫ້າມພາດ ປີໜຶ່ງມີຄັ້ງດຽວໃຜທີ່ມີຄວາມຝັນຢາກເປັນເຈົ້າຂອງມຸງກຸດ ແລະ ເດີນສາຍນາງງາມຫ້າມພາດ ເພາະງານນີ້ ສໍາລັບນ້ອງໆສາວໆເຜົ່າມົ້ງທີ່ມີ ຄວາມຝັນຢາກປະກວດນາງງາມ ແລະ ເປັນແບບຢ່າງທີ່ດີໃຫ້ກັບສັງຄົມ ເວທີນີ້ໄດ້ເປີດໂອກາດຮັບສະໝັກນາງສາວເຜົ່າມົ້ງປະຈໍາປີ2024 ນະຄອນຫລວງ.

อาจเป็นรูปภาพของ 2 คน และ ข้อความ

ມາຮ່ວມເປັນຄອບຄົວດຽວກັນກັບປ່າເຢັ້ງຊາລໍ່ ແລະ ເວທີດັ່ງກ່າວໄດ້ ເພື່ອປ່ຽນແປງຊິວິດ ແລະ ໄດ້ຮັບໂອກາດດີໆເດີນທາງເຂົ້າສູ່ຄວາມຝັນຂອງຕົນເອງ Miss Hmong Vientiane 2024 ຫຼື ນາງສາວເຜົ່າມົ້ງນະຄອນຫຼວງ 2024ນັ້ນເອງ.

ໂດຍສາວໆຈະມີເງື່ອນໄຂການສະໝັກມີດັ່ງນີ້: ຕ້ອງເປັນແມ່ຍິງສາວໂສດສົມບູນທາງເພດ, ບໍ່ເຄີຍແຕ່ງງານມາກ່ອນ, ບໍ່ເຄີຍມີລູກ ແລະ ບໍ່ເຄີຍຕ້ອງໂທດມາກ່ອນ ອາຍຸລະຫວ່າງ 16-25 ປີ. ລວງສູງ 155 ຊມ ຂຶ້ນໄປ, ລະດັບການສຶກສາຈົບ ມ4 ຂື້ນໄປ ສາມາດເວົ້າພາສາລາວ ແລະ ພາສາມົ້ງໄດ້ຢ່າງຈະແຈ້ງ ສາມາດສະໝັກລົງທະບຽນດ້ວຍຕົນເອງ ຫຼື ລົງສະໝັກຜ່ານທາງອອນລາຍ ພ້ອມໃບຢັ້ງຢືນທີ່ຢູ່ ແລະ ຮູບຖ່າຍໝົດໂຕ 1 ໃບ (ແຕ່ງກາຍສຸພາບ) ທີ່ສໍາຄັນບໍ່ຈຳເປັນໄດ້ພາສາຕ່າງປະເທດກໍ່ສະໝັກໄດ້.

อาจเป็นรูปภาพของ 4 คน และ ข้อความ

ສາວງາມຄົນໃດທີ່ມີຄວາມສົນໃຈຢາກຈະເດີນຕາມຫາ ຄວາມຝັນຂອງຕົນເອງສາມາມາດ ດາວໂຫຼດແບບຟອມໄດ້ທີ່
facebook Page : ສວນພຶກສາ / Pheuksa Garden
https://www.facebook.com/PHEUKSA?mibextid=ZbWKwL ຫຼື ສາມາດສະໜັກອອນລາຍໄດ້ເລີຍຜ່ານເບີ: 020 96899684 https://tiktok.com/@pheuksa123 ເລີ່ມຮັບສະໜັກຕັ້ງແຕ່ວັນທີ 24ພະຈິກ 2023 ເປັນຕົ້ນໄປ ແລະ ຈະປິດຮັບສະໝັກໃນວັນທີ 24ທັນວາ2023ທີ່ຈະມາເຖິງນີ້.

อาจเป็นรูปภาพของ 4 คน และ ข้อความ

ງານນີ້ຈັດງານໂດຍ ສວນພຶກສາ, ຮ້ານຄຳພູວົງ.

ໂອກາດດີໆແບບນີ້ພາດບໍ່ໄດ້ແລ້ວ ເປີດໂອກາດໃຫ້ນ້ອງໆທີ່ສົນໃຈຢາກລົງສະໝັກເພື່ອຊິງມົງກຸດເພັດ ມູນຄ່າ 100ກ່ວາລ້ານກີບ ແລະ ມີເງິນລາງວັນອີກຫຼາກຫຼາຍລາຍການກັນເລີຍ ຍັງບໍ່ພໍເທົ່ານັ້ນ ທາງສວນພຶກສາ ຍັງເປີດຮັບສະໝັກນັກຮ້ອງສຽງດີ ນະຄອນຫຼວງ 2024 The singer has a good voice 2024 ເຊິ່ງເປີດໂອກາດໃຫ້ນ້ອງໆຜູ້ທີ່ມີຄວາມສາມາດ, ກ້າ ສະແດງອອກເພື່ອສ່ອງປະກາຍສູ່ສາຍຕາຄົນທົ່ວປະເທດ ເພື່ອສົ່ງເສີມສິນລະປະຂອງບັນດາເຜົ່າ ເພງທີ່ໃຊ້ໃນການແຂ່ງຂັນຈະມີເພງມົ້ງ ແລະ ເພັງລາວ ເປັນຫຼັກນັ້ນເອງ ໂດຍເລີ່ມເປີດຮັບສະໝັກວັນທີ 22ພະຈິກ2023 ແລະ ປິດຮັບສະໝັກວັນທີ 23ທັນວາ2023ທີ່ຈະມາເຖິງນີ້.

ໂດຍມື້ຄັດເລືອກນັກຮ້ອງວັນທີ 24ທັນວາ2023 ແລະ ຜູ້ທີ່ຜ່ານເຂົ້າຮອບ 20 ຄົນສຸດທ້າຍຈະໄດ້ເຂົ້າໄປຊິງ ຂັນລາງວັນ ແລະ ເງິນລາງວັນ ເພື່ອແຂ່ງຂັນຮອບຊິງຊະນະເລີດ ຢູ່ທີ່ ສວນພຶກສາ / Pheuksa Garden ດາວໂຫຼດແບບຟອມ ແລະ ເງື່ອນໄຂການສະໝັກຢູ່ ກ້ອງຄອມເມັ້ນ ຫຼື ທີ່ເພຈ “ສວນພຶກສາ”ພ້ອມສົ່ງແບບຟອມ ແລະ ຄິບລົງທະບຽນໄດ້ ຕັ້ງແຕ່ ມື້ນີ້ ຈົນເຖິງວັນທີ 23 ທັນວາ 2023 ສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມ ຫຼື ລົງທະບຽນສະໝັກໄດ້ທີ່ເບີ:020 78647112, 020 55652325.