ຂໍ້ດີ ເເລະ ຂໍ້ເສຍຂອງການສີດ Filler

33

ບັນຫາຄວາມງາມທີ່ຄລີນິກເສີມຄວາມງາມ ບໍ່ເປີດເຜີຍນັ້ນກໍຄືຂໍ້ເສຍຂອງການສີດ Filler.
Filler ແມ່ນທາດໜຶ່ງທີ່ທ່ານໝໍໃຊ້ເພື່ອສີດເສີມຄວາມງາມໃຫ້ລູກຄ້າ ໂດຍທາດດັ່ງກ່າວຈະໄປຕື່ມເຕັມຈຸດທີ່ເຮົາຕ້ອງການ ເຊັ່ນ: ໜ້າຜາກເປັນຮອຍຫ່ຽວ… ຫຼັງຈາກສີດແລ້ວຮອຍດັ່ງກ່າວຈະໝົດໄປ ແຕ່ໃນເວລາໃດໜຶ່ງເທົ່ານັ້ນ.

อาจเป็นรูปภาพของ 1 คน

ຂໍ້ດີໜ້ອຍກວ່າຂໍ້ເສຍ ເຊັ່ນ:

– ເສີມຄວາມງາມດ້ວຍ Filler ຈະເຫັນຜົນໃນທັນທີ

– ເວລາການຟື້ນຟູຫຼັງຈາກສີດ Filler ແມ່ນໄວທີ່ສຸດ ຖ້າທຽບໃສ່ວິທີອື່ນໆ

– ສີດ Filler ລາຄາຈະຖືກກວ່າວິທີອື່ນໆ

– ຜົນຂອງ Filler ຈະຢູ່ໄດ້ດົນເຖິງ 2 – 3 ເດືອນ ຫຼື 2 – 3 ປີ ຂຶ້ນກັບປະເພດທີ່ສີດ

ແຕ່ຂໍ້ເສຍ ( ຫຼາຍກວ່າຂໍ້ດີ ) ເຊັ່ນ:

-ຮູບຊົງພາຍນອກຈະບໍ່ສົມສ່ວນກັນ

– ຜິວໜັງຖືກທຳລາຍ ກໍ່ໃຫ້ເກີດເປັນແປ້ວ

– ຕິດເຊື້ອສາມາດກໍ່ໃຫ້ເກີດເນົ່າເປື່ອຍໃນກໍລະນີຮ້າຍແຮງ

– ພົບເຫັນເປັນກ້ອນຢູ່ໃຕ້ຜິວໜັງຈຸດທີ່ສີດ

อาจเป็นรูปภาพของ 1 คน

– ຖ້າສັກຖືກເສັ້ນປະສາດໂຕໃດ ຈຸດນັ້ນຈະເປັນອຳມະພາດ( ສູນເສຍການຄວບຄຸມ )

– ຖ້າສັກຖືກເສັ້ນເລືອດ ເສັ້ນເລືອດຈະຕັນ ເຮັດໃຫ້ຈຸດນັ້ນເນົ່າເປື່່ອຍ

– ອອກສິວຄືກັບສິວໄຂ່ປາ

– ອອກຕຸ່ມ ແລະ ຄັນ.

▶ຄຳແນະນຳ

– ເລືອກສີດຢູ່ສູນຄວາມງາມທີ່ໜ້າເຊື່ອຖືໄດ້

– ເລືອກສີດນຳໝໍທີ່ຈົບມາໂດຍກົງ ເພາະປັດຈຸບັນ ຄົນທີ່ສີດສ່ວນຫຼາຍຈະບໍ່ໄດ້ຮຽນໝໍ

– ເລືອກປະເພດ Filler ທີ່ໃດ້ມາດຕະຖານ ເພາະຂອງປອມ ຫຼາຍທີ່ສຸດ.

ຂໍ້ມູນຈາກ: Dr. Anongsak