ຮຸນໄດ ເປີດໂຮງງານຜະລິດລົດ EV ໃນສິງກະໂປ

36

ສຳນັກຂ່າວ AFP ລາຍງານວ່າ ບໍລິສັດ ຮຸນໄດ ໄດ້ຈັດພິທີເປີດໂຮງງານຜະລິດລົດໄຟຟ້າ (EV) ໃນສິງກະໂປຕັ້ງເປົ້າຜະລິດລົດໄຟຟ້າໃຫ້ໄດ້ 30.000 ຄັນຕໍ່ປີ ໂດຍໂຮງງານດັ່ງກ່າວ, ນອກຈາກໃຊ້ແຮງງານຄົນແລ້ວ ຍັງໃຊ້ຫຸ່ນຍົນເຂົ້າຊ່ວຍໃນການຜະລິດ.

ຖະແຫຼງການຂອງຮຸນໄດລະບຸວ່າ: ໂຮງງານໃນສິງກະໂປຈະເປັນຫນຶ່ງໃນສອງເສົາຫຼັກນະວັດຕະກຳຂອງຮຸນໄດມໍເຕີກຣຸບ ທີ່ຈະນຳບໍລິສັດປະສົບຜົນສຳເລັດໃນການຜະລິດລົດໄຟຟ້າ, ໂຮງງານດັ່ງກ່າວນີ້ ຈະນຳໃຊ້ຫຸ່ນຍົນປະມານ 200 ເຄື່ອງເຂົ້າໃນການຜະລິດ ເຊິ່ງເປັນການປ່ຽນແປງສາຍການຜະລິດແບບເດີມໆ ໄປສູ່ການຜະລິດໃນຮູບແບບໃຫມ່ ໂດຍໃຫ້ມະນຸດ ແລະ ຫຸ່ນຍົນເຮັດວຽກຮ່ວມກັນ.

ປັດຈຸບັນໂຮງງານແຫ່ງນີ້ ຜະລິດລົດໄຟຟ້າ IONIQ 5 ແລະ IONIQ 5 ອັດຕະໂນມັດເຕັມຮູບແບບທີ່ເອິ້ນວ່າ “ໂຣໂບແທັກຊີ” ຂັບເຄື່ອນໄດ້ໂດຍບໍ່ຕ້ອງມີຄົນຂັບ ເຊິ່ງຮຸນໄດຈະຜະລິດລົດ IONIQ 6 ໃນໂຮງງານແຫ່ງນີ້ ຕັ້ງແຕ່ປີຫນ້າເປັນຕົ້ນໄປ.