ພົບອີກແລ້ວ ລົດນຳເຂົ້າບໍ່ມີເອກະສານຈຸດປະສານງານປາກມອງ

53
ຂ່າວຈາກກະຊວງການເງິນລາຍງານວ່າ: ໃນເວລາ 16:00 ໂມງຂອງວັນທີ 20 ພະຈິກ 2023, ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານ ປາກມອງ ເມືອງນ້ຳບາກ ແຂວງຫຼວງພະບາງ, ໄດ້ຮັບແຈ້ງຂ່າວຈາກພົນລະເມືອງດີວ່າ: ມີລົດເກັງ, ຍີ່ຫຍໍ້: ເກຍ ສີດຳ, ບໍ່ຕິດມີປ້າຍທະບຽນ, ຢູ່ແຖວບ້ານຊຽງດາ ເຂດບ້ານນ້ຳຖ້ວມເມືອງນ້ຳບາກ.
May be an image of 2 people, car and text
ດັ່ງນັ້ນ, ເຈົ້າໜ້າທີ ພສປ ໄດ້ອອກຕິດຕາມ ແລະ ໄດ້ພົບເຫັນລົດຄັນດັ່ງກ່າວ, ຈຶ່ງໄດ້ສະແດງຕົນພ້ອມບັດປະຈຳໜ້າທີ່, ຜ່ານການກວດກາເບື້ອງຕົ້ນເຫັນບໍ່ມີເອກະສານຫຍັງຢັ້ງຢືນການນຳ້ເຂົ້າ. ດັ່ງນັ້ນ, ໄດ້ນຳເອົາລົດຄັນດັ່ງກ່າວມາຮັກສາໄວ້ຊົ່ວຄາວ ແລະ ສືບສວນ-ສອບສວນຢູ່ຈຸດປະສານງານ, ພ້ອມທັງເຮັດບັນທຶກຢືດສີນຄ້າໄວ້ເປັນຫຼັກຖານ.
May be an image of 4 people, car and text that says 'KIA'