ການສົ່ງອອກຂອງອິນໂດເນເຊຍ ຫຼຸດລົງ 10% ໃນເດືອນຕຸລາ

32

ເວບໄຊ thejakartapost.com ລາຍງານວ່າ: ຕາມຂໍ້ມູນຂອງ ສໍານັກງານສະຖິຕິຂອງອິນໂດເນຍເຊຍ (BPS) ລະບຸວ່າ ຜົນການດໍາເນີນງານການສົ່ງອອກຂອງອິນໂດເນເຊຍຫຼຸດລົງຢ່າງຕໍ່ເນື່ອງ ໃນເດືອນທີ່ຜ່ານມາ ເນື່ອງຈາກລາຄາຖ່ານຫີນທີ່ຫຼຸດລົງ ແລະ ປະລິມານການສົ່ງອອກນໍ້າມັນປາມດິບ (CPO) ທີ່ຫຼຸດລົງ.

ທ່ານ ນາງ Pudji Ismartini ຈາກ BPS ກ່າວຖະແຫຼງການເມື່ອທ້າຍອາທິດຜ່ານມາວ່າ: ການສົ່ງອອກຫຼຸດລົງ 10,43% ເມື່ອທຽບເປັນລາຍປີ ເຫຼືອ 22,15 ຕື້ໂດລາ ໃນເດືອນຕຸລາ ຈາກ 24,73 ຕື້ໂດລາ ທີ່ບັນທຶກໄວ້ໃນໄລຍະດຽວກັນຂອງປີ 2022.
ການຫົດຕົວນີ້ ໄດ້ຮັບແຮງກົດດັນມາຈາກການສົ່ງອອກທີ່ບໍ່ແມ່ນນໍ້າມັນ ແລະ ແກັສ ທີ່ຫຼຸດລົງ ໂດຍຍັງມີທ່າອ່ຽງ ທີ່ມີມານັບແຕ່ຕົ້ນປີເປັນຕົ້ນມາ ເຊິ່ງສ່ວນໃຫຍ່ມີສາເຫດມາຈາກລາຄາສິນຄ້າໂພກກະພັນທີ່ຫຼຸດລົງຫຼາຍ ເມື່ອທຽບກັບປີຜ່ານມາ. ໂດຍສະເພາະຖ່ານຫີນ, ນໍ້າມັນປາມ ແລະ ເຫຼັກ ເຊິ່ງເປັນສິນຄ້າສົ່ງອອກ 3 ອັນດັບທໍາອິດຂອງອິນໂດເນເຊຍ.