ພະຍາດອັກເສບຫຼອດປອດເດັກນ້ອຍ ທີ່ພໍ່ແມ່ບໍ່ຄວນຖືເບົາ

42

ພະຍາດອັກເສບຫຼອດປອດ ແມ່ນພະຍາດທາງລະບົບຫາຍໃຈທີ່ພົບເຫັນຫຼາຍໃນເດັກນ້ອຍແຕ່ 6 ເດືອນຫາ 3 ປີ ເພາະວ່າໃນໄລຍະນີ້ພູມຕ້ານທານໃນຮ່າງກາຍຍັງຕໍ່າ ຈຶ່ງພາໃຫ້ເກີດຕິດເຊື້ອພະຍາດໄດ້ງ່າຍ.

อาจเป็นรูปภาพของ 1 คน, เด็ก, แปรงสีฟัน และ โรงพยาบาล

ປັດໄຈທີ່ກໍ່ໃຫ້ເກີດພະຍາດນີ້ມີ: Virus:RSV, parainfluenza, adeno, influenza…, ເຊື້ອແບັດທີເຣຍ E.coli, heamophilus…, ຍ້ອນພູມແພ້, ຍ້ອນສະພາບແວດລ້ອມອ້ອມຂ້າງ: ຂີ້ຝຸ່ນ, ໝອກຄວັນ… ເປັນຕົ້ນ.

ອາການຂອງພະຍາດນີ້ເລີ່ມຕົ້ນຈະໄອ, ແສບຄໍ, ມີຂີ້ກະເທິ, ມັກໄອຫຼາຍໃນເວລາກາງຄືນ ແລະ ຕອນເຊົ້າ, ໄຂ້ສູງ ແລະ ອາການອື່ນທີ່ສາມາດພົບເຫັນ ເຊັ່ນ: ສຽງແຫບ,ນໍ້າມູກໄຫຼ, ຕັນດັງ, ຫາຍໃຈຝືດ, ຮາກ… ສ່ວນໃຫຍ່ແລ້ວເດັກນ້ອຍທີ່ເປັນພະຍາດນີ້ແມ່ນໄລຍະ 1 – 2 ອາທິດ ກໍເຊົາແລ້ວ ຂຶ້ນກັບເຊື້ອພະຍາດດັ່ງກ່າວ. ສະນັ້ນ, ເຮົາຄວນເບິ່ງແຍງລູກໃຫ້ປອດໄພຈາກພະຍາດນີ້ ຄື:

อาจเป็นรูปภาพของ 1 คน, เด็ก และ ยา

– ອະນາໄມດັງ – ຄໍໃຫ້ເດັກດ້ວຍນໍ້າເກືອ 0,9% ( ບໍ່ຕ້ອງຢ້ານລູກເສບດັງ )

– ເວລາມີໄຂ້ໃຫ້ໃຊ້ຜ້າຈຸ່ມນໍ້າອຸ່ນເຊັດຕົວລູກບໍລິເວນໜ້າຜາກ, ຂີ້ແຮ້, ບໍລິເວນຂາໜີບ. ຖ້າໄຂ້ສູງກວ່າ 38,5 ອົງສາ ແມ່ນໃຫ້ກິນຢາຫຼຸດໄຂ້.

– ໃຫ້ລູກກິນນໍ້າອຸ່ນເລື້ອຍໆ ເພື່ອຊ່ວຍໃຫ້ທາງເດີນຫາຍໃຈຂອງລູກປອດໂປ່ງ

– ຫ້າມເດັດຂາດບໍ່ໃຫ້ຊື້ຢາຕ້ານເຊື້ອໃຫ້ລູກກິນຕາມລຳພັງໃຈ ຖ້າພົບອາການນີ້ໃຫ້ໄປພົບແພດດ່ວນ

– ລູກໄຂ້ບໍ່ຫຼຸດ, ໄຂ້ສູງ 39ອົງສາຂຶ້ນໄປ, ກິນຢາຫຼຸດໄຂ້ບໍ່ລົງ, ກໍລະນີໄຂ້ສູງແລ້ວຊັກໃຫ້ພາໄປໂຮງໝໍດ່ວນ

– ລູກໄອຫຼາຍ, ບໍ່ກິນນົມ ຫຼື ບໍ່ຢາກກິນເຂົ້າ

+ ເດັກຫາຍໃຈຝືດ, ຕົນໂຕກໍ່າ.

ຂໍ້ມູນຈາກ: Dr Anousak