ວິທີໃຊ້ ເເລະ ຜົນຮ້າຍໃນການໃຊ້ ຢາຄຸມສຸກເສີນເກີນຂະໜາດ

40

ຄວາມໝາຍຂອງຢາຄຸມສຸກເສີນ: ເປັນຢາຄຸມກຳເນີດທີ່ທ່ານໝໍຍອມຮັບໃນການປ້ອງກັນການຖືພາໃດ້ເຖິງ90%.
ເຮົາໃຊ້ຢາຄຸມສຸກເສີນເມື່ອມີເພດສຳພັນທີ່ບໍ່ມີການປ້ອງກັນ, ຖືກລ່ວງລະເມີດທາງເພດ ເມື່ອຖົງຢາງອະນາໄມແຕກ ຫຼື ຂາດເປັນຕົ້ນ.

ไม่มีคำอธิบายรูปภาพ

ວິທີໃຊ້ໃຫ້ຖືກຕ້ອງ ຄວນໃຊ້ຢາຄຸມກຳເນີດໄວເທົ່າໃດຍິ່ງດີ ຫຼັງຈາກມີເພດສຳພັນ, ດີທີ່ສຸດແມ່ນໃນໄລຍະເວລາ 72 ຊົ່ວໂມງທຳອິດ ( ກາຍນັ້ນໄປປະສິດທິພາບການປ້ອງກັນຈະຕໍ່າ ) ປະລິມານຢາທີ່ກຳນົດໃຫ້ໃຊ້ແມ່ນແມ່ຍິງອາຍຸ 16 ປີຂຶ້ນໄປ ຫຼື ຕໍ່າກວ່ານັ້ນຕ້ອງປຶກສາແພດກ່ອນ; ໃຊ້ຫຼາຍສຸດບໍ່ໃຫ້ເກີນ 2 ຄັ້ງຕໍ່ເດືອນ ແລະ ບໍ່ໃຫ້ເກີນ 3 ຄັ້ງຕໍ່ປີ.

อาจเป็นรูปภาพของ 1 คน

ຖ້າໃຊ້ຫຼາຍເກີນນັ້ນ ເອີ້ນວ່າໃຊ້ຢາເກີນຂະໜາດທີ່ໄດ້ກຳນົດແລ້ວໄປເບິ່ງຜົນຮ້າຍດັ່ງລຸ່ມນີ້:

1. ແມ່ຍິງບໍ່ສາມາດຖືພາໄດ້ ( ບໍ່ມີລູກ ) ພົບຫຼາຍທີ່ສຸດ

2. ເປັນມະເຮງປາກມົດລູກ

3. ມີລູກນອກພົກ

4. ຕຸ້ຍຂຶ້ນ, ຄວາມດັນຜິດປົກກະຕິ

5. ຄວາມຕ້ອງການທາງເພດຫຼຸດລົງ

6. ປະຈຳເດືອນມາບໍ່ປົກກະຕິ

7. ກໍ່ໃຫ້ເກີດສິວ, ຝ້າ

8. ອາລົມຈິດໃຈປ່ຽນແປງ…

ຂໍ້ມູນຈາກ:Dr Anongsak