ມົນລະພິດທາງອາກາດ ກະທົບຕໍ່ເສດຖະກິດອິນເດຍ ສູນເສຍເງິນປະມານ 95 ຕື້ໂດລາ ໃນທຸກປີ

37

ເວບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ສະມາຄົມອຸດສາຫະກຳອິນເດຍ ໄດ້ຄໍານວນ ແລະ ສະແດງໃຫ້ເຫັນວ່າ ມົນລະພິດທາງອາກາດ ເຮັດໃຫ້ເສດຖະກິດອິນເດຍ ເສຍຫາຍປະມານ 95 ຕື້ໂດລາຕໍ່ປີ ເຊິ່ງຕົວເລກນີ້ ທຽບເທົ່າກັບປະມານ 3% ຂອງລວມຍອດຜະລິີດຕະພັນພາຍໃນ (GDP) ຂອງອິນເດຍ, ຫາກສະຖານະການບໍ່ດີຂຶ້ນ ພາຍໃນປີ 2030 ມົນລະພາວະທາງອາກາດ ຈະເຮັດໃຫ້ ເສດຖະກິດອິນເດຍສູນເສຍໄປຫຼາຍເຖິງ 4,5% ຂອງ ຈີດີພີ ຈາກ 3% ທີ່ກ່າວມານັ້ນ.

ຂະນະທີ່, ໃນລະດັບໂລກ ກໍຄື ອົງການເພື່ອຄວາມຮ່ວມມືທາງເສດຖະກິດ ແລະ ການພັດທະນາ (OECD) ກໍໄດ້ມີການຄາດຄະເນວ່າ: ມົນລະພິດທາງອາກາດ ເຮັດໃຫ້ຜະລິດຕະພາບແຮງງານ ຫຼຸດລົງ ເຊິ່ງຄ່າໃຊ້ຈ່າຍໃນການປິ່ນປົວພະຍາດ ທີ່ກ່ຽວຂ້ອງກັບມົນລະພິດທາງອາກາດ ມີມູນຄ່າຫຼາຍກວ່າ 8.000 ຕື້ໂດລາຕໍ່ປີ.

ລາຍງານຍັງລະບຸວ່າ: ອິນເດຍ ໄດ້ຕັ້ງເປົ້າທີ່ຈະແຊງໜ້າ ຍີ່ປຸ່ນ ແລະ ເຢຍລະມັນ ພາຍໃນປີ 2030 ແລະ ກາຍເປັນປະເທດທີ່ມີເສດຖະກິດຂະຫນາດໃຫຍ່ເປັນອັນດັບ 3 ຂອງໂລກ, ແຕ່ຕອນນີ້ມົນລະພິດທາງອາກາດ ຖືກຈັດວ່າເປັນໜຶ່ງໃນໄພຄຸກຄາມຫຼັກ ທີ່ສາມາດຂັດຂວາງການເຕີບໂຕເສດຖະກິດຂອງປະເທດ.

ໜັງສືພິມ The Wire ຂອງອິນເດຍ ໄດ້ລາຍງານວ່າ: ໄພຄຸກຄາມຈາກມົນລະພິດທາງອາກາດ ຕໍ່ກັບເສດຖະກິດຂອງອິນເດຍນັ້ນ ແມ່ນສູນເສຍຫຼາຍເປັນຕົ້ນ 2 ພາກສ່ວນທີ່ກະທົບໜັກ ກໍຄື ການກໍ່ສ້າງ ແລະ ກະສິກຳ ເມື່ອຕ້ອງເຮັດວຽກງານກາງແຈ້ງ.

ຕາມການລາຍງານຂອງໜັງສືພິມ The National ຂອງສະຫະລັດອາຣັບເອມິເຣດ ລະບຸວ່າ: ເປັນໄປບໍ່ໄດ້ ທີ່ຈະບໍ່ເວົ້າເຖິງຜົນກະທົບຂອງມົນລະພິດທາງອາກາດ ຕໍ່ກັບສະພາບແວດລ້ອມການລົງທຶນ ແລະ ຄວາມສາມາດໃນການດຶງດູດການທ່ອງທ່ຽວ. ນອກນີ້, ໃນການແຂ່ງຂັນ Cricket World Cup ທີ່ອິນເດຍ ເມື່ອບໍ່ດົນມານີ້ ບາງນັດການແຂ່ງຂັນ ຕ້ອງຖືກຍົກເລີກເນື່ອງຈາກມົນລະພິດທາງອາກາດ ແລະ ນີ້ກໍໄດ້ກໍ່ໃຫ້ເກີດມີຄໍາຖາມໃຫຍ່ ເມື່ອອິນເດຍກຳລັງຈະລົງສະໝັກເປັນເຈົ້າພາບ ໂອລິມປິກ ປີ 2036.