ຜົນເສຍຂອງຄົນທີ່ມັກກິນຫວານເກີນໄປ

128

ເຮົາທຸກຄົນຮູ້ນຳກັນແລ້ວວ່າ ອາຫານຂອງຫວານໃຜໆກໍມັກເພາະມັນແຊບ ແລ້ວຮູ້ບໍວ່າ ຮ່າງກາຍເຮົາມັນບໍ່ແຊບນຳ ຜົນຮ້າຍຂອງຄົນທີ່ມັກກິນຫວານ ຫຼື ໃຊ້ປະລິມານນໍ້າຕານເກີນຂອບເຂດ ຄົນມັກກິນຫວານຄວນຮູ້ ແລະ ປ່ຽນແປງ ດັ່ງນີ້:

อาจเป็นรูปภาพของ 1 คน, เจลาโต้ และ ไอศกรีม

1. ກິນຫວານກໍ່ໃຫ້ເກີດນໍ້າໜັກເພີ່ມ ” ຕຸ້ຍ ” ພົບເຫັນຫຼາຍໃນປັດຈຸບັນ

2. ສ່ຽງເປັນພະຍາດຫົວໃຈສູງເຊັ່ນ: ພະຍາດຄວາມດັນເລືອດສູງ, ຫຼອດເລືອດຕີບ,ເປັນລົມອຳມະພາດ

3 ເປັນປັດໄຈທີ່ກໍ່ໃຫ້ເກີດສິວໄຂ່ປາ

อาจเป็นรูปภาพของ 1 คน และ ผลไม้

4. ສ່ຽງທີ່ຈະເປັນພະຍາດເບົາຫວານ typ2: ອີງໃສ່ການຄົ້ນຄວ້າໃຫ້ເຫັນວ່າ ຄົນທີ່ກິນນໍ້າອັດລົມ, ນໍ້າຫວານໃນໄລຍະ 4 ປີ ມີໂອກາດເປັນເບົາຫວານສູງກວ່າຄົນທີ່ບໍ່ກິນ

5. ໂອກາດສ່ຽງເປັນມະເຮັງສູງ

6. ເປັນພະຍາດຊຶມເສົ້າ:ການຮັບຮູ້ຊ້າ, ຈິດໃຈແປປ່ວນ,ກັງວົນ

7. ຂະບວນການແກ່ຕົວຂອງຜິວໜັງໄວຂຶ້ນ ເບິ່ງແກ່ ກວ່າໄວອັນຄວນ

8. ຮ່າງກາຍໃຊ້ພະລັງງານເພີ່ມຂຶ້ນ ເພາະນໍ້າຕານຈະເຮັດໃຫ້ການໃຊ້ພະລັງງານເພີ່ມຂຶ້ນໄວແລ້ວກໍ່ໃຫ້ເກີດຫຼຸດລົງໄວ ນັ້ນຈະເຮັດໃຫ້ຮູ້ສຶກເມື່ອຍ

อาจเป็นรูปภาพของ 1 คน และ ฮอตดอก

9. ພະຍາດໄຂມັນໃນຕັບ ຕາມການຄົ້ນຄວ້າຂອງ USA ຫຼາຍກວ່າ 5.900 ຄົນ ຄົນທີ່ກິນນໍ້າອັດລົມ, ນໍ້າຫວານ ມີໂອກາດເປັນສູງກວ່າ56% ທຽບໃສ່ຄົນບໍ່ກິນ

10. ມີຄວາມສ່ຽງເປັນພະຍາດໝາກໄຂ່ຫລັງ

11. ມີຄວາມສ່ຽງເປັນພະຍາດແຂ້ວແມງ ສັງເກດໄດ້ໃນເດັກນ້ອຍ

12. ມີຄວາມສ່ຽງເປັນພະຍາດເກົ້າ (Gout)

13. ມີຄວາມສ່ຽງເປັນພະຍາດ Alzheimer ( ຄວາມຈຳຫຼຸດລົງ ).

ຂໍ້ມູນຈາກ: ດຣ ອານຸສອນ