ບໍາລຸງສາຍຕາຍດ້ວຍຜັກ ແລະ ໝາກໄມ້ 6 ຊະນິດ

57

ຖ້າເວົ້າເຖິງຮ່າງກາຍ ດວງຕາກໍ່ເປັນສິ່ງສຳຄັນຫຼາຍ ຍິ່ງໄລຍະທີ່ເທັກໂນໂລຢີກຳລັງພັດທະນາ ຄົນເຮົາກໍ່ຍິ່ງໃຊ້ສາຍຕາຫຼາຍກັບການໃຊ້ຄອມພິວເຕີ, ແທັບເລັດ, ໂທລະສັບ ແລະ ເຄື່ອງເອເລັກໂຕຣນິກປະເພດອື່ນໆ ເກືອບຈະໝົດມື້ກັບການຢູ່ໜ້າຈໍ. ສະນັ້ນ, ຈິ່ງຢາກແນະນຳ 6 ສຸດຍອດຜັກ-ໝາກໄມ້ ທີ່ຊ່ວຍບຳລຸງສາຍຕາ ມີດັ່ງນີ້:

อาจเป็นรูปภาพของ ผลไม้

1. ຜັກບົ້ງ ຊ່ວຍບຳລຸງສາຍຕາ ແລະ ເຮັດໃຫ້ບໍ່ປວດຕາເວລາໃຊ້ສາຍຕາດົນໆ ໄດ້

ຮັບທັງວິຕາມິນ A ແລະ C ລວມເຖິງ ເບຕ່າ-ແຄໂຣທີນ ນຳອີກ.

2.ແຄຣັອດ ເປັນຜັກສີສົ້ມທີ່ມີ ເບຕ່າ-ແຄໂຣທີນສູງຫຼາຍ ເຮັດໃຫ້ຊ່ວຍບຳລຸງຮັກສາຍຕາ ແລະ ສົ່ງຜົນຕໍ່ປະຕິກິລິຍາຂອງດວງຕາຕໍ່ແສງ.

3.ຜັກຕຳນິນ ຊ່ວຍປ້ອງກັນສາຍຕາບໍ່ໃຫ້ຖືກທຳລາຍ ແລະ ຍັງຢັບຢັ້ງການທຳລາຍຂອງອ໊ອກຊີເຈ່ນອີກດ້ວຍ.

อาจเป็นรูปภาพของ ผลไม้

4. ຜັກຄະນ້າ ຊ່ວຍບຳລຸງສາຍຕາ ແຖມຍັງມີສານຕ້ານອະນຸມູນອິດສະຫຼະ ແລະ ຍັງຊ່ວຍບຳລຸງຜິວພັນ.

5. ໝາກຫຸ່ງ ມີວິຕາມິນ B1, B2, ແຄລຊ່ຽມ ແລະ ເບຕ່າແຄໂຣທີນ ເຮັດໃຫ້ຫຼຸດຮອຍຫ່ຽວເທິງໃບໜ້າ ແລະ ບຳລຸງສາຍຕາໄດ້ອີກດ້ວຍ.

6. ໝາກມ່ວງສຸກ ຊ່ວຍບຳລຸງສາຍຕາ ບຳລຸງເຫືອກ ແລະ ແຂ້ວ, ເຮັດໃຫ້ຜິວພັນສົດໃສແຖມຍັງຫຼຸດສິວໄດ້ອີກ.

ຂໍ້ມູນຈາກ: ชะลอวัยชรา