ຖ້າຄວາມຕຶງຄຽດສະສົມ ຈະສົ່ງຜົນຕໍ່ສຸຂະພາບຕົນເອງ

30

ດ້ວຍສະພາບເສດຖະກິດໃນປັດຈຸບັນມີການແຂ່ງຂັນສູງ ຕ່າງຄົນຕ່າງດີ້ນຮົນຫາລ້ຽງຊີບຈົນບໍ່ມີເວລາພົບປະກັບຄອບຄົວ ລວມທັງເຕັກໂນໂລຊີທີ່ທັນສະໄໝເຮັດໃຫ້ເກີດຄວາມນິຍົມສື່ສານກັນດ້ວຍເຕັກໂນໂລຊີຫຼາຍກວ່າການລົມກັນແບບເຫັນໜ້າ ສົ່ງຜົນໃຫ້ເກີດຄວາມຕຶງຄຽດສະສົມຫຼາຍຂຶ້ນ ເມື່ອບໍ່ມີທາງລະບາຍອອກຈຶ່ງນໍາໄປສູ່ພາວະຊຶມເສົ້າ ແລະ ອາດຂ້າຕົງຕາຍໄດ້.

อาจเป็นรูปภาพของ 1 คน, กำลังอ่านหนังสือ, เครื่องคิดเลข และ สำนักงาน

ຄວາມຄຽດ ຄືພາວະຂອງອາລົມຄວາມຮູ້ສຶກທີ່ຖືກບີບຮັດ ຫຼື ກົດດັນ ເຊິ່ງແຕ່ລະຄົນຈະມີວິທີປັບຕົວໃຫ້ຜ່ານພົ້ນໄປໄດ້; ຄວາມຕຶງຄຽດທີ່ຫາທາງລະບາຍອອກບໍ່ໄດ້ຈົນສົ່ງຜົນກະທົບຕໍ່ການໃຊ້ຊີວິດປະຈໍາວັນອາດປ່ຽນເປັນພະຍາດຊຶມເສົ້າ ຫຼື ໂລກວິຕົກກັງວົນໄດ້. ຈຸດເລີ່ມຕົ້ນຂອງ ຄວາມຕຶງຄຽດສະສົມຈະມີອາການດັ່ງນີ້:

– ນອນບໍ່ຫຼັບ: ຄວາມຕຶງຄຽດຈະສົ່ງຜົນໃຫ້ນອນບໍ່ຫຼັບ ຖ້ານອນບໍ່ຫຼັບຈະສົ່ງຜົນຕໍ່ສຸຂະພາບຮ່າງກາຍ ແລະ ຈິດໃຈ ລວມທັງມີພາວະຊຶມເສົ້າຫຼື ຄວາມຕຶງຄຽດຮຸນແຮງ.

– ພຶດຕິກໍາປ່ຽນໄປ: ບໍ່ລ່າເລີງ, ມິດງຽບ, ບໍ່ເວົ້າ, ເບື່ອໜ່າຍ ແລະ ປິດກັ້ນຕົນເອງ.

– ເສົ້າ ຫຼື ວິຕົກກັງວົນ: ຈະຮູ້ສຶກເສົ້າ, ບໍ່ມີຄວາມສຸກ ຫຼື ວິຕົກກັງວົນກັບເລື່ອງຕ່າງໆຈົນສະແດງອອກທາງສີໜ້າທ່າທາງ ແລະ ຄໍາເວົ້າ.

อาจเป็นรูปภาพของ 1 คน และ กำลังอ่านหนังสือ

– ສະແດງອອກອາການທາງກາຍ: ຫາຍໃຈຖີ່ຂຶ້ນ ຫຼື ກັ້ນຫາຍໃຈໂດຍບໍ່ຮູ້ສຶກຕົວ, ເຈັບຫົວ, ປວດຮາກ…

ການດູແລຕົນເອງເມື່ອຮູ້ສຶກຕຶງຄຽດໃຫ້ປະຕິບັດດັ່ງນີ້:

– ວິເຄາະສາເຫດທີ່ເຮັດໃຫ້ເຮົາຕຶງຄຽດ ແລະ ແກ້ບັນຫາທີ່ຕົ້ນເຫດນັ້ນ.

– ອອກກໍາລັງກາຍຄັ້ງລະ30 ນາທີ ຢ່າງໜ້ອຍອາທິດລະ 5 ວັນ

– ນອນຫຼັບພັກຜ່ອນໃຫ້ພຽງພໍ ແລະ ຮັບປະທານອາຫານທີ່ມີປະໂຫຍດ ໂດຍຫຼີກລ່ຽງເຄື່ອງດື່ມກະຕຸ້ນປະສາດ.

– ພົບປະໝູ່ເພື່ອນເພື່ອໂອ້ລົມເລື່ອງທີ່ສ້າງຄວາມມ່ວນຊື່ນ ແລະ ລະບາຍບັນຫາຕ່າງໆໃຫ້ໝູ່ສະໜິດຟັງ.

– ຈັດການສິ່ງແວດລ້ອມອ້ອມຂ້າງໃຫ້ໜ້າຢູ່ ເຊັ່ນ: ເຮືອນ ຫຼື ໂຕະເຮັດວຽກ ໃຫ້ຮູ້ສຶກຜ່ອນຄາຍ, ປູກຕົ້ນໄມ້ນ້ອຍໃສ່ໂຖຕັ້ງໄວ້ໃຫ້ຮູ້ສຶກສົດຊື່ນ.

– ເບິ່ງຮູບເງົາ ຫຼື ອ່ານໜັງສືຕະຫຼົກ ສະໜຸກສະໜານ.

ຂໍ້ມູນຈາກ: Sanook