ບໍລິສັດ GSM ເປີດໂຕໃຫ້ບໍລິການລົດແທັກຊີໄຟຟ້າ ພາຍໃຕ້ຊື່ Xanh SM ໃນສປປລາວ ຢ່າງເປັນທາງການ

53

ຕະຫຼາດລົດແທັກຊີ ເປັນທີ່ສົນໃຈຂອງນັກລົງທຶນຫຼາຍຂຶ້ນ, ຫຼ້າສຸດ ບໍລິສັດ ຮຸ້ນສ່ວນ ເຄື່ອນທີ່ສີຂຽວ ແລະ ອັດສະລິຍະ GSM ຫຼື Green & Smart Mobility ຈາກຫວຽດນາມ ໄດ້ນຳລົດໄຟຟ້າ VinFast ເຂົ້າມາເປີດບໍລິການລົດແທັກຊີ ໃນ ສປປ ລາວ.

ພິທີເປີດຕົວລົດແທັກຊີ່ໄຟຟ້າ Xanh SM ຢູ່ລາວ

ວັນທີ 9 ພະຈິກ 2023 ບໍລິສັດ ຮຸ້ນສ່ວນ ເຄື່ອນທີ່ສີຂຽວ ແລະ ອັດສະລິຍະ GSM ( Green &Smart Mobility ) ໄດ້ຈັດພິທີເປີດໂຕການບໍລິການລົດແທັກຊີໄຟຟ້າພາຍໃຕ້ຊື່ Xanh SM ຂຶ້ນຢ່າງເປັນທາງການ ຢູ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ມີທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ຫງວຽນ ບາຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ, ທ່ານ ຫງວຽນ ວັນແທ່ງ ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ GSM, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຂະບວນລົດແທັກຊີໄຟຟ້າ Xanh SM ຢູ່ທີ່ພິທີເປີດ ຕົວເປັນທາງການ.

ສືບຕໍ່ຈິດໃຈ “ ວາງປະສົບການຂອງລູກຄ້າເປັນຈຸດສຸມ ” ຈາກບໍລິສັດ Xanh SM ຫວຽດນາມ – Xanh SM ລາວມຸ່ງໝັ້ນໃຫ້ບໍລິການຂົນສົ່ງໂດຍລົດໄຟຟ້າ 100% ດ້ວຍມາດຕະຖານການບໍລິການລະດັບ 5 ດາວ ແລະ ຄຸນນະພາບຂອງຍານພາຫະນະທີ່ດີ ແລະ ດ້ວຍທີມງານທີ່ອຸທິດຕົນ ແລະ ເປັນມືອາຊີບ, ປະກອບສ່ວນຍົກສູງຄຸນນະພາບການບໍລິການຂົນສົ່ງຜູ້ໂດຍສານໃຫ້ແກ່ປະເທດລາວ. ຕາມນັ້ນແລ້ວ ນັບແຕ່ວັນທີ 9 ພະຈິກ 2023 ເປັນຕົ້ນໄປ ປະຊາຊົນນະຄອນຫຼວງວຽງຈັນ ແລະ ນັກທ່ອງທ່ຽວສາກົນທີ່ເຂົ້າມາລາວ ສາມາດຈອງລົດແທັກຊີ Xanh SM ໄດ້ຢ່າງງ່າຍດາຍຜ່ານແອັບ Xanh SM Laos ໃນ App Store ແລະ Play Store ຄືກັບບັນດາບໍລິສັດລົດແທັກຊີທີ່ນໍາໃຊ້ເຕັກໂນໂລຊີ. ລູກຄ້າຍັງສາມາດກວດລົດໂດຍກົງຕາມເສັ້ນທາງ, ຂໍ້ມູນກ່ຽວກັບເສັ້ນທາງ ແລະ ຄ່າໂດຍສານຈະເປີດເຜີຍ ແລະ ໂປ່ງໃສໃນແຕ່ລະຖ້ຽວ.

ທ່ານ ຫງວຽນບ໋າຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ກ່າວຄໍາປາໄສ ໃນພິທີເປີດຕົວ Xanh SM

ໃນປັດຈຸບັນ, Xanh SM ລາວ ໄດ້ນໍາໃຊ້ລົດລຸ້ນ VinFast VF 5 Plus ສີຂຽວ ( cyan ) ເປັນເອກະລັກຂອງຍີ່ຫໍ້ ດໍາເນີນທຸລະກິດໃນນະຄອນຫຼວງວຽງຈັນ ໃນເບື້ອງຕົ້ນນໍາໃຊ້ລົດ 150 ຄັນ, ໃນຕໍ່ໜ້າຈໍານວນລົດຄາດວ່າຈະເພີ່ມຂຶ້ນເປັນ 1.000 ຄັນ ແລະ ຂະຫຍາຍໄປສູ່ເມືອງທ່ອງທ່ຽວທີ່ມີຊື່ສຽງ ຄື: ເມືອງວັງວຽງ ( ແຂວງ ວຽງຈັນ ) ແລະ ບັນດາແຂວງ ອື່ນ ເຊັ່ນ: ຫຼວງພະບາງ, ສະຫວັນນະເຂດ, ຈຳປາສັກ… ໃນໄລຍະຕໍ່ໄປ. ດ້ວຍແຜນການຂະຫຍາຍທຸລະກິດໃນທົ່ວປະເທດ, ບໍລິສັດ ຄາດວ່າຈະສ້າງວຽກເຮັດງານທຳໃໝ່ນັບພັນຕໍາແໜ່ງໃນລາວ.

ທ່ານ ຫງວຽນວັນແທ່ງ – ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ GSM ກ່າວຄໍາປາໄສ

ທ່ານ ຫງວຽນວັນແທ່ງ ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ GSM ກ່າວວ່າ: “ ເປີດຕົວຂອງ Xanh SM ຈຸດເລີ່ມຕົ້ນຂອງ GSM ກ້າວເຂົ້າສູ່ສາກົນ. ລາວແມ່ນຂີດໝາຍພິເສດດ້ວຍຂໍ້ໄດ້ປຽບທີ່ໂດດເດັ່ນຂອງລົດໄຟຟ້າ VinFast ແລະ ມາດຕະຖານການບໍລິການ 5 ດາວ, ສ້າງວິວັດການຂົນສົ່ງໃນລາວ, ຄວາມສໍາເລັດໃນຕະຫຼາດສາກົນທຳອິດຈະເປັນບາດກ້າວທີ່ເອື້ອອໍານວຍສໍາລັບ GSM ເພື່ອຂະຫຍາຍທົ່ວໂລກ, ພວກເຮົາຄາດວ່າແທັກຊີ Xanh SM ຈະປະກອບສ່ວນປະຕິບັດຈຸດໝາຍຊຸກຍູ້ການຄົມມະນາຄົມສີຂຽວໃນໂລກ, ປະກອບສ່ວນສ້າງອະນາຄົດສີຂຽວແບບຍືນຍົງໃຫ້ແກ່ພວກເຮົາທຸກຄົນ ”.

ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ກ່າວຄໍາປາໄສໃນ ພິທີເປີດຕົວ Xanh SM

ທ່ານ ອານຸພາບ ຕຸນາລົມ ໄດ້ກ່າວວ່າ: ການເປີດໂຕລົດແທັກຊີໄຟຟ້າ Xanh SM ໃນຄັ້ງນີ້ ແມ່ນເປັນໂອກາດທີ່ດີຫຼາຍ ເນື່ອງຈາກໃນປີ 2024 ປະເທດເຮົາຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ເປັນການປະກອບສ່ວນສໍາຄັນໃນດ້ານການຂົນສົ່ງ, ການສ້າງລາຍຮັບໃຫ້ນະຄອນຫຼວງວຽງຈັນ. ການລົງທຶນຂອງ ບໍລິສັດ GSM ເປັນການລົງທຶນທີ່ເໝາະສົມ ເພາະວ່າການລົງທຶນໃນເງື່ອນໄຂສະພາບເສດຖະກິດຫຍຸ້ງຍາກທີ່ສຸດໃນຂະແໜງທີ່ມີອະນາຄົດ ແມ່ນເປັນການລົງທຶນທີ່ເປັນຕົ້ນທຶນລາຄາຖືກທີ່ສຸດ ແລະ ຈະມີກໍາໄລດີທີ່ສຸດ.

ການສະແດງ ສິລະປະ ວັດທະນະທໍາຫວຽດນາມ ແລະ ລາວ