ກະຊວງການເງິນ ກຳນົດ 9 ຄາດໝາຍສູ້ຊົນແຜນງົບປະມານແຫ່ງລັດ ທ້າຍສະໄໝ

53

ໃນແຜນງົບປະມານແຫ່ງລັດ 5 ປີ ( 2021 – 2025 ) ດ້ານລາຍຮັບຄາດໝາຍສູ້ຊົນບໍ່ໃຫ້ຫຼຸດ 179.500 ຕື້ກີບ, ສ່ວນດ້ານລາຍຈ່າຍ ບໍ່ໃຫ້ເກີນ 190.000 ຕື້ກີບ, ຜ່ານການປະຕິບັດ 2 ປີເຄິ່ງ ລາຍຮັບປະຕິບັດໄດ້ 44,96% ແລະ ລາຍຈ່າຍ 39,9% ຂອງແຜນການ; ດັ່ງນັ້ນເພື່ອເຮັດໃຫ້ຕົວເລກແຜນ 5 ປີ ບັນລຸຕາມຄາດໝາຍ ກະຊວງການເງິນ ໄດ້ກຳນົດ 9 ຄາດໝາຍສູ້ຊົນ ຮອດປີ 2025 ຫຼື ທ້າຍສະໄໝ ( 2021 – 2025 ).

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 31 ຕຸລາ 2023 ຜ່ານມາວ່າ: ໃນແຜນງົບປະມານແຫ່ງລັດ 5 ປີ ( 2021 – 2025 ) ດ້ານລາຍຮັບຄາດໝາຍສູ້ຊົນບໍ່ໃຫ້ຫຼຸດ 179.500 ຕື້ກີບ ເທົ່າກັບ 17% ຂອງ GDP ( ມູນຄ່າ GDP ລວມ 5 ປີ 1.056.692 ຕື້ກີບ ), ສ່ວນດ້ານລາຍຈ່າຍ ໃນໄລຍະ 5 ປີ ບໍ່ໃຫ້ເກີນ 190.000 ຕື້ກີບ ເທົ່າກັບ 18% ຂອງ GDP. ຜ່ານປະຕິບັດໃນກາງສະໄໝ 2 ປີເຄິ່ງ ປະຕິບັດໄດ້ລາຍຮັບທັງໝົດ 80.704 ຕື້ກີບ ເທົ່າກັບ 44,96% ຂອງແຜນການ 5 ປີ, ສ່ວນລາຍຈ່າຍ 2 ປີເຄິ່ງ ປະຕິບັດໄດ້ 75.746 ຕື້ກີບ ເທົ່າກັບ 39,9% ຂອງແຜນ 5 ປີ.

ດັ່ງນັ້ນ, ເພື່ອເຮັດໃຫ້ຕົວເລກແຜນ 5 ປີ ດ້ານການເງິນ – ງົບປະມານ ບັນລຸຕາມແຜນກຳນົດໄວ້ ຈຶ່ງກຳນົດ 9 ຄາດໝາຍສູ້ຊົນທ້າຍສະໄໝ ຮອດປີ 2025 ໂດຍສືບຕໍ່ສູ້ຊົນປະຕິບັດໄປຕາມທິດທາງລວມທີ່ໄດ້ກຳນົດໄວ້ໃນແຜນພັດທະນາຂະແໜງການເງິນ ດັ່ງນີ້:

1). ຮັບປະກັນສະຖຽນລະພາບທາງດ້ານການເງິນແຫ່ງລັດ ໃຫ້ມີຄວາມໝັ້ນທ່ຽງ, ປັບປຸງຖານະການເງິນຂອງປະເທດເຮົາໃຫ້ໜັກແໜ້ນ ແລະ ເຂັ້ມແຂງເປັນກ້າວໆ.

2). ສູ້ຊົນຈັດຕັ້ງປະຕິບັດຄາດໝາຍມະຫາພາກ ແລະ ຄາດໝາຍຕົ້ນຕໍ ທາງດ້ານການເງິນ – ງົບປະມານ ໃຫ້ສຳເລັດແນໃສ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານການເງິນ – ງົບປະມານ ໃຫ້ກ້າວເຂົ້າສູ່ສະພາບປົກກະຕິ.

3). ສືບຕໍ່ຄົ້ນຄວ້ານະໂຍບາຍການຄຸ້ມຄອງລາຍຮັບ – ລາຍຈ່າຍງົບປະມານ ເພື່ອຮັບປະກັນສະຖຽນລະພາບຂອງງົບປະມານແຫ່ງລັດ, ການຂາດດຸນງົບປະມານຫຼຸດລົງ ສະເລ່ຍໃຫ້ຢູ່ໃນລະດັບບໍ່ເກີນ 2% ຂອງ GDP, ປະຕິບັດບັນດາມາດຕະການຄຸ້ມຄອງ, ແກ້ໄຂ ແລະ ປັບໂຄງສ້າງໜີ້ສິນສາທາລະນະ ເພື່ອຮັບປະກັນຄວາມປອດໄພໃຫ້ຢູ່ໃນລະດັບທີ່ສາມາດຄຸ້ມຄອງໄດ້, ສູ້ຊົນໃຫ້ລາຍຮັບພາຍໃນ ເພີ່ມປີລະ 10 – 13% ຂຶ້ນໄປ, ຄຸ້ມຄອງລາຍຈ່າຍເງິນເດືອນ ບໍ່ໃຫ້ເກີນ 43% ຂອງລາຍຮັບພາຍໃນ, ເຂັ້ມງວດປະຕິບັດນະໂຍບາຍປະຢັດ, ຮັດສາຍແອວ, ຫຼຸດຜ່ອນລາຍຈ່າຍທີ່ບໍ່ຈຳເປັນລົງ ແລະ ການເພີ່ມຂຶ້ນຂອງລາຍຈ່າຍ ພາຍໃນຕ້ອງບໍ່ເກີນການເພີ່ມຂຶ້ນຂອງລາຍຮັບພາຍໃນ ເພື່ອຮັບປະກັນໃຫ້ມີສ່ວນສະສົມໄວ້ໃນການຊໍາລະໜີ້ສິນ ແລະ ລາຍຈ່າຍທີ່ຈຳເປັນ ແລະ ບັງເອີນ.

4). ສືບຕໍ່ດໍາເນີນການປະຕິຮູບກົນໄກການຄຸ້ມຄອງການເງິນໄປສູ່ລວງເລິກ ໂດຍສືບຕໍ່ຈັດຕັ້ງປະຕິບັດ ວິໄສທັດ ຮອດປີ 2030 ແລະ ຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2025 ແລະ ຜັນຂະຫຍາຍໄປທຸກຂະແໜງການ ຂັ້ນສູນກາງ ແລະ ທ້ອງຖິ່ນ; ພ້ອມທັງ ຊຸກຍູ້, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດການປະຕິຮູບການເງິນແຫ່ງລັດ.

5). ສູ້ຊົນສ້າງ ແລະ ປັບປຸງນິຕິກໍາຂອງຂະແໜງການເງິນ ຕາມແຜນ 5 ປີ ໃຫ້ສຳເລັດຕາມຄາດໝາຍ.

6). ປັບປຸງກົນໄກການຄຸ້ມຄອງລາຍຮັບ – ລາຍຈ່າຍ ໃຫ້ມີປະສິດທິພາບ, ອັດຊ່ອງວ່າງການຮົ່ວໄຫຼ ແລະ ເຂັ້ມງວດປະຕິບັດກົດໝາຍ, ລະບຽບການ ແລະ ວິໄນການເງິນ ໂດຍການພັດທະນາລະບົບການຄຸ້ມຄອງຕາມການຫັນເປັນທັນສະໄໝ ແລະ ກ້າວໄປສູ່ລະບົບດີຈີຕອນໃຫ້ໃກ້ຄຽງກັບມາດຖານສາກົນ ເພື່ອຄຸ້ມຄອງລາຍຮັບ ແລະ ລາຍຈ່າຍງົບປະມານໃຫ້ຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ ແລະ ທັນຕາມກຳນົດເວລາ; ປະຕິຮູບລັດວິສາຫະກິດ ໃຫ້ມີປະສິດທິພາບ, ແກ້ໄຂໜີ້ສິນໃຫ້ຫຼຸດລົງ ແລະ ປັບປຸງຖານະການເງິນໃຫ້ສາມາດແຂ່ງຂັນທາງດ້ານທຸລະກິດ ເພື່ອກ້າວໄປສູ່ການມີກຳໄລ.

7). ເພີ່ມທະວີເອົາໃຈໃສ່ປັບປຸງ ລະບົບການລາຍງານ ແລະ ສັງລວມຖານຂໍ້ມູນສະຖິຕິຂອງຂະແໜງການເງິນໃຫ້ເປັນລະບົບຄົບຊຸດ, ໃຫ້ລວມສູນ, ວ່ອງໄວ ແລະ ທັນຕາມກຳນົດເວລາ ເພື່ອເປັນບ່ອນອີງໃນການວິເຄາະ – ວິໄຈ ແລະ ວາງນະໂຍບາຍການເງິນໃຫ້ທັນຕາມສະພາບການ.

8). ປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວຂອງຂະແໜງການເງິນແຕ່ລະໄລຍະ ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງຕົນ. ພ້ອມທັງ, ປັບປຸງກົນໄກການປະສານສົມທົບພາຍໃນຂະແໜງການເງິນ ນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນ ແລະ ລະ ຫວ່າງ ຂະແໜງການເງິນ ກັບ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ.

9). ສູ້ຊົນພັດທະນາສະຖາບັນການເງິນ – ການບັນຊີ ແລະ ວິທະຍາໄລການເງິນ ເປັນສູນຝຶກອົບຮົມພະນັກງານ – ລັດຖະກອນຂະແໜງການເງິນ ເພື່ອກໍ່ສ້າງໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາສະເພາະ ແລະ ເປັນມືອາຊີບ ຕາມແຜນການຝຶກອົບຮົມໃນແຕ່ລະປີ.