ກະຊວງ ຮສສ ກຳນົດ 5 ມາດຕະການແກ້ໄຂບັນຫາແຮງງານລາວ

54

ໃນໄລຍະຜ່ານມາ ກໍຄືປັດຈຸບັນ ແຮງງານລາວໄດ້ພາກັນຫຼັ່ງໄຫຼໄປເຮັດວຽກຢູ່ປະເທດໃກ້ຄຽງ ແລະ ຕ່າງປະເທດ ມີທັງແບບຖືກກົດໝາຍ ແລະ ແບບຜິດກົດໝາຍ ອັນໄດ້ສົ່ງຜົນເຮັດໃຫ້ຢູ່ພາຍໃນປະເທດພົບບັນຫາການຂາດແຄນແຮງງານ. ດັ່ງນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈຶ່ງໄດ້ວາງ 5 ມາດຕະການໄລຍະສັ້ນ.

ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຊີ້ແຈງໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 3 ພະຈິກ 2023 ຜ່ານມາວ່າ: ເພື່ອແກ້ໄຂບັນຫາແຮງງານລາວໄດ້ພາກັນຫຼັ່ງໄຫຼໄປເຮັດວຽກຢູ່ປະເທດໃກ້ຄຽງແບບຜິດກົດໝາຍ ອັນໄດ້ສົ່ງຜົນກະທົບເຮັດໃຫ້ຢູ່ພາຍໃນປະເທດພົບບັນຫາການຂາດແຄນແຮງງານນັ້ນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ວາງມາດຕະການສະເພາະໜ້າ ຄື:

1). ສືບຕໍ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ເພື່ອເກັບກໍາຂໍ້ມູນຄວາມຕ້ອງການແຮງງານທີ່ລະອຽດ ແລະ ຊັດເຈນ ເພື່ອເປັນຂໍ້ມູນໃນການວາງແຜນຈັດຫາວຽກເຮັດງານທໍາ ແລະ ພັດທະນາສີມືແຮງງານໃຫ້ສອດຄ່ອງ ແລະ ພຽງພໍກັບການສະໜອງ ແລະ ຄວາມຕ້ອງການພາຍໃນປະເທດ.

2). ເອົາໃຈໃສ່ປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ບັນດາຕານ່າງການບໍລິການຈັດຫາງານ ເປັນຕົ້ນ ຈຸດບໍລິຫານຈັດຫາງານ 17 ແຂວງ ແລະ ນະຄອນຫຼວງວຽງຈັນ, 48 ວິສາຫະກິດບໍລິການຈັດຫາງານໃຫ້ສາມາດເຮັດການບໍລິການໄດ້ຢ່າງມີປະສິດທິຜົນ, ສືບຕໍ່ພັດທະນາລະບົບການຂຶ້ນທະບຽນຜູ້ວ່າງງານ ແລະ ຕໍາແໜ່ງງານວ່າງ ໂດຍຜ່ານລະບົບຂໍ້ມູນຂ່າວສານຕະຫຼາດແຮງງານແບບທັນສະໄໝ, ຊຸກຍູ້ໃຫ້ມີບົດບັນທຶກການຮ່ວມມືກັບບັນດາຫົວໜ່ວຍແຮງງານໃນການສະໜອງແຮງງານເຂົ້າຕໍາແໜ່ງງານວ່າງ, ສົ່ງເສີມໃຫ້ມີງານນັດພົບແຮງງານ ດ້ວຍຮູບການຈັດງານຕະຫຼາດນັດແຮງງານ, ຕັ້ງບູທຮັບສະໝັກແຮງງານ ແລະ ສົມທົບກັບຫົວໜ່ວຍແຮງງານລົງຂົນຂວາຍແຮງງານຢູ່ບັນດາແຂວງ ແລະ ເມືອງເປົ້າໝາຍ.

3). ຮ່ວມມື ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດກັບພາກທຸລະກິດ ເພື່ອສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ດີໃນສະຖານທີ່ເຮັດວຽກ ໂດຍສະເພາະແມ່ນການກຳນົດຄ່າແຮງງານທີ່ເໝາະສົມ, ມີສະຫວັດດີການ ຫຼື ປະກັນສັງຄົມທີ່ດີ, ໃຫ້ໂອກາດແຮງງານໄດ້ມີຄວາມກ້າວໜ້າໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບ ໂດຍສະເພາະແມ່ນການສ້າງມາດຕະຖານສີມືແຮງງານຕາມແຕ່ລະຕໍາແໜ່ງງານເພື່ອທົດສອບ, ອອກໃບຢັ້ງຢືນລະດັບສີມືແຮງງານ ພ້ອມທັງໃຫ້ຄ່າຕອບແທນຕາມແຕ່ລະລະດັບສີມືແຮງງານດັ່ງກ່າວ ແລະ ມີປັດໄຈການດຳລົງຊີວິດທີ່ມີ ຄວາມໝັ້ນຄົງສູງຂຶ້ນ. ທັງໝົດແມ່ນເພື່ອເປັນການດຶງດູດ ແລະ ສົ່ງເສີມໃຫ້ແຮງງານລາວເຮັດວຽກຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ.

4). ສືບຕໍ່ສ້າງສື່ໂຄສະນາ ແລະ ເຜີຍແຜ່ ກ່ຽວກັບຄວາມສ່ຽງຂອງການໄປເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍ ເພື່ອເປັນການປູກຈິດສໍານຶກໃຫ້ແກ່ແຮງງານລາວ ມີຄວາມຕ້ອງການເຮັດວຽກຢູ່ພາຍໃນປະເທດເພີ່ມຂຶ້ນ ໂດຍສົມທົບກັບບັນດາພາກລັດ ແລະ ເອກະຊົນທີ່ກ່ຽວຂ້ອງທົ່ວສັງຄົມ ໃນການວາງແຜນ ແລະ ຈັດຕັ້ງປະຕິບັດ.

5). ສືບຕໍ່ປະສານກັບກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດ ແລະ ອົງການປົກຄອງຂັ້ນທ້ອງຖິ່ນ ເພື່ອເພີ່ມທະວີເອົາໃຈໃສ່ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນຢ່າງຕັ້ງໜ້າ ເພື່ອສະກັດກັ້ນການຫຼັ່ງໄຫຼໄປເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍ.