ເປເລ້ Face Of Laos 2021 ປະກົບ ອານິຕ້າ ເນັດໄອດໍ້ທີ່ມີຊື່ສຽງ

49

ເປັນການໂຄຈອນມາພົບກັນແບບລົງຕົວສຸດໆ ຂອງສອງດາລາດາວເດັ່ນ ງານນີ້ປັງສຸດໆໄປເລີຍ ອີກໜຶ່ງຜົນງານຂອງໜຸ່ມຄົນນີ້ທີ່ເປັນໄດ້ຫຼາຍບົດບາດຫຼາກຫຼາຍຄວາມສາມາດອີ່ຫຼີ  ສຳລັບໜຸ່ມ ເປເລ້ ສົມພົງ ພັນທະວົງ Face Of Laos 2021  ກັບບົດບາດໃໝ່ ຮັບໜ້າທີ່ເປັນ ບ່າວຕຳຫຼວດຈະລາຈອນ ທີ່ເຫັນແລ້ວຕ້ອງຈອດ ແລະ ໃຈສັ່ນກັນໄປເລີຍ ແລະ ງານນີ້ບໍ່ທໍາມະດາກັນເລີຍ ຍັງໄດ້ສະແດງປະກົບຄູ່ກັບ ນ້ອງອານິຕ້າ  ຢາການາກິ ຈາກຄ້າຍລວມເນັດໄອດໍ້ທີ່ມີຊື່ສຽງຄ້າຍ First Modeling Lao ມາຮ່ວມສະແດງນໍາອີກໜ້າຕິດຕາມສຸດໆໄປເລີຍ.

ການຖ່າຍໂຄສະນາເທື່ອນີ້ຂອງທັງສອງນ້ອງ ຂ່າວບັນເທີງບອກເລີຍງານນີ້ເຄມີເຂົ້າກັນສຸດໆ ໜ້າຮັກໜ້າແພງ ຕ້ອງຖ້າຕິດຕາມຜົນງານຮ່ວມຂອງທັງສອງໄດ້ໄວໆນີ້ ເຊິ່ງຈະປ່ອຍອອກມາໃຫ້ແຟນໆໄດ້ຕິດຕາມຮັບຊົມກັນ ເຊິ່ງການຖ່າຍໂຄສະນາຄັ້ງນີ້ແມ່ນເປັນການຖ່າຍກ່ຽວກັບເລື່ອງຂອງກົດລະບຽບຈະລາຈອນ ເພື່ອເຊີນຊວນໃຫ້ສັງຄົມຫັນມາຈ່າຍຄ່າທໍານຽມທາງນັ້ນເອງ.

ສໍາລັບໜຸ່ມເປເລ້ ເອງ ຫຼັງຈາກທີ່ຫາຍໜ້າຫາຍຕາຈາກການຖ່າຍແບບ, ຫັນມາເອົາດີທາງການສະແດງ ເຊິ່ງມີໃຫ້ເຫັນຢູ່ໃນເອັມວີເພງຕ່າງໆຢູ່ເລື້ອຍໆ ຫຼ້າສຸດຖືວ່າຫັນມາເປັນນັກສະແດງອິດສະຫຼະແບບເຕັມຕົວກັນແລ້ວ ແລະ ກໍມີຜົນງານຫຼາກຫຼາຍໃຫ້ໄດ້ຊົມກັນ ເຊື່ອໄດ້ເລີຍວ່າການສະແດງຂອງໜຸ່ມເປເລ້ ມາແບບເຊີໄພ້ກັນອີ່ຫຼີໃນແຕ່ລະບົດບາດ ບໍ່ວ່າຈະເປັນສະແດງເປັນພະເອກໃນ music video

ຫຼື ບົດບາດອື່ນ ທີ່ມີມາໃຫ້ໄດ້ຕິດຕາມຊົມຜົນງານເລື້ອຍໆກັນຢ່າງແນ່ນອນ ແລະ ຂໍຝາກຕິດຕາມບົດບາດການສະແດງໃນໂຄສະນານີ້ ທີ່ລົນນາລົງໃຫ້ຜູ້ທີ່ນຳໃຊ້ຍານພາຫານະທຸກໆທ່ານ ຕ້ອງໄດ້ເສຍຄ່າທຳນຽມທາງໃຫ້ກົງເວລາຕາມທີ່ຖືກກຳນົດໄວ້ນໍາເດີ ສາມາດຕິດຕາມຜົນງານການເຄື່ອນໄຫວຂອງທັງສອງນ້ອງໄດ້ເລີຍທີ່ Pele phantha vong, A’Anitar Yakanekiນັ້ນເອງ.