ການຄ້າເດືອນກັນຍາ ບັນລຸ 1 ຕື້ໂດລາ

61

ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າຂອງ ສປປ ລາວ ໃນເດືອນກັນຍາບັນລຸໄດ້ ປະມານ 1.006 ລ້ານໂດລາ. ໃນນີ້, ມູນຄ່າການສົ່ງອອກ ປະມານ 394 ລ້ານໂດລາ.

ອີງຕາມການເປີດເຜີຍຂໍ້ມູນຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ໃນເດືອນກັນຍາ ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ບັນລຸໄດ້ 1.006 ລ້ານໂດລາ. ໃນນີ້, ມູນຄ່າການສົ່ງອອກ ປະມານ 394 ລ້ານໂດລາ, ມູນຄ່າການນໍາເຂົ້າ ປະມານ 612 ລ້ານໂດລາ ແລະ ຂາດດຸນການຄ້າ ປະມານ 218 ລ້ານໂດລາ.

ສິນຄ້າສົ່ງອອກຕົ້ນຕໍ 10 ອັນດັບ ໄດ້ແກ່: ຄໍາປະສົມ – ຄຳແທ່ງ ປະມານ 53 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍປະມານ 39 ລ້ານໂດລາ, ແຮ່ທອງປະມານ 37 ລ້ານໂດລາ. ນອກນັ້ນ, ກໍມີເກືອກາລີ, ຢາງພາລາ, ເຫຍື່ອ ໄມ້ ແລະ ເສດເຈ້ຍ, ແຮ່ເຫຼັກ, ນໍ້າຕານ, ເຄື່ອງນຸ່ງຫົ່ມ ແລະ ໝາກກ້ວຍ.

ສິນຄ້ານໍາເຂົ້າຕົ້ນຕໍ 10 ອັນດັບ ໄດ້ແກ່: ນ້ຳມັນກາຊວນ ປະມານ 69 ລ້ານໂດລາ, ອຸປະກອນກົນຈັກ ປະມານ 64 ລ້ານໂດລາ, ພາຫະນະທາງບົກ ປະມານ 53 ລ້ານໂດລາ. ນອກນັ້ນກໍມີ ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ – ເຫຼັກກ້າ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ເຄື່ອງດື່ມ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສ ຕິກ, ຊິ້ນສ່ວນອາໄຫຼ່ລົດ, ນໍ້າມັນແອັດຊັງ, ເຫຍື່ອໄມ້ ແລະ ເສດເຈ້ຍ.
ປະເທດສົ່ງອອກຕົ້ນຕໍ 5 ອັນດັບ ໄດ້ແກ່: ຈີນ ປະມານ 177 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 74 ລ້ານໂດລາສະຫະລັດ, ໄທ ປະມານ 51 ລ້ານໂດລາສະຫະລັດ, ອົດສະຕຣາລີ ປະມານ 34 ລ້ານໂດລາສະຫະລັດ ແລະ ອິນເດຍ ປະມານ 12 ລ້ານໂດລາສະຫະລັດ.
ປະເທດນໍາເຂົ້າຕົ້ນຕໍ 5 ອັນດັບ ໄດ້ແກ່: ໄທ ປະມານ 264 ລ້ານໂດລາສະຫະລັດ, ຈີນ ປະມານ 223 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 25 ລ້ານໂດລາສະຫະລັດ, ສະຫະລັດອາເມຣິກາ ປະມານ 20 ລ້ານໂດລາສະຫະລັດ ແລະ ອົດສະຕຣາລີ ປະມານ 14 ລ້ານໂດລາສະຫະລັດ.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ 9 ປີ 2023 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ.