ເຂົ້າໜຽວຜົ້ງສາລີ ແລະ ເຂົ້າຈ້າວຊຽງຂວາງ ຊະນະເລີດການປະກວດແນວພັນເຂົ້າ

78

ເຂົ້າໜຽວເມັດຂາວ ຈາກແຂວງຜົ້ງສາລີ ແລະ ເຂົ້າຈ້າວຫອມ ເມືອງໝອກ ແຂວງຊຽງ ຂວາງ ໄດ້ຮັບລາງວັນຊະນະເລີດການປະກວດແນວພັນເຂົ້າໃນງານວາງສະແດງ ຄວາມຫຼາກຫຼາຍຂອງແນວພັນພືດ ເພື່ອຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ປະຈໍາປີ 2023.
ງານວາງສະແດງຄວາມຫຼາກຫຼາຍຂອງແນວພັນພືດ ເພື່ອຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ປະຈໍາປີ 2023 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 31 ຕຸລາ ຫາ 1 ພະຈິກ 2023 ຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງ ວຽງຈັນ ໂດຍການຮ່ວມເປັນປະທານເປີດງານຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ດວງຈັນ ລໍປາຢີງ ຫົວໜ້າແຜນງານ ອົງການ OXFAM ປະຈຳ ສປປ ລາວ.

ງານວາງສະແດງຄວາມຫຼາກຫຼາຍຂອງແນວພັນພືດ ເພື່ອຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ປະຈໍາປີ 2023 ແມ່ນໜຶ່ງໃນກິດຈະກໍາຂອງໂຄງການປູກພືດໃຫ້ມີຄວາມຫຼາກຫຼາຍ ເພື່ອການຄໍ້າປະກັນສະບຽງອາຫານ ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກ ອົງການ SIDA ໂດຍຜ່ານອົງການ OXFAM ໂດຍປີ້ນີ້ງານດັ່ງກ່າວແມ່ນຈັດຂຶ້ນເປັນຄັ້ງທີ 3, ການຈັດງານຄັ້ງນີ້ເປົ້າໝາຍເພື່ອເຜີຍແຜ່ຜົນການຈັດຕັ້ງປະຕິບັດໂຄງການ ນັບແຕ່ປີ 2019 – 2023, ສົ່ງເສີມແນວພັນຂອງຊາວກະສິກອນທີ່ຄັດເລືອກໄດ້ຈາກໂຮງຮຽນຊາວນາ ໃຫ້ເປັນທີ່ຍອມຮັບຂອງຕະຫຼາດ, ເຜີຍແຜ່ ຄວາມຫຼາກຫຼາຍ ແນວພັນພືດຂອງຊາວກະສິກອນທົ່ວປະເທດ ເພື່ອສົ່ງເສີມເຂົ້າໃນວຽກງານຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ, ທັງສ້າງເງື່ອນໄຂທີ່ດີໃຫ້ຊາວກະສິກອນ ໃຫ້ມີໂອກາດແລກປ່ຽນບົດຮຽນ ລະຫວ່າງຊາວນາ, ນັກຄົ້ນຄວ້າ, ອົງການຈັດຕັ້ງຕ່າງໆ ແລະ ຜູ້ປະກອບການທີ່ກ່ຽວຂ້ອງທາງດ້ານການຄັດເລືອກແນວພັນ, ການຜະລິດ ແລະ ແລກປ່ຽນແນວພັນພືດ.

ພາຍໃນງານວາງສະແດງໄດ້ມີແນວພັນເຂົ້າ ຫຼາຍກວ່າ 50 ແນວພັນທົ່ວປະເທດ, ແນວພັນພືດພື້ນເມືອງ, ທ້ອງຖິ່ນທີ່ສໍາຄັນ ຫຼາຍກວ່າ 30 ຊະນິດ ມາວາງສະແດງຈໍາໜ່າຍ, ການປະກວດເຂົ້າແຊບ ປະຈໍາປີ 2023, ການປະກວດຄວາມຫຼາກຫຼາຍຂອງມັນພື້ນເມືອງ ທີ່ຫົວໃຫຍ່ທີ່ສຸດ ( ເຜືອກ, ມັນອິດ, ມັນອ້ອນ ມັນແຊງ ແລະ ອື່ນໆ ), ການປະກວດຜະລິດຕະພັນການແປຮູບຈາກກ້ວຍພື້ນເມືອງ, ການປະກວດການຕົກແຕ່ງຮ້ານວາງສະແດງຄວາມຫຼາກຫຼາຍຂອງຊະນິດພືດ, ຂັ້ນຕອນການຂຶ້ນທະບຽນແນວພັນໃໝ່ໃຫ້ກັບຂັ້ນແຂວງ, ເມືອງ ແລະ ຊາວກະສິກອນ.
ຜ່ານການປະກວດ ແລະ ໃຫ້ຄະແນນຂອງຄະນະກໍາມະການໃນເວທີການປະກວດຄັ້ງນີ້ ລາງວັນຊະນະເລີດການປະກວດ ປະເພດແນວພັນເຂົ້າ ລາງວັນທີ 1 ປະເພດແນວພັນເຂົ້າໜຽວ ໄດ້ແກ່ ເຂົ້າເມັດຂາວ ຈາກແຂວງຜົ້ງສາລີ ແລະ ລາງວັນທີ 1 ໃນປະເພດແນວພັນເຂົ້າຈ້າວ ໄດ້ແກ່ເຂົ້າຈ້າວຫອມເມືອງໝອກ ຈາກແຂວງຊຽງຂວາງ, ລາງວັນຊະນະເລີດ ລາງວັນທີ 1 ໃນປະເພດແນວພືດ ( ມັນ ) ໄດ້ແກ່ແຂວງໄຊຍະບູລີ, ຜູ້ທີ່ໄດ້ຮັບລາງວັນຊະນະເລີດ ລາງວັນທີ 1 ໃນປະເພດຜະລິດຕະພັນແປຮູບຈາກກ້ວຍ ໄດ້ແກ່ແຂວງສະຫວັນນະເຂດ ແລະ ຜູ້ທີ່ໄດ້ຮັບລາງວັນຊະນະເລີດ ລາງວັນທີ 1 ໃນປະເພດຈັດຮ້ານວາງສະແດງສວຍງາມ ໄດ້ແກ່: ຮ້ານວາງສະແດງຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ.