ບໍລິສັດ ບໍລະເວນ ສະຕໍລິ ກາເຟ ຈະລົງທຶນປູກກາເຟສາຍພັນປັບປຸງໃໝ່ ຢູ່ເຂດບ້ານໜອງເຂືອງ

15

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫຼວດ ຄວາມເປັນໄປໄດ້ໃນການລົງທຶນພັດທະນາໂຄງການປູກກາເຟສາຍພັນປັບປຸງໃໝ່ ຢູ່ເຂດບ້ານໜອງເຂືອງ ເມືອງປາກຊ່ອງ ແຂວງຈໍາປາສັກ ລະຫວ່າງ ອົງການປົກຄອງແຂວງຈຳປາສັກ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ກັບ ບໍລິສັດ ບໍລະເວນ ສະຕໍລິ ກາເຟ ຈໍາກັດຜູ້ດຽວ ມີຂຶ້ນໃນວັນທີ 2 ພະຈິກ.

ເຂົ້າຮ່ວມຂອງ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ, ທ່ານ ສຸກສະຫວັນ ວິລະວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ທ່ານ ສົມລິດ ວິລະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ທ່ານ ຄໍາຂອດ ໝື່ນຫຼວງ ຮອງເຈົ້າເມືອງປາກຊ່ອງ, ທ່ານ ເຈີນ ແອັງ ຕວນ ຜູ້ອໍານວຍການ ບໍລິສັດ ບໍລະເວນ ສະຕໍລິ ກາເຟ ຈຳກັດຜູ້ດຽວ, ມີການນໍາພະແນກການກົມກອງທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ຂະແໜງການ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ພິທີລົງນາມ ມີຂຶ້ນລະຫວ່າງ ທ່ານ ສຸກສະຫວັນ ວິລະວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຈຳປາສັກ ກັບ ທ່ານ ເຈີນ ແອັງ ຕວນ ຜູ້ອໍານວຍການ ບໍລິສັດ ບໍລະເວນ ສະຕໍລິ ກາເຟ ຈຳກັດຜູ້ດຽວ.
ບໍລິສັດ ບໍລະເວນ ສະຕໍລິ ກາເຟ ຈຳກັດຜູ້ດຽວ ຈະເຂົ້າສຶກສາສຳຫຼວດຄວາມເປັນໄດ້ ໃນການລົງທຶນພັດທະນາໂຄງການປູກກາເຟສາຍພັນປັບປຸງໃໝ່ ເນື້ອທີ່ 67 ເຮັກຕາ ຢູ່ເຂດບ້ານໜອງເຂືອງ ເມືອງປາກຊ່ອງ ແຂວງຈຳປາສັກ ໂດຍເລີ່ມລົງມືຈັດຕັ້ງປະຕິບັດນັບແຕ່ມື້ເຊັນ ເອັມໂອຢູ ເປັນຕົ້ນໄປ.