ໂຮງໝໍເຊດຖາທິຣາດ ຮ່ວມມືກັບ ບໍລິສັດ ອາລິອັນສ໌ ເພີ່ມການບໍລິການຜູ້ປະກັນສຸຂະພາບ

44

ພິທີລົງນາມການຮ່ວມມືເປັນໂຮງໝໍເຄືອຂ່າຍ ລະຫວ່າງ ໂຮງໝໍເຊດຖາທິຣາດ ແລະ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ ຈັດຂຶ້ນໃນວັນທີ 3 ພະຈິກ 2023 ເພື່ອເປັນເຄືອຂ່າຍໂຮງໝໍໃນ ສປປລາວ.
ຕາງໜ້າເຊັນໂດຍ ທ່ານ ດຣ. ຫວັງນະຄອນ ດິດຕະພົງ ຜູ້ອຳນວຍການໂຮງໝໍເຊດຖາທິຣາດ, ທ່ານ ນາງ ແສງອາລຸນ ອິນມີໄຊ ຮອງອຳນວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ພ້ອມດ້ວຍສັກຂີພິຍານ ຈາກທັງສອງຝ່າຍເຂົ້າຮ່ວມ.

ທ່ານ ນາງ ແສງອາລຸນ ອິນມີໄຊ ກ່າວວ່າ: ການເຊັນສັນຍາລົງນາມການຮ່ວມມືເປັນໂຮງໝໍເຄືອຂ່າຍຄັ້ງນີ້ ກໍເພື່ອເພີ່ມການບໍລິການໃຫ້ແກ່ລູກຄ້າທີ່ຊື້ປະກັນສຸຂະພາບ ສາມາດເຂົ້າປິ່ນປົວໃນໂຮງໝໍ ຫຼື ຄລີນິກ ທີ່ເປັນເຄືອຂ່າຍຂອງ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຫຼາຍກວ່າ 19 ແຫ່ງ ໃນ ສປປ ລາວ ສາມາດນໍາໃຊ້ໄດ້ຢ່າງເປັນທາງການ ເລີ່ມວັນທີ 6 ພະຈິກ 2023 ເຊິ່ງຈະໃຫ້ຜົນປະໂຫຍດຂອງປະກັນສຸຂະພາບ ຂອງບໍລິສັດ ອາລິອັນສ໌ ປະກັນໄພລາວ ມີທັງແບບດ່ຽວ ແລະ ແບບກຸ່ມບໍລິສັດ ໃຫ້ການຄຸ້ມກັນ ແລະ ທົດແທນຄ່າໃຊ້ຈ່າຍໃນການປິ່ນປົວ ເມື່ອທ່ານເຈັບປ່ວຍຈາກພະຍາດຕ່າງໆ, ໃນກໍລະນີທີ່ທ່ານຕ້ອງໄດ້ນອນໂຮງໝໍ ປະກັນສຸຂະພາບຂອງອາລິອັນສ໌ ຈະໃຫ້ການທົດແທນຄືນຄ່າໃຊ້ຈ່າຍປິ່ນປົວໃນເວລາເຈັບປ່ວຍບໍ່ວ່າຈະເປັນ: ຄ່າປະກັນສຸຂະພາບ, ຄ່າຫ້ອງພັກປິ່ນປົວ ແລະ ອາຫານ, ຄ່າຮັກສາ ແລະ ຢາປິ່ນປົວ, ຄ່າຫ້ອງພັກຜູ້ປ່ວຍໜັກ, ຄ່າຜ່າຕັດ, ຄ່າການວາງຢາສະຫຼົບ, ຄ່າປິ່ນປົວການບາດເຈັບຈາກອຸບັດເຫດ. ນອກນັ້ນ, ຍັງມີການຄຸ້ມຄອງການປິ່ນປົວແບບບໍ່ນອນໂຮງໝໍ ທົດແທນຄືນຄ່າໃຊ້ຈ່າຍແກ່ຜູ້ປ່ວຍນອກ ໃນກໍລະນີທີ່ທ່ານຈໍາເປັນຕ້ອງພົບທ່ານໝໍເພື່ອກວດການເຈັບໄຂ້ ໂດຍບໍ່ຈໍາເປັນຕ້ອງນອນໂຮງໝໍ ສູງສຸດ 30 ຄັ້ງຕໍ່ປີ.

ທ່ານສາມາດເລືອກວົງເງິນ ແລະ ຂອບເຂດການຄຸ້ມກັນໄດ້ຕາມທີ່ທ່ານຕ້ອງການເຖິງ 25 ທາງເລືອກ, ທ່ານສາມາດເຂົ້າປິ່ນປົວໄດ້ທຸກໂຮງໝໍ ຫຼື ຄລີນິກເຄືອຂ່າຍຂອງ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຫຼາຍກວ່າ 200 ແຫ່ງ ທັງໃນ ສປປ ລາວ ແລະ ປະເທດໄທ.
ທ່ານ ດຣ. ຫວັງນະຄອນ ດິດຕະພົງ ກ່າວວ່າ: ພາບລວມໂຄງການຈັດຕັ້ງຂອງໂຮງໝໍໂດຍສັງເຂບ, ພ້ອມດຽວກັນ ກໍໄດ້ມີຄວາມຍິນດີໃນການຮ່ວມມືຄັ້ງນີ້ ເພື່ອເພີ່ມທາງເລືອກໃຫ້ການບໍລິການ ພ້ອມທັງມີການຮ່ວມມືກັນພັດທະນາຂຶ້ນໄປເລື້ອຍໆ ເຊິ່ງທັງສອງພາກສ່ວນກໍຈະໄດ້ລົງເລິກເຮັດວຽກນໍາກັນຢ່າງລະອຽດເພີ່ມຕື່ມໄດ້ ເພື່ອເຮັດໃຫ້ການບໍລິການຄົນເຈັບໃຫ້ດີທີ່ສຸດ.