ກະຊວງການເງິນ ຊີ້ແຈງການເກັບລາຍຮັບຈາກຜົນກວດສອບ – ກວດກາ

58

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຊີ້ແຈງຕໍ່ຄຳຊັກຖາມ ສສຊ ກ່ຽວກັບການເກັບລາຍຮັບຈາກການແກ້ໄຂຜົນກວດສອບ – ກວດກາ ຕາມທີ່ໄດ້ກຳນົດໃນມະຕິກອງປະຊຸມສະພາແຫ່ງຊາດ ເພື່ອເອົາເຂົ້າແຜນງົບປະມານ ແລະ ດັດແກ້ແຜນງົບປະມານຄືແນວໃດ? ຂໍຊີ້ແຈງວ່າ: ສຳລັບຜົນການກວດສອບ ແຂວງ ສາມາດແກ້ໄຂ, ເລັ່ງທວງ ແລະ ສະສາງ ໄດ້ 694,31 ຕື້ກີບ ແລະ 1,29 ລ້ານໂດລາສະຫະລັດ ເທົ່າກັບ 24% ( ມະຕິສະພາ 3.052,68 ຕື້ກີບ ) ເຊິ່ງເງິນຈຳນວນດັ່ງກ່າວ ໄດ້ມອບເຂົ້າງົບປະມານແລ້ວ ໂດຍບໍ່ຈຳເປັນສະເໜີດັດແກ້ແຜນງົບປະມານ ເນື່ອງຈາກໄດ້ຈົດເຂົ້າເປັນລາຍຮັບງົບປະມານປະຈຳປີ.

ສ່ວນປະຕິບັດຂັ້ນຕອນການສ້າງແຜນງົບປະມານໃຫ້ສອດຄ່ອງຕາມມາດຕາ 55 ຂອງກົດໝາຍວ່າດ້ວຍ ງົບປະມານແຫ່ງລັດ ກ່ຽວກັບບັນດາເອກະສານທີ່ລັດຖະບານຕ້ອງນໍາສະເໜີຕໍ່ສະພາແຫ່ງຊາດ ແລະ ມາດຕາ 56 ກ່ຽວກັບຂັ້ນຕອນ ແລະ ກໍານົດເວລາການສ້າງແຜນງົບປະມານ ໂດຍສະເພາະເອກະສານບັນຊີໂຄງການລົງທຶນຂອງລັດ ໃຫ້ສະພາແຫ່ງຊາດພິຈາລະນາ? ທ່ານໄດ້ຊີ້ແຈງ ວ່າ: ກະຊວງການເງິນ ໄດ້ປະສານສົມທົບກັບ ກະຊວງແຜນການ ແລະ ການລົງທຶນ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຈັດຕັ້ງປະຕິບັດຕາມຂັ້ນຕອນ ແລະ ກຳນົດເວລາການສ້າງແຜນງົບປະມານແຫ່ງລັດ ທີ່ໄດ້ກໍານົດໄວ້ຕາມມາດຕາ 55 ແລະ 56 ຂອງກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ ໂດຍກະຊວງການເງິນ ໄດ້ແຈ້ງເພດານງົບປະມານລົງທຶນຂອງລັດໃຫ້ກະຊວງແຜນການ ແລະ ການລົງທຶນ ໃນເດືອນເມສາຂອງທຸກປີ ເພື່ອເປັນພື້ນຖານໃນການຄົ້ນຄວ້າ ແລະ ຈັດສັນ ບັນຊີໂຄງການລົງທຶນຂອງລັດໃຫ້ສອດຄ່ອງກັບກົດໝາຍ ວ່າດ້ວຍການລົງທຶນຂອງລັດ ແລະ ລະບຽບການທີ່ກ່ຽວຂ້ອງ.
[ ຂ່າວ: ຄຳນ້ອຍ ]