ລົງນາມສັນຍາກໍ່ສ້າງ ອູ່ລົດເມ ສູນບໍາລຸງຮັກສາ ແລະ ສູນບັນຊາລົດເມ

61

ພິທີເຊັນສັນຍາ CW1C ກໍ່ສ້າງອູ່ລົດເມ, ສູນບໍາລຸງຮັກສາ ແລະ ສູນບັນຊາລົດເມ ຂອງໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ.ການລົງນາມຄັ້ງນີ້ ໄດ້ຈັດຂຶ້ນວັນທີ 1 ພະຈິກ ທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ກະຊວງ ຍທຂ ແລະ ທ່ານ Tran Van The ຜູ້ອໍານວຍການ ບໍລິສັດ Dangkhoa General Service Trading Company Limited ໂດຍມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍຜູ້ຕາງໜ້າບັນດາກົມ ພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ Tran Van The ໃຫ້ສໍາພາດວ່າ: ການກໍ່ສ້າງອູ່ລົດເມ ສູນບໍາລຸງຮັກສາ ແລະ ສູນບັນຊາລົດເມ ແມ່ນນໍາໃຊ້ທຶນຈາກ ADB ເປັນຫຼັກ ໂດຍພາຍຫຼັງການລົງນາມຄັ້ງນີ້ ພວກເຮົາຈະນໍາພະນັກງານເຕັກນິກວິຊາການ ແລະ ຜູ້ຊ່ຽວຊານສະເພາະດ້ານຝ່າຍຫວຽດນາມ ແລະ ຝ່າຍລາວ ເພື່ອເລີ່ມຈັດຕັ້ງປະຕິບັດການກໍ່ສ້າງທັນທີ ໂດຍຈະໃຊ້ເວລາ 12 ເດືອນ ເລີ່ມແຕ່ເດືອນທັນວາ 2023 ເປັນຕົ້ນໄປ ແລະ ຈະໃຫ້ສໍາເລັດທ້າຍປີ 2024.
ສັນຍາ CW1C ກໍ່ສ້າງອູ່ລົດເມ, ສູນບໍາລຸງຮັກສາ ແລະ ສູນບັນຊາລົດເມ ຂອງໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ນໍາໃຊ້ທຶນກູ້ຢືມຈາກທະນາຄານພັດທະນາອາຊີ ( ADB ) ມູນຄ່າສັນຍາ 7 ລ້ານກວ່າໂດລາ ຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ສະບັບເລກທີ 30261/ຍທຂ ລົງວັນທີ 31 ຕຸລາ 2023.
[ ຂ່າວ – ຮູບ: ຍຸພິນທອງ ]