ບໍລິສັດ S&P ປັບຫຼຸດຄວາມໜ້າເຊື່ອຖືຂອງເສດຖະກິດອິດສະຣາແອນລົງ

9

ບໍລິສັດ ເອັສແອນພີໂກລບອລເຣດຕິ້ງ ( S&P ) ໄດ້ປະກາດຫຼຸດທ່າອ່ຽງຄວາມໜ້າເຊື່ອຖືເສດຖະກິດຂອງອິດສະຣາແອນລົງສູ່ “ ເຊີງລົບ ” ຈາກ “ ມີສະຖຽນລະພາບ ” ແລະ ຮັກສາອັນດັບຄວາມໜ້າເຊື່ອຖືຢູ່ທີ່ລະດັບ AA- ໂດຍລະບຸວ່າຄວາມຂັດແຍ່ງລະຫວ່າງ ອິດສະຣາແອນ ແລະ ກຸ່ມຮາມາສ ອາດຈະແຜ່ອອກສູ່ວົງກວ້າງ, ພ້ອມຄາດການວ່າ ເສດຖະກິດຂອງອິດສະຣາແອນ ຈະຫົດຕົວລົງ 5% ໃນໄຕມາດສຸດທ້າຍຂອງປີນີ້.

ບົດລາຍງານຂອງ S&P ລະບຸວ່າ: “ ທ່າອ່ຽງຄວາມໜ້າເຊື່ອຖືຫຼຸດລົງ ສະທ້ອນໃຫ້ເຫັນເຖິງຄວາມກັງວົນຈາກການສູ້ຮົບລະຫວ່າງອິດສະຣາແອນ ແລະ ກຸ່ມຮາມາສ ຈະລາມອອກສູ່ວົງກວ້າງ ເຊິ່ງຈະສົ່ງຜົນກະທົບດ້ານລົບຕໍ່ເສດຖະກິດຂອງອິດສະຣາແອນຫຼາຍກວ່າທີ່ຄາດການໄວ້ ”. ໃນບົດລາຍງານດັ່ງກ່າວ S&P ໄດ້ຕັ້ງສົມມຸດຖານວ່າ ຄວາມຂັດແຍ່ງລະຫວ່າງອິດສະຣາແອນ ແລະ ກຸ່ມຮາມາສ ຈະຢູ່ໃນກາຊາ ແລະ ຄວາມຂັດແຍ່ງນີ້ ຈະແກ່ຍາວບໍ່ເກີນ 3 ຫາ 6 ເດືອນ.

S&P ຄາດການວ່າ: ເສດຖະກິດຂອງອິດສະຣາແອນ ຈະຫົດຕົວລົງປະມານ 5% ໃນໄຕມາດ 4 ຂອງປີນີ້ ເມື່ອທຽບໃສ່ໄຕມາດ 3 ຂອງປີນີ້ ເນື່ອງຈາກການສູ້ຮົບຄັ້ງນີ້ ຈະເກີດພາວະຢຸດສະງັກ ແລະ ຈະເຮັດໃຫ້ກິດຈະກຳທາງເສດຖະກິດອ່ອນແອລົງ. ນອກຈາກນີ້, ສົງຄາມຄັ້ງນີ້ໄດ້ເຮັດໃຫ້ອິດສະຣາແອນຕ້ອງເກນທະຫານ ເພື່ອເປັນກຳລັງໜູນຈຳນວນຫຼາຍ ແລະ ເຮັດໃຫ້ອຸດສາຫະກຳການທ່ອງທ່ຽວຢຸດສະງັກລົງ. ຫາກການສູ້ຮົບແຜ່ລາມອອກສູ່ວົງກວ້າງ, ອັນດັບຄວາມໜ້າເຊື່ອຖືຂອງອິດສະຣາແອນ ຈະຖືກປັບຫຼຸດລົງອີກ, S&P ລະບຸ.