ອັງກິດ ອະນຸມັດຈ່າຍເງິນຊ່ວຍຄ່າຄອງຊີບໃຫ້ປະຊາຊົນ ຄັ້ງທີ 2

54

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະບານອັງກິດ ກຽມໂອນເງິນຊ່ວຍເຫຼືອຄ່າຄອງຊີບໃຫ້ປະຊາຊົນຄັ້ງທີ 2 ໃນໂຄງການຊ່ວຍບັນເທົາທຸກ ເນື່ອງຈາກຄ່າຄອງຊີບໃນອັງກິດເພີ່ມຂຶ້ນ ຈົນປະຊາຊົນຜູ້ມີລາຍຮັບຕ່ຳບໍ່ສາມາດຈ່າຍຄ່າສາທາລະນຸປະໂພກພື້ນຖານໄດ້ ໂດຍຜູ້ທີ່ເຂົ້າເກນໄດ້ຮັບການຊ່ວຍເຫຼືອຈະໄດ້ຮັບເງິນຜ່ານບັນຊີທະນາຄານ ນັບແຕ່ທ້າຍເດືອນຕູລາ ເປັນຕົ້ນໄປ.

ສ່ວນຜູ້ທີ່ເຂົ້າເກນໄດ້ຮັບເງິນຄັ້ງນີ້ ຈະໄດ້ຮັບເງິນ 300 ປອນ ໂດຍບໍ່ຈຳເປັນຕ້ອງລົງທະບຽນເພີ່ມຕື່ມໃດໆ ລັດຖະບານຈະໂອນເງິນເຂົ້າບັນຊີ ນັບແຕ່ວັນທີ 31 ຕຸລາ ຫາ ວັນທີ 19 ພະຈິກນີ້, ສ່ວນຜູ້ທີ່ເຂົ້າເກນທີ່ໄດ້ຮັບເງິນຄັ້ງນີ້ ເປັນຜູ້ວ່າງງານ, ຄົນພິການ, ຜູ້ມີລາຍຮັບຕ່ຳ ແລະ ເຮັດວຽກບໍ່ຕ່ຳ ກວ່າ 16 ຊົ່ວໂມງຕໍ່ອາທິດ, ຜູ້ມີລາຍໄດ້ຕ່ຳ ແລະ ລ້ຽງດູລູກ, ຜູ້ທີ່ກະສຽນບຳນານ.