8 ກົນລະຍຸດ ທີ່ຈະເຮັດໃຫ້ການບໍລິການຂອງທ່ານຢູ່ແບບຍືນຍົງ

28

ໃນທຸກສາຂາວຽກງານບໍ່ວ່າຈະເປັນດ້ານທຸລະກິດ, ການສື່ສານ, ການຕະຫຼາດ, ອຸດສາຫະກຳ ລ້ວນແລ້ວແຕ່ຕ້ອງມີສ່ວນກ່ຽວຂ້ອງກັບລູກຄ້າ ແລະ ລູກຄ້າ ຖືເປັນຜູ້ຊຸກຍູ້ເຮັດໃຫ້ທຸລະກິດເຕີບໂຕ ແລະ ຖ້າຫາກບໍ່ມີລູກຄ້າທຸລະກິດນັ້ນໆກໍຈະດຳເນີນຕໍ່ໄປບໍ່ໄດ້. ສະນັ້ນ, ເພື່ອເປັນການດຶງດູດລູກຄ້າ ການໃຫ້ບໍລິການເປັນສິ່ງສຳຄັນ ແລະ ຄໍລຳມູມບໍລິຫານວັນນີ້ ຈະນຳສະເໜີ 8 ກົນລະຍຸດການບໍລິການແບບຍືນຍົງ ເພື່ອຈະໄດ້ນຳໄປປັບໃຊ້ ຄື:

1. ບຸກຄະລາກອນ: ສ່ວນສໍາຄັນຂອງການບໍລິການຂອງແຕ່ລະອົງກອນ ຈະຕ້ອງປະກອບດ້ວຍບຸກຄະລາກອນ ເພາະເປັນບຸກຄົນທີ່ຄອຍຕິດຕໍ່ ແລະ ສ້າງຄວາມສຳພັນກັບລູກຄ້າ ບໍ່ວ່າລູກຄ້າມີຈຸດປະສົງຕ້ອງການສິ່ງໃດ ບຸກຄະລາກອນດ້ານບໍລິການຈະຕ້ອງພ້ອມໃຫ້ບໍລິການ ຫຼື ແນະນຳ ພ້ອມກັບສາມາດຊີ້ແຈງໃນດ້ານຕ່າງໆທີ່ລູກຄ້າສົງໄສ.
2. ກົນລະຍຸດ: ເມື່ອເວົ້າເຖິງກົນລະຍຸດ ອາດຈະເບິ່ງພາບເລື່ອງຂອງເຕັກນິກ ແຕ່ໃນນີ້ໝາຍເຖິງສິລະປະຂອງການໃຫ້ບໍລິການ, ຜູ້ໃຫ້ບໍລິການຈະຕ້ອງມີສິລະປະໃນດ້ານຂອງການສື່ສານທັງພາສາເວົ້າ ແລະ ພາສາກາຍ ທີ່ສະແດງອອກເຖິງຄວາມຮູ້ສຶກທີ່ຢາກຈະໃຫ້ບໍລິການລູກຄ້ານັ້ນໆ.
3. ແນວຄິດ: ເຮັດແນວໃດກໍຕາມທີ່ຈະເຮັດໃຫ້ລູກຄ້າພໍໃຈກັບບໍລິການ ຫຼື ສິນຄ້າທີ່ເຮົານຳສະເໜີເປັນສິ່ງທີ່ຜູ້ປະກອບການຈະຕ້ອງຄຳນຶງຢູ່ສະເໝີ, ບໍ່ແມ່ນພຽງແຕ່ມີສິນຄ້າທີ່ມີຄຸນນະພາບ ແຕ່ການບໍລິການຫຼັງການຂາຍເປັນເລື່ອງທີ່ຕ້ອງໃຫ້ຄວາມສຳຄັນ.
4. ຄວາມໄວ: ໝາຍເຖິງການຕອບສະໜອງຕໍ່ຄວາມຕ້ອງການຂອງລູກຄ້າ ເຊັ່ນ: ສິນຄ້າທີ່ລູກຄ້າໄດ້ຊື້ໄປ ຖ້າມີບັນຫາ ແລະ ລູກຄ້າໄດ້ເດີນທາງມາທີ່ຮ້ານ ເພື່ອຂໍປ່ຽນສິນຄ້າ ພະນັກງານທີ່ໃຫ້ບໍລິການ ກໍຄວນຈະກວດເບິ່ງບັນຫາ ຖ້າເຫັນວ່າສິນຄ້າມີບັນຫາແທ້ ກໍຈະຕ້ອງປ່ຽນສິນຄ້າໃຫ້ກັບລູກຄ້າ ພ້ອມກັບກ່າວຄຳຂໍໂທດກັບລູກຄ້າ ຫຼື ອາດຈະມີສ່ວນຫຼຸດໃຫ້ກັບລູກຄ້າໃນຄັ້ງຕໍ່ໄປທີ່ກັບມາຊື້ສິນຄ້າ ນີ້ເປັນວິທີການມັດໃຈລູກຄ້າ.

5. ຮັກສາຄຸນນະພາບການບໍລິການ: ເມື່ອລູກຄ້າເລີ່ມໝັ້ນໃຈ ແລະ ເຊື່ອຖືໃນສິນຄ້າ ຫຼື ບໍລິການຂອງທ່ານແລ້ວ ຢ່າຟ້າວດີໃຈ ແຕ່ສິ່ງທີ່ຈະເຮັດໃຫ້ຍືນຍົງຄືການຮັກສາລູກຄ້າໄວ້ ດ້ວຍການຮັກສາຄຸນນະພາບ ແລະ ພັດທະນາການໃຫ້ບໍລິການທີ່ດີຂຶ້ນເລື້ອຍໆ.
6. ເຂົ້າໃຈລູກຄ້າ: ການເຂົ້າໃຈເຖິງຄວາມຕ້ອງການຂອງລູກຄ້າເປັນເລື່ອງທີ່ສຳຄັນໃນວຽກດ້ານບໍລິການ ຜູ້ໃຫ້ບໍລິການບໍ່ຈຳເປັນຕ້ອງໃຫ້ລູກຄ້າມາບອກວ່າຕ້ອງການຫຍັງ ແຕ່ຕ້ອງເຂົ້າໃຈວ່າ ລູກຄ້າຕ້ອງການຫຍັງ ໂດຍສະເພາະລູກຄ້າປະຈຳ.
7. ກົດລະບຽບ ແລະ ມາລະຍາດ: ທຸກອົງກອນມີກົດລະບຽບໃນການປະຕິບັດກັບລູກຄ້າ, ການຮັກສາກົດລະບຽບຈະເຮັດໃຫ້ວຽກດ້ານບໍລິການເປັນໄປຕາມທິດທາງທີ່ໄດ້ກຳນົດ.
8. ລູກຄ້າກັບມາຄືຄວາມສຳເລັດ: ຖືເປັນຂໍ້ສຸດທ້າຍ ເມື່ອລູກຄ້າໄດ້ຮັບການໃຫ້ບໍລິການແລ້ວ ຮູ້ສຶກປະທັບໃຈແລ້ວກັບມາອີກຄັ້ງ ນັ້ນໝາຍເຖິງຄວາມສຳເລັດໃນດ້ານວຽກບໍລິການຂອງອົງກອນ ຫຼື ຂອງທ່ານ.
ສະນັ້ນ, ຈາກທັງໝົດ 8 ກົນລະຍຸດທີ່ກ່າວມາຂ້າງເທິງນີ້ ເປັນສິ່ງທີ່ຜູ້ໃຫ້ບໍລິການດ້ານວຽກບໍລິການຄວນຈະເລືອກນຳໄປໃຊ້ ເພາະພຽງແຕ່ການຕະຫຼາດດີ, ສິນຄ້າດີ ແຕ່ບໍລິການບໍ່ດີ ລູກຄ້າຈະບໍ່ພໍໃຈ ແລະ ບໍ່ກັບມາຫາອີກແນ່ນອນ. ດັ່ງນັ້ນ, ການໃຫ້ບໍລິການດ້ວຍຄວາມຈິງໃຈ ແລະ ຊື່ສັດຕໍ່ລູກຄ້າ ຈະສົ່ງຜົນທີ່ຍືນຍົງຂອງອົງກອນ ຫຼື ທຸລະກິດທ່ານເອງ ເຊິ່ງເຕັກນິກນີ້ສາມາດນຳໄປໃຊ້ໄດ້ກັບທຸກປະເພດຂອງທຸລະກິດ ຫຼື ແມ່ນແຕ່ໃນການດຳເນີນຊີວິດໃນແຕ່ລະວັນ.
[ ທີ່ມາ: krungsri.com ]