ຫວຽດນາມ ສົ່ງອອກ “ ເຂົ້າ ” ສູງສຸດເປັນປະຫວັດການ

40

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ມູນຄ່າການສົ່ງອອກເຂົ້າໃນ 9 ເດືອນ ປີ 2023 ບັນລຸ 3,66 ຕື້ໂດລາ ເພີ່ມຂຶ້ນ 40,4% ຈາກໄລຍະດຽວກັນຂອງປີຜ່ານມາ ແລະ ຕົວເລກນີ້ເປັນສະຖິຕິທີ່ສູງສຸດເປັນປະຫວັດການ ນັບແຕ່ທີ່ບັນທຶກມາແຕ່ປີ 2011.

ຈາກຂໍ້ມູນຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ລະບຸວ່າ: ໃນ 9 ເດືອນ ປີ 2023 ມູນຄ່າການສົ່ງອອກເຂົ້າ ບັນລຸ 3,66 ຕື້ໂດລາ ດ້ວຍປະລິມານສົ່ງອອກ 6,6 ລ້ານໂຕນ; ໃນຂະນະທີ່ປີ 2011 ບັນລຸ 3,65 ຕື້ໂດລາ ດ້ວຍປະລິມານ 7,1 ລ້ານໂຕນ. ນັ້ນເປັນສະເພາະລາຄາສົ່ງອອກໂດຍສະເລ່ຍຕັ້ງແຕ່ຕົ້ນປີເຖິງປັດຈຸບັນ ໃນລະດັບສູງມາໂດຍຕະຫຼອດທີ່ 553 ໂດລາ/ໂຕນ ເພີ່ມຂຶ້ນ 14% ຈາກໄລຍະດຽວກັນຂອງປີຜ່ານມາ; ໃນນີ້ມີບາງໄລຍະທີ່ລາຄາສົ່ງອອກ ເຂົ້າ ຫວຽດນາມ ເກືອບສູງເຖິງ 650 ໂດລາຕໍ່ໂຕນ.

ກ່ອນໜ້ານີ້, ໃນໄລຍະ 8 ເດືອນປີນີ້ ຟີລິບປິນ ຍັງເປັນອັນດັບໜຶ່ງຂອງການບໍລິໂພກເຂົ້າຈາກຫວຽດນາມ ຄິດເປັນ 40,3% ຂອງການສົ່ງອອກ ເຂົ້າທັງໝົດ. ຮອງລົງມາແມ່ນ ສປ ຈີນ ຄິດເປັນ 13,5%, ອິນໂດເນເຊຍ ຢູ່ອັນດັບສາມ ທີ່ 12,4%. ນອກນີ້, ຫວຽດນາມ ຍັງສົ່ງໄປຕະຫຼາດສະຫະພາບເອີຣົບ ເຊັ່ນ: ໂປໂລຍ, ໂຮນລັງ, ແອັດສະປາຍ, ແບນຊິກ…, ແລະ ຕະຫຼາດອາຟຣິກກາ ເຊັ່ນ: ການາ, ແອງໂກລາ… ກໍມີການເຕີບໂຕໃນເຊີງບວກເຊັ່ນກັນ.

ຂໍ້ມູນຈາກສະມາຄົມອາຫານຫວຽດນາມ ໃຫ້ຮູ້ວ່າ: ເມື່ອວັນທີ 4 ຕຸລາຜ່ານມາ ລາຄາເຂົ້າຫວຽດນາມ ຍັງຄົງຕົວ ໂດຍສະເພາະເຂົ້າເມັດຫັກ 5% ຢູ່ທີ່ 613 ໂດລາຕໍ່ໂຕນ, ເຂົ້າເມັດຫັກ 25% ຢູ່ທີ່ 598 ໂດລາຕໍ່ໂຕນ.