ທັດສະນະຄະຕິຂອງອາຈານ ຈາກພາກວິຊາສື່ສານມວນຊົນ ຕໍ່ວັນທີ 7 ຕຸລາ

68

ຄູຕ້ອງພັດທະນາຕົວເອງຢູ່ຕະຫຼອດໃຫ້ທັນກັບຍຸກສະໄໝເພື່ອພັດທະນານັກສຶກສາໃຫ້ກາຍເປັນບຸກຄະລາກອນທີ່ດີຂອງຊາດ. ອາຈານຈະຂໍເປັນພຽງໄມ້ພາຍທີ່ສຳຄັນໃຫ້ກັບນັກສຶກສາໃຫ້ນັກສຶກສາພາຍເຮືອໄປຮອດຝັ່ງຝັນຢ່າງປອດໄພ ແລະ ມີຄຸນນະພາບ.
ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 29 ປີ ( ວັນທີ 7 ຕຸລາ ) ທ່ານ ນາງ ສຸພັດຊາ ສິງທອງ ຮອງຫົວໜ້າພາກວິຊາສື່ສານມວນຊົນ ຝ່າຍວິຊາການ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ທັດສະນະ ວ່າ:

ອາຊີບຄູ ຫຼື ອາຈານ ເປັນອາຊີບໜຶ່ງທີ່ມີບົດບາດຄວາມສຳຄັນໃນການຂັບເຄື່ອນພັດທະນາປະເທດຊາດ ເປັນອາຊີບທີ່ຄວນຍົກສູງເປັນຜູ້ທີ່ເສຍສະຫຼະ ເອົາຄວາມຮູ້ທີ່ຕົນເອງມີມາທັງໝົດຖ່າຍທອດໃຫ້ແກ່ນັກຮຽນຈົນປະສົບຜົນສຳເລັດ ຄູປຽບເໝືອນເຮືອຈ້າງລຳໜຶ່ງທີ່ລຳລຽງຂົນສົ່ງນັກຮຽນໃຫ້ເຖິງຝັ່ງຢ່າງປອດໄພ ແລະ ມີຄຸນນະພາບ ຄູຍັງປຽບເໝືອນພໍ່ແມ່ຜູ້ທີ່ສອງເປັນພໍ່ພິມແມ່ພິມຂອງຊາດ ທີ່ບົ່ມສອນນັກຮຽນໃຫ້ມີຄວາມຮູ້ – ຄວາມສາມາດ ກ້າສະແດງອອກ ມີໄຫວພິບປະຕິພານ ຮູ້ປັບຕົວໃຫ້ເຂົ້າກັບສັງຄົມໃນທຸກຍຸກທຸກສະໄໝ ແລະ ຄູເປັນອາຊີບໜຶ່ງທີ່ມີຄວາມສຳຄັນຫຼາຍໃນການພັດທະນາຊັບພະຍາກອນມະນຸດແຕ່ລະຂັ້ນໃຫ້ມີຄຸນນະພາບ ແລະ ຄູຍັງປຽບເໝືອນກັບນັກເຈຍລະໄນທີ່ໄດ້ເຈຍລະໄນຫີນຊະນິດໜຶ່ງໃຫ້ອອກມາເປັນເພັດເມັດງາມມີຄຸນນະພາບ ຈົນໃຜໆກໍຕ້ອງການ ນັ້ນປຽບເໝືອນການເບິ່ງແຍງເອົາໃຈໃສ່ຂອງຄູທີ່ມີຕໍ່ນັກຮຽນ – ນັກສຶກສາມາໂດຍຕະຫຼອດ.

ປັດຈຸບັນພາກວິຊາສື່ສານມວນຊົນ ມີອາຈານທັງໝົດ 8ທ່ານ ເຊິ່ງອາຈານທັງໝົດລ້ວນແຕ່ມີບົດບາດສຳຄັນປະກອບສ່ວນເຂົ້າໃນການສິດສອນເພື່ອພ້ອມກັນບັນລຸເປົ້າໝາຍສ້າງນັກສຶກສາໃຫ້ກາຍເປັນໜໍ່ແໜງທີ່ສຳຄັນຂອງຊາດໃນອະນາຄົດ ໂດຍສະເພາະແມ່ນສາມາດຜະລິດນັກສຶກສາໃຫ້ກາຍເປັນບຸກຄະລາກອນທີ່ມີຄຸນນະພາບອອກຮັບໃຊ້ສັງຄົມ ແລະປະເທດຊາດ. ອາຈານສຸພັດຊາ ຍັງໄດ້ໃຫ້ທັດສະນະຕື່ມວ່າ ອາຈານເອງຈະຂໍເປັນພຽງໄມ້ພາຍທີ່ສຳຄັນໃຫ້ກັບນັກສຶກສາໃຫ້ພາຍເຮືອໄປຮອດຝັ່ງຝັນຢ່າງປອດໄພ.
ນອກຈາກນີ້, ນັກສຶກສາພາຍໃນພາກວິຊາ ໄດ້ສະແດງຄວາມຮູ້ບຸນຄຸນທີ່ມີຕໍ່ຄູ – ອາຈານທີ່ສິດສອນ ໂດຍສະເພາະນັກສຶກສາໄດ້ບອກວ່າ: ຄູອາຈານ ປຽບເໝືອນອີນຊີທີ 6 ຂອງນັກຮຽນ – ນັກສຶກສາໄປແລ້ວ ເນື່ອງຈາກໄດ້ນຳພາສິດສອນນັກຮຽນແຕ່ອະດີດຈົນເຖິງປັດຈຸບັນມາແລ້ວຫຼາຍຮຸ່ນຄົນ, ຄູ – ອາຈານມີຄວາມສຳຄັນຕໍ່ກັບຊີວິດການປະກອບອາຊີບຂອງນັກສຶກສາ, ນັກສຶກສາຄົນນັ້ນຈະກາຍເປັນບຸກຄະລາກອນທີ່ມີຄຸນນະພາບຂອງຊາດ ຫຼື ບໍ່ນັ້ນ ກໍລ້ວນແລ້ວແຕ່ມາຈາກຄູ.
[ ຂໍ້ມູນຈາກ:
ອາຈານ ສຸພັດຊາ ສິງທອງ ]