ຍີ່ປຸ່ນ ປ່ອຍນ້ຳເປື້ອນຈາກໂຮງໄຟຟ້າ ຟູກຸຊີມະ ລົງສູ່ທະເລຮອບທີ 2

30

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ຍີ່ປຸ່ນ ໄດ້ປ່ອຍນ້ຳປົນເປື້ອນກຳມັນຕະພາບລັງສີຈາກໂຮງໄຟຟ້າຟູກຸຊີມະ ທີ່ຜ່ານການບຳບັດແລ້ວລົງສູ່ທະເລ ເປັນຄັ້ງທີ 2.

ການປ່ອຍນ້ຳເປື້ອນທີ່ຜ່ານການບຳບັິດແລ້ວ ຄັ້ງທີ 2 ນີ້ ຄາດວ່າຈະມີປະມານ 7.800 ໂຕນ ຈາກການບຳບັດທັງໝົດ 1,34 ລ້ານໂຕນທີ່ຜ່ານການບຳບັດແລ້ວ.

ບໍລິສັດເທັບໂກ້ ເຊິ່ງເປັນເຈົ້າຂອງໂຮງໄຟຟ້ານິວເຄລຍ ຟູກຸຊີມະ ເປີດເຜີຍວ່າ: ນ້ຳປົນເປື້ອນດັ່ງກ່າວໄດ້ຜ່ານການກອງສານປະກອບກຳມັນຈະພາບລັງສີອອກທັງໝົດແລ້ວ, ເຫຼືອພຽງ ທຣີທຣຽມ ເຊິ່ງເປັນ ໄອໂອໂທບ ທີ່ຢູ່ໃນລະດັບທີ່ປອດໄພ.