ເອດີບີ ປັບຄາດການເຕີບໂຕຂອງ ຫວຽດນາມ ປີ 2023 ລົງເຫຼືອ 5,8%

59

ເວັບໄຊ vn.investing.com ລາຍງານວ່າ: ທ່ານ Shantanu Chakraborty ຜູ້ອຳນວຍການທະນາຄານພັດທະນາອາຊີ ( ເອດີບີ ) ປະຈໍາຫວຽດນາມ ໄດ້ປະເມີນວ່າ ປີ 2023 ເປັນປີທີ່ທ້າທາຍສຳລັບເສດຖະກິດຂອງຫວຽດນາມ ເນື່ອງຈາກຄວາມຕ້ອງການພາຍນອກທີ່ອ່ອນແອ ສົ່ງຜົນກະທົບຕໍ່ການເຕີບໂຕຂອງອຸດສາຫະກຳການຜະລິດ ທີ່ເນັ້ນການສົ່ງອອກ.

ຢ່າງໃດກໍຕາມ, ເສດຖະກິດຍັງຄົງຟື້ນຕົວໄດ້ ເນື່ອງຈາກການບໍລິໂພກພາຍໃນປະເທດທີ່ແຂງແກ່ນ ເຊິ່ງໄດ້ຮັບການຍູ້ໜຸນຈາກອັດຕາເງິນເຟີ້ທີ່ຢູ່ລະດັບປານກາງ. ເອດີບີ ໄດ້ປັບຄາດການເຕີບໂຕຂອງ ລວມຍອດຜະລິດຕະພັນພາຍໃນ ( GDP ) ຂອງຫວຽດນາມ ໃນປີ 2023 ລົງເປັນ 5,8% ຈາກ 6,5% ທີ່ຄາດການໄວ້ກ່ອນໜ້ານີ້ ເຊິ່ງສະທ້ອນໃຫ້ເຫັນວ່າຄວາມຕ້ອງການໃນທົ່ວໂລກກຳລັງອ່ອນແອລົງກວ່າເກົ່າ.

ນອກນີ້, ເອດີບີ ຍັງຄາດການວ່າ: ປີ 2024, ການເຕີບໂຕຈະຢູ່ທີ່ 6% ເນື່ອງຈາກເສດຖະກິດ ຍັງສືບຕໍ່ໄດ້ຮັບຜົນກະທົບຈາກພາວະເສດຖະກິດທີ່ຖົດຖອຍທົ່ວໂລກ, ພາວະການເງິນທີ່ຕຶງຕົວໃນປະເທດເສດຖະກິດຫຼັກ ແລະ ຄວາມບໍ່ແນ່ນອນທາງພູມມິລັດຖະສາດ. ຄາດການວ່າອັດຕາເງິນເຟີ້ຈະຫຼຸດລົງຢູ່ລະດັບ 3,8% ໃນປີ 2023 ແລະ 4% ໃນປີ 2024.

ນອກນີ້, ຈາກການຄາດການ ກ່ຽວກັບການນໍາເຂົ້າ ແລະ ສົ່ງອອກ; ເອດີບີ ເຊື່ອວ່າ: ຄວາມຕ້ອງການຂອງທົ່ວໂລກທີ່ອ່ອນແອ ຈະສົ່ງຜົນກະທົບທາງລົບຕໍ່ໂອກາດທາງການຄ້າໃນໄລຍະເດືອນທີ່ເຫຼືອຂອງປີ 2023 ແລະ ໃນປີ 2024. ຢ່າງໃດກໍຕາມ, ການສົ່ງອອກໃນເດືອນສິງຫາ 2023 ກໍສະແດງໃຫ້ເຫັນວ່າມີສັນຍານການຟື້ນຕົວທີ່ດີ ໂດຍເພີ່ມຂຶ້ນ 7,7% ຈາກເດືອນກ່ອນໜ້ານີ້.

ເອດີບີ ຍັງຄາດການວ່າ: ການນໍາເຂົ້າ ແລະ ສົ່ງອອກຈະກັບມາຢູ່ທີ່ 5,0% ໃນປີນີ້ ແລະ ປີໜ້າ; ຂະນະທີ່ບັນຊີເດີນສະພັດ ເກີນດຸນໃນປີນີ້ ຢູ່ທີ່ປະມານ 3% ຂອງ GDP ເມື່ອກິດຈະກຳການຜະລິດຟື້ນຕົວ ແລະ ການນໍາເຂົ້າວັດຖຸດິບສຳລັບການຜະລິດເພີ່ມຂຶ້ນ ດຸນບັນຊີເດີນສະພັດ ຈະຫຼຸດລົງເຫຼືອ 2% ຂອງ GDP ໃນປີ 2024.

ສ່ວນພາກອື່ນໆ ຄາດວ່າຈະຟື້ນຕົວໄດ້ດີ ເຊິ່ງການບໍລິການຈະເຕີບໂຕຢ່າງຕໍ່ເນື່ອງ ຈາກການຟື້ນຕົວຂອງການທ່ອງທ່ຽວ ແລະ ບໍລິການທີ່ກ່ຽວຂ້ອງ. ສຳລັບຍອດຂາຍຍ່ອຍໃນເດືອນສິງຫາຜ່ານມາ ເພີ່ມຂຶ້ນ 7,6% ຈາກໄລຍະດຽວກັນຂອງປີຜ່ານມາ ຊ່ວຍໃຫ້ຍອດຂາຍໃນໄລຍະ 8 ເດືອນ 2023 ເພີ່ມຂຶ້ນ 10% ທຽບເປັນລາຍປີ. ນອກນີ້, ການກະສິກຳ ຈະໄດ້ຮັບຜົນປະໂຫຍດຈາກລາຄາອາຫານທີ່ເພີ່ມສູງຂຶ້ນ ແລະ ຄາດວ່າຂະແໜງການນີ້ຈະເຕີບໂຕທີ່ 3,2% ໃນປີນີ້.