ໂຮງຮຽນວິຣະຖາວອນ ເພີ່ມຫຼັກສູດໃໝ່ເພື່ອຄວາມທັນສະໄໝທຽບເທົ່າສາກົນ

75

ຈາກປະສົບການຫຼາຍປີຜ່ານມາຂອງໂຮງຮຽນວິຣະຖາວອນ ໄດ້ຊີ້ໃຫ້ເຫັນວ່າ ການພັດທະນາການສຶກສາຕ້ອງຄຽງຄູ່ກັບການພັດທະນາທັກສະຫຼາຍດ້ານໄປພ້ອມໆກັນ ແລະ ພ້ອມຈະສືບຕໍ່ພັດທະນາເພີ່ມພູມຫຼັກສູດການຮຽນ – ການສອນໃຫ້ມີຄຸນນະພາບທີ່ດີມີຄວາມທັນສະໄໝກ້າວໄກທຽບທັນກັບພາກພື້ນ ແລະ ສາກົນ.
ອາຈານ ນິລາວັນ ວິຣະຖາວອນ ຜູ້ອໍານວຍການໂຮງຮຽນອະນຸບານປະຖົມ ແລະ ມັດທະຍົມສຶກສາສົມບູນວິຣະຖາວອນ ໃຫ້ສໍາພາດວ່າ: ໂຮງຮຽນລ້ຽງເດັກ, ປະຖົມ, ມັດທະຍົມສົມບູນວິຣະຖາວອນ ຕັ້ງຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງ ວຽງຈັນ ໃນສົກຮຽນ 2023 – 2024 ນີ້ ທາງໂຮງຮຽນໄດ້ມີການກະກຽມຄວາມພ້ອມ ເປັນຕົ້ນແມ່ນອາຄານສະຖານທີ່ຮຽນ ສໍາລັບດ້ານບຸກຄະລາກອນກໍມີຄວາມພ້ອມເຕັມທີ່.

ກ່ອນໜ້ານີ້ທາງໂຮງຮຽນ ກໍໄດ້ມີການຝຶກອົບຮົມປະຊຸມສໍາມະນາ ເພື່ອເຮັດແນວໃດໃຫ້ສົກຮຽນ 2023 – 2024 ນີ້ໄດ້ຮັບໝາກຜົນທີ່ດີ ເຊິ່ງໄດ້ຝຶກອົບຮົມກ່ຽວກັບ 15 ຫຼັກການສອນແບບໃໝ່ ຂອງຊັ້ນມັດທະຍົມ ສ່ວນຊັ້ນປະຖົມໄດ້ຝຶກອົບຮົມກ່ຽວກັບຫຼັກສູດໃໝ່ຂອງຊັ້ນ ປ 5. ພິເສດໃນສົກຮຽນ 2023 – 2024 ພວກເຮົາຈະເອົາພາສາຈີນ ເສີມເຂົ້າອີກວິຊາໜຶ່ງ ສໍາລັບຊັ້ນ ມ.ຕົ້ນແຕ່ ມ 1 ຫາ ມ 3 ເພື່ອເຮັດໃຫ້ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຜູ້ປົກຄອງ ແລະ ຂອງສັງຄົມໃນອະນາຄົດ.

ເລີ່ມແຕ່ເປີດໂຮງຮຽນມາ ກໍເປັນເປັນໄລຍະເວລາ 18 ປີ ພວກເຮົາໄດ້ຖອດຖອນບົດຮຽນໃນທຸກໆປີ ສົກປີ 2022 – 2023 ພວກເຮົາໄດ້ສ້າງນັກຮຽນເກັ່ງລະດັບຊາດໃນສົກຮຽນຜ່ານມາ ໄດ້ລາງວັນທີ 2 ວິຊາພາສາລາວ – ວັນນະຄະດີ ມ 4 ແລະ ວິຊາຟີຊິກ ຊັ້ນ ມ 7; ບົດຮຽນໃນຄັ້ງນີ້ພວກເຮົາກໍໄດ້ສຸມໃສ່ເພື່ອຮັກສາມູນເຊື້ອເພື່ອຈະເຮັດແນວໃດໃຫ້ສົກຮຽນນີ້ໄດ້ບັນລຸເປົ້າໝາຍການສ້າງນັກຮຽນເກັ່ງໃຫ້ຫຼາຍຂຶ້ນ. ໃນສົກຮຽນທີ່ຜ່ານມາ ( ສົກຮຽນ 2022 – 2023 ) ພວກເຮົາໄດ້ລາງວັນໂຮງຮຽນຕົວແບບຄຸນນະພາບໃນຊັ້ນປະຖົມຈາກກະຊວງສຶກສາທິການ ແລະ ກີລາ ສໍາລັບສົກຮຽນນີ້ຈະສູ້ຊົນໃຫ້ໄດ້ໂຮງຮຽນຕົວແບບໃນຊັ້ນອະນຸບານ ແລະ ຊັ້ນມັດທະຍົມ.

ການສ້າງນັກຮຽນເກັ່ງຂອງໂຮງຮຽນວິຣະຖາວອນ ຖືເປັນບຸລິມະສິດໜຶ່ງທີ່ພວກເຮົາໄດ້ສຸມໃສ່ປະຕິບັດຕະຫຼອດມາ ສໍາລັບປີນີ້ກໍຈະໄດ້ສູ້ຊົນຖອດຖອນບົດຮຽນຄືນວ່າຜ່ານມາຂາດຕົກບົກຜ່ອງຈາກບັນຫາໃດ ເພາະມີຫຼາຍປັດໄຈໃນການສ້າງນັກຮຽນເກັ່ງສິ່ງສໍາຄັນກໍແມ່ນຕົວນັກຮຽນ, ຄູ – ອາຈານ ແລະ ຜູ້ປົກຄອງ ເຊິ່ງຜ່ານມາກໍຖືວ່າເຮັດໄດ້ດີ. ທາງໂຮງຮຽນຈະເນັ້ນການຮຽນ – ການສອນຫຼັກໆແມ່ນດ້ານຄຸນສົມບັດການປະຕິບັດລະບຽບວິໄນ, ຕໍ່ມາແມ່ນວິຊາສະເພາະ ແລະ ກິດຈະກໍານອກຫຼັກສູດດ້ານສິລະປະ ແລະ ກີລາ.

ທາງໂຮງຮຽນມີເປົ້າໝາຍໃນການພັດທະນານັກຮຽນໃຫ້ມີຄຸນນະພາບກ້າວໜ້າສູ່ສາກົນ ນອກຈາກຈະສອນຫຼັກສູດລາວແລ້ວຍັງມີຫຼັກສູດພາສາອັງກິດ ໃນປັດຈຸບັນພວກເຮົາໄດ້ເພີ່ມຫຼັກສູດພາສາຈີນເຂົ້າໃນຊັ້ນ ມ 1 – ມ 3 ແລະ ເປົ້າໝາຍໃນອະນາຄົດຈະນໍາເອົາຫຼັກສູດພາສາຈີນເຂົ້າມາສອນເລີ່ມແຕ່ອະນຸບານຈົນເຖິງຊັ້ນ ມ 7.
ເຖິງຢ່າງໃດກໍຕາມ, ຕົວເລກທີ່ຮອງຮັບສົກຮຽນນີ້ໃນຊັ້ນອະນຸບານ, ປະຖົມ ແລະ ມັດທະຍົມ ສາມາດບັນຈຸໄດ້ເຖິງ 1.800 ພັນຄົນ ແຕ່ປັດຈຸບັນມີນັກຮຽນພຽງແຕ່ 1.100 ຄົນ.