ລັດຖະມົນຕີ ກປ ເນັ້ນຫຼາຍບັນຫາຕໍ່ຄູ ແລະ ນັກສຶກສາ ໂຮງຮຽນຊົນລະປະທານຊັ້ນສູງ

58

 

ລັດຖະມົນຕີ ກປ ໄດ້ເນັ້ນໃຫ້ພະນັກງານຄູ – ອາຈານ ໂຮງຮຽນຊົນລະປະທານຊັ້ນສູງ ຕ້ອງບຸກທະລຸດ້ານເຕັກນິກອັນໃໝ່ ໂດຍນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າມາພັດທະນາໃນຂະແໜງການສຶກສາ, ນັກສຶກສາທີ່ຮຽນຈົບຕ້ອງໄດ້ກຽມຕົວ ເພື່ອກ້າວເຂົ້າສູ່ການປະກອບອາຊີບໃນຕະຫຼາດແຮງງານ, ຄວາມຮູ້ທີ່ໄດ້ຈາກໂຄງການຫຼັກສູດຂອງໂຮງຮຽນແລ້ວໃນການເຮັດວຽກຕົວຈິງ ຍັງຕ້ອງໄດ້ຮຽນຮູ້ອີກຫຼາຍຢ່າງ.


ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ( ກປ ) ກ່າວເນັ້ນຕໍ່ຄູ – ອາຈານ ແລະ ນັກຮຽນຊົນລະປະທານຊັ້ນສູງທ່າງ່ອນ ໃນພິທີສະຫຼຸບປິດສົກຮຽນ 2022 – 2023 ແລະ ເປີດສົກຮຽນໃໝ່ 2023 – 2024 ວ່າ: ຄູ – ອາຈານ ຈົ່ງເອົາໃຈໃສ່ໃນການສຶກສາ ຄົ້ນຄວ້າ, ທໍາຄວາມເຂົ້າໃຈກ່ຽວກັບຫຼັກສູດ ແລະ ການຈັດການຮຽນໃຫ້ມີຄຸນນະພາບ ຮຽນຮູ້ນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ປະກອບເຂົ້າໃນການຮຽນ – ການສອນ, ໃຫ້ຈັດຕັ້ງທົບທວນ – ສໍາມະນາກັນຄືນ ກ່ຽວກັບຮູບແບບເຕັກນິກ, ວິທີການສອນ ແລະ ການວັດຜົນ ແລະ ປະເມີນຜົນການຮຽນໃຫ້ສອດຄ່ອງກັບສະພາບວິຖີການດໍາລົງຊີວິດແບບໃໝ່.
ພ້ອມກັນນີ້, ກໍໃຫ້ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ ປະຕິບັດໜ້າທີ່ຢ່າງເປັນມືອາຊີບ, ມີຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນ ຝຶກຝົນ ແລະ ພັດທະນາຕົນເອງດ້ານວິຊາສະເພາະ ແລະ ເຕັກນິກວິທີການສອນໃຫ້ທັນກັບສະພາບການປ່ຽນແປງ ແລະ ເຕັກໂນໂລຊີໃໝ່ ເພື່ອສົ່ງຄວາມຮູ້ໃຫ້ແກ່ນັກຮຽນ – ນັກສຶກສາໃຫ້ມີປະສິດທິຜົນສູງຂຶ້ນ; ຕ້ອງບຸກທະລຸດ້ານຈິນຕະນາການ, ຕ້ອງບຸກທະລຸ ດ້ານການພັດທະນາຊັບພະຍາກອນມະນຸດ, ຕ້ອງບຸກທະລຸທາງດ້ານກົນໄກລະບອບລະບຽບການ, ຕ້ອງບຸກທະລຸດ້ານເຕັກນິກອັນໃໝ່ ໂດຍນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າມາພັດທະນາໃນຂະແໜງການສຶກສາ, ຕ້ອງບຸກທະລຸກ່ຽວກັບເຕັກນິກການສໍາຫຼວດ – ອອກແບບ, ກໍ່ສ້າງລະບົບຊົນລະປະທານ ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ປາກົດຜົນເປັນຈິງ ແລະ ມີປະສິດທິຜົນ.

ຕ້ອງມີການປັບປຸງເນື້ອໃນລາຍວິຊາ, ໝວດວິຊາພື້ນຖານ ແລະ ໝວດວິຊາສະເພາະເປັນແຕ່ລະໄລຍະ ເພື່ອໃຫ້ມີຄວາມສອດຄ່ອງເໝາະສົມກັບສະພາບການຕົວຈິງ ແລະ ເຕັກໂນໂລຊີທີ່ທັນສະໄໝ; ຄະນະອຳນວຍການພ້ອມດ້ວຍພະນັກງານຄູ – ອາຈານ ຕ້ອງເອົາໃຈໃສ່ຄົ້ນຄວ້າ ແລະ ຫ້າງຫາກະກຽມໃນການຜັນຂະຫຍາຍແຜນການສົກປີ 2023 – 2024 ໄວ້ແຕ່ຫົວທີ ໂດຍຫັນເປັນວຽກລະອຽດ, ມີມາດຕະການໃນການຈັດຕັ້ງປະຕິບັດ, ມີກຳນົດໝາຍເວລາ, ມີການມອບໝາຍໃຫ້ບຸກຄົນຮັບຜິດຊອບຄັກແນ່. ເອົາໃຈໃສ່ສ້າງແຜນຍົກລະດັບຄູ – ອາຈານ ທັງໄລຍະສັ້ນ ແລະ ໄລຍະຍາວ ຢູ່ພາຍໃນ ແລະ ຕ່າງປະເທດ ຄຽງຄູ່ກັບການກໍ່ສ້າງນັກວິຊາການ, ໂຮງຮຽນຕ້ອງເຮັດໜ້າທີ່ບໍລິການທາງດ້ານເຕັກນິກວິຊາການ ແລະ ຈັດຝຶກອົບຮົມໄລຍະສັ້ນໃຫ້ພະນັກງານ ແລະ ຊາວກະສິກອນ, ດຳເນີນການຄົ້ນຄວ້າທົດລອງດ້ານການນຳໃຊ້ນໍ້າທີ່ມີປະສິດທິພາບ, ຄົ້ນຄວ້ານຳໃຊ້ທຸກທ່າແຮງທີ່ມີ ເພື່ອສ້າງຄວາມເຂັ້ມແຂງຮອບດ້ານ, ສ້າງສະຖາບັນການສຶກສາແຫ່ງນີ້ໃຫ້ກາຍເປັນສູນການສຶກສາທີ່ມີຄຸນນະພາບດີ, ກ້າວສູ່ມາດຕະຖານການປະກັນຄຸນນະພາບການສຶກສາແຫ່ງຊາດ ແລະ ພາກພື້ນ ( ມາດຕະຖານຕົວຊີ້ວັດມີຫຍັງແດ່ ໃຫ້ລົງເລິກຄົ້ນຄວ້າ ), ເປັນທີ່ຍອມຮັບຂອງສັງຄົມ.


ພວກເຮົາບໍ່ເວົ້າເອງວ່າ ສະຖາບັນຂອງພວກເຮົາແມ່ນສະຖາບັນທີ່ມີຄຸນນະພາບສູງ, ຕ້ອງໃຫ້ສັງຄົມ ຫຼື ຜູ້ໃຊ້ບໍລິຫານ ເປັນຜູ້ເວົ້າ. ດັ່ງນັ້ນ, ໂຄງການຫຼັກສູດຕ້ອງຮັບປະກັນນັກສຶກສາທີ່ຮຽນຈົບອອກແລ້ວໃຫ້ມີຄຸນນະພາບ, ສາມາດປະກອບອາຊີບ – ມີລາຍຮັບທີ່ໝັ້ນຄົງ. ພ້ອມນີ້, ກໍຂໍສະແດງຄວາມຍິນດີ ທີ່ພວກລູກຫຼານໄດ້ເອົາໃຈໃສ່ໃນການສຶກສາຮໍ່າຮຽນ ຕະຫຼອດໄລຍະ 3 ປີ ຢູ່ໂຮງຮຽນແຫ່ງນີ້ ພວກລູກຫຼານໄດ້ຮຽນຜ່ານຫຼັກສູດທີ່ກຳນົດໄວ້. ແຕ່ເຖິງຢ່າງໃດກໍຕາມ, ນີ້ແມ່ນຜົນສຳເລັດເບື້ອງຕົ້ນ ຕໍ່ໄປແມ່ນຈະຕ້ອງໄດ້ກຽມຕົວເພື່ອກ້າວເຂົ້າສູ່ການປະກອບອາຊີບໃນຕະຫຼາດແຮງງານ. ນອກຈາກ ຄວາມຮູ້ທີ່ໄດ້ຈາກໂຄງການຫຼັກສູດຂອງໂຮງຮຽນແລ້ວ, ໃນການເຮັດວຽກຕົວຈິງ ຍັງຕ້ອງໄດ້ຮຽນຮູ້ອີກຫຼາຍຢ່າງ. ສະນັ້ນ, ລູກຫຼານຕ້ອງໄດ້ຍົກລະດັບຕົນເອງຕື່ມ ດ້ານຄວາມຮູ້ ແລະ ຄວາມສາມາດ, ທັກສະຕ່າງໆທີ່ຕະຫຼາດແຮງງານຕ້ອງການໃນປັດຈຸບັນ, ຕໍ່ຍອດຄວາມຮູ້ທີ່ໄດ້ຮັບ ເພື່ອນໍາໄປໃຊ້ໃນການປະຕິບັດຕົວຈິງ. ໃນການປະກອບສ່ວນຢູ່ໃນຂົງເຂດພາກລັດ ຫຼື ເອກະຊົນກໍຕາມ ພວກລູກຫຼານຕ້ອງໄດ້ສືບຕໍ່ເອົາໃຈໃສ່ຄົ້ນ ຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຮ່ຳຮຽນເອົາແບບແຜນວິທີເຮັດວຽກທີ່ດີ, ຖອດຖອນເອົາບົດຮຽນຈາກຜູ້ທີ່ມີຜົນສຳເລັດໃນການປະກອບອາຊີບ, ສ້າງໃຫ້ຄົນເປັນບຸກຄະກອນທີ່ມີຄຸນນະພາບຂອງການຈັດຕັ້ງ, ມີຄຸນສົມບັດດີ, ມີທັດສະນະຄະຕິທີ່ດີ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ພວກເຮົາທຸກຄົນຮູ້ດີແລ້ວວ່າ ການກໍ່ສ້າງ ແລະ ພັດທະນາຄົນ ບໍ່ແມ່ນສະໜອງໃຫ້ແຕ່ການຈັດຕັ້ງຂອງລັດເທົ່ານັ້ນ ແຕ່ຍັງເປັນການສະໜອງໃຫ້ແກ່ຂະແໜງການຂອງພາກເອກະຊົນ ແລະ ສັງຄົມທົ່ວໄປ ແລະ ຍັງສາມາດນໍາໄປປກະກອບອາຊີບດ້ວຍຕົນເອງໄດ້ອີກດ້ວຍ.
[ ຮູບ; ຂ່າວ: ຄຳນ້ອຍ ]